Header Ads

ອາດີດນາງານຖືກສາດນໍ້າກົດ ຈົນເຮັດໃຫ້ຕາບອດ ແຕ່ບໍ່ຍອມທໍ້ຂໍກັບມາເຮັດວຽກທີ່ຕົນຮັກ


ອ່ານເລື່ອງນີ້ແລ້ວຄິດຮອດຄໍາບູຮານລາວທີ່ວ່າ “ຄວາມຮັກເຮັດໃຫ້ຄົນຕາບອດ”  ແຕ່ນີ້ອາດເປັນຄົນລະກໍລະນີກັນເພາະນີ້ແມ່ນການຈົງໃຈສາດນໍ້າກົດໃສ່ຈົນເຮັດໃຫ້ຕາບອດຂ້າງໜຶ່ງ.   ສໍາລັບເຫດການນີ້ເກີດຂື້ນກັບອາດີດນາງງາມ ຊື່ ເຈສສີກາ ໂນທາໂຣ ອາຍຸ 28 ປີ ທີ່ກຳລັງຈະມີຊີວິດທີ່ສົດໃສ ແລະ ເປັນຄວາມຫັວງຂອງຄອບຄົວ ແຕ່ກັບຕ້ອງມາພົບເລື່ອງໜ້າເສົ້າ ແລະ ເກີດຝັນຮ້າຍກັບລາວເມື່ອ 5 ເດືອນຜ່ານມາ  


ເຊິ່ງເລື່ອງລາວເກີດຈາກຄວາມຮັກກາຍເປັນຄວາມຂ້ຽວແຄ້ນ ໂດຍ ຈອດຈ໌ອາດີດແຟນເກົ່າຂອງລາຂ້ຽດແຄ້ນທີ່ ເຈສສີກາ ບອກເລີກ  ແລະ ນັ້ນກໍເປັນທີ່ມາທີ່ເຮັດໃຫ້ ຈອດຈ໌ຂ້ຽດແຄ້ນ ແລະ ພະຍາຍາມຕິດຕາມ ເຈສສີກາ ໄປທຸກແຫ່ງ ຈົນ ເຈສສີກາ ເຂົ້າໄປແຈ້ງຄວາມກັບເຈົ້າໜ້າທີ່ຕໍາຫຼວດ ແລະ ເຈົ້າໜ້າທີ່ຕໍາຫຼວດກໍສັ່ງຫ້າມບໍ່ໃຫ້  ຈອດຈ໌ເຂົ້າໃກ້ ເຈສສີກາ ອີກຕໍ່ໄປ  ແຕ່ເລື່ອງກັບໄປກັນໃຫຍ່ເມື່ອ ຈອດຈ໌ ຕັດສີນໃຈກໍເຫດດ້ວຍການສາດນໍ້າກົດໃສ່ໃບໜ້າຂອງ ເຈສສີກາ  ເຊິ່ງໃນຂະນະນັ້ນ ເຈສສີກາກໍນັ່ງລົງຄຸເຂົ່າວິ້ງວອນວ່າໃຫ້ເອົາແຕ່ຄວາມງາມລາວໄປ ແຕ່ຂໍຢ່າເອົາດວງຕາທັງສອງໜ່ວຍໄປນໍາ ໂດຍຂໍໃຫ້ເຫຼືອໄວໜ່ວຍໜຶ່ງ ໄວ້ພໍທີ່ຈະໄດ້ເຫັນໂລກໃບນີ້ອີກຕໍ່ໄປ. 



ພາຍຫຼັງທີ່ ເຈສສີກາ ພັກຮັກສາໂຕຢ່າງຕໍ່ເນື່ອງ ຈົນແຂງແຮງທັງກາຍ ແລະ ຈິດໃຈ  ແລະ ສາມາດໃຊ້ຊີວິດໄດ້ຢ່າງປົກກະຕິ ລາວຈິ່ງຂໍກັບມາເຮັດວຽກທີ່ລາວຮັກຄືເກົ່າ ເຊິ່ງກໍອາດສ່ຽງທີ່ຕາໜ່ວຍສຸດທ້າຍເບື້ອງຊ້າຍຂອງ ເຈສສີກາ ຈະບອດໄປນໍາກັນ ແຕ່ລາວກໍ່ບໍ່ຍອມແພ້ຕໍ່ໂຊກຊາຕາ ແລະ ບັນຫາຊີວິດ ຢືນຢັ້ງຈະເຮັດວຽກທີ່ຮັກຕໍ່ໄປ.  




ນອກຈາກນັ້ນ,  ເຈສສີກາ ຍັງສະແດງຈຸດຢືນວ່າບໍ່ເຄີຍຂ້ຽດແຄ້ນແຟນເກົ່າທີ່ເຮັດກັບລາວແບບນີ້  ພ້ອມກັບໃຫ້ກຳລັງໃຈເຍື່ອເຄາະຮ້າຍອື່ນໆຈາກການຖືກສາດນໍ້າກົດແບບດຽວກັບລາວ.







© ໂຕະນໍ້າຊາ | tonamcha.com  
___________


Powered by Blogger.