ລັດຖະບານລາວຈະຂາຍຫຸ້ນຈຳນວນໜຶ່ງຂອງບໍລິສັດການບິນລາວ
ໃນຖານະເປັນສ່ວນໜຶ່ງຂອງການປະຕິຮູບລັດວິສາຫະກິດ, ລັດຖະບານລາວພວມກຽມການຂາຍຫຸ້ນຈຳນວນໜຶ່ງຂອງບໍລິສັດການບິນລາວ ເພື່ອໃຫ້ບໍລິສັດສາມາດດຳເນີນງານຢ່າງມີປະສິດທິພາບແລະມີຄວາມສາມາດຫາຜົນກຳໄລຫຼາຍກວ່າ
ເກົ່າ.
ໜັງສືພິມວຽງຈັນທ້າມສ໌ສະບັບວັນທີ 27 ມິຖຸນານີ້ໄດ້ລາຍງານໂດຍອ້າງຕາມການເປີດເຜີຍຂອງທ່ານ ຈະເລີນ ເຢຍປາວເຮີ ໂຄສົກລັດຖະບານລາວທີ່ກ່າວຫຼັງກອງປະຊຸມວຽກງານລັດຖະບານໃນເດືອນມິຖຸນານີ້ວ່າ: ປະເທດລາວ ມີລັດວິສາຫະກິດ 180 ແຫ່ງຜະເຊີນກັບຄວາມຫຍຸ້ງຍາກ, ຂະນະທີ່ກ່ອນໜ້ານີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດກໍໄດ້ກ່າວຕໍ່ສະພາແຫ່ງຊາດວ່າຈະບໍ່ອຸດໜຸນລັດວິສາຫະກິດອີກ,ແຕ່ຈະໃຊ້ມາດຕະການປັບປຸງການດຳເນີນງານຂອງວິສາຫະກິດເຫຼົ່ານີ້. ພ້ອມທັງຍິນດີຕ້ອນຮັບບໍລິສັດການບິນຕ່າງປະເທດທີ່ມີຄຸນນະພາບດີແລະເໝາະສົມຮ່ວມຖືຫຸ້ນຂອງບໍລິສັດການບິນລາວ ທີ່ສຳຄັນ"ເປົ້າໝາຍທີ່ລັດຖະບານຍົກຄວາມສາມາດຂອງລັດວິສາຫະກິດໃຫ້ສູງຂຶ້ນກໍຄືການຊອກຫາບໍລິສັດການບິນຕ່າງປະເທດມາຮ່ວມຫຸ້ນ,ຫາກບໍ່ແມ່ນການຂາຍບໍລິສັດ".
ເຈົ້າໜ້າທີ່ອາວຸໂສຂອງບໍລິສັດການບິນລາວເປີດເຜີຍຕໍ່ນັກຂ່າວໜັງສືພິມວຽງຈັນທ້າມສ໌ວ່າ:
ປັດຈຸບັນ,ມີນັກລົງທຶນຈຳນວນໜຶ່ງສົນໃຈແລ້ວ,ແລະພວມເກັບກຳຂໍ້ມູນທີ່ກ່ຽວຂ້ອງຂອງລາວ.
ທີ່ມາ: CRI FM93© ໂຕະນໍ້າຊາ | tonamcha.com
___________
Post a Comment