Header Ads

ໂຈນໃນເຄື່ອງແບບ! ພະນັກງານລັດທຳລາຍເອກະສານການເງິນ ອ້າງວ່າເປັນເຈ້ຍເສດ


ເຖິງວ່າແມ່ນວ່າກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ຜ່ານມາຈະອັດລົງດ້ວຍຜົນສຳເລັດໄປແລ້ວກໍ່ຕາມ, ແຕ່ກະຊວງການເງິນກໍ່ຍັງສືບຕໍ່ໃຫ້ຄຳຊີ້ ແຈງກ່ຽວກັບຂໍ້ຂ້ອງໃຈຂອງປະຊາຊົນໃນທຸກໆຄຳຖາມໂດຍຜ່ານເບີໂທລະສັບສາຍດ່ວນ 1519 ຂອງກະຊວງການເງິນ, ທີ່ບັນດາພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ຜູ້ປະກອບການບຸກຄົນ, ນິຕິບຸກຄົນ, ລວມທັງອົງການລັດ, ທຽບເທົ່າກະຊວງ ໄດ້ມີຄຳຖາມ, ການສະເໜີ, ຂໍ້ຄິດເຫັນ ແລະ ອື່ນໆ. ມື້ນີ້ໜັງສືພິມເສດຖະກິດ – ການຄ້າໄດ້ນໍາເອົາຄຳຊີ້ແຈງ 1 ຫົວຂໍ້ມານໍາສະ ເໜີດັ່ງນີ້:
1. ພະນັກງານລັດແຂວງສະຫວັນນະເຂດ ສະເໜີໃຫ້ມີການຕິດຕາມກວດກາ ແລະ ມີມາດຕະ ການຕໍ່ກັບພະນັກງານຂະແໜງການເງິນທີ່ທຳລາຍເອກະສານການເງິນ ໂດຍຂາຍໃຫ້ແກ່ບ່ອນ ເກັບຊື້ເຈ້ຍເສດ ເຊັ່ນ: ໃບຮັບເງິນ, ຊຳລະສະສາງ ແລະ ອື່ນໆ?.
ຕໍ່ກັບບັນຫາດັ່ງກ່າວ ກະຊວງການເງິນຈຶ່ງໄດ້ອອກມາຊີ້ແຈງໂດຍຜ່ານການປະສານ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນພະແນກການເງິນແຂວງສະຫວັນນະເຂດ ບ່ອນທີ່ເປັນເປົ້າໝາຍຂອງຫາງສຽງ ແລະ ປະກົດການທີ່ເກີດຂຶ້ນດັ່ງກ່າວ ແລະ ໃຫ້ເຫດຜົນ ຍອມຮັບວ່າ: ໄດ້ມີປະກົດການດັ່ງກ່າວເກີດຂຶ້ນແທ້, ເຊິ່ງເກີດຂຶ້ນໃນໄລຍະທີ່ມີການຍົກຍ້າຍ ຫ້ອງການພະແນກການເງິນແຂວງຫຼັງເກົ່າໄປຢູ່ຫຼັງໃໝ່.
ພາຍຫຼັງຮັບຮູ້ວ່າ ມີເອກະສານການເງິນເສຍ, ພະແນກການເງິນແຂວງໂດຍສົມທົບ ກັບພະແນກທີ່ກ່ຽວຂ້ອງເພື່ອຕິດຕາມ, ກວດກາ ແລະ ພົບເຫັນການນຳເອົາເອກະສານດັ່ງກ່າວ ໄປຂາຍໃຫ້ຜູ້ເກັບຊື້ເຈ້ຍເສດແທ້ ຈຶ່ງໄດ້ເອົາເອກະສານດັ່ງກ່າວນັ້ນຄືນມາ, ແຕ່ໄດ້ກັບມາຈຳນວນ ໃດໜຶ່ງເທົ່ານັ້ນ.
ສ່ວນທີ່ເຫຼືອເຈົ້າຂອງຮ້ານຮັບຊື້ໄດ້ນຳໄປຕັດເພື່ອເອົາໄປຂາຍຕໍ່. ຕໍ່ບັນຫານີ້, ພະແນກການເງິນແຂວງສະຫວັນນະເຂດ ໄດ້ມອບໃຫ້ເຈົ້າໜ້າທີ່ໆກ່ຽວຂ້ອງ ເປັນຜູ້ດຳເນີນການປັດຈຸບັນ, ແມ່ນກຳລັງຢູ່ໃນຂັ້ນຕອນການຕິດຕາມກວດກາ ແລະ ສືບສວນ – ສອບສວນຫາຜູ້ກະທຳຜິດມາລົງໂທດຕາມລະບຽບກົດໝາຍ.
ທີ່ມາ:  ຂ່າວເສດຖະກິດ-ການຄ້າ 

© ໂຕະນໍ້າຊາ | tonamcha.com  
___________


Powered by Blogger.