Larissa Waters ກາຍເປັນສະມາຊິກວຸດທິສະພາຄົນທໍາອິດຂອງປະເທດອົດສະຕຣາລີ ທີ່ໃຫ້ນົມລູກ ແລະ ອະພິປາຍຕອບຄໍາຖາມໃນສະພາ
ນີ້ແມ່ນພາບທີ່ສຳນັກຂ່າວຕ່າງປະເທດ ແລະ ສື່ສັງຄົມອອນລາຍຊົມເຊີຍໃນຈິດວິນຍານຄວາມເປັນແມ່ ແລະ ການເຮັດໜ້າທີ່ແມ່ ພ້ອມກັບໜ້າທີ່ການງານໃນເວລາດຽວກັນ ເຊິ່ງຄົນທີ່ຢູ່ໃນພາບນີ້ແມ່ນ ສະມາຊິກວຸດທິສະພາ Larissa Waters ປະເທດອົດສະຕຣາລີ ທີ່ກຳລັງຢືນອະພິປາຍ ແລະ ໃຫ້ນົມລູກໃນເວລາດຽວກັນ ເຊິ່ງກາຍເປັນ ສະມາຊິກວຸດທິສະພາ ຄົນທໍາອິດໃນປະເທດອົດສະຕຣາລີ ທີ່ໃຫ້ນົມລູກ ແລະ ອະພິປາຍຕອບຄໍາຖາມໃນສະພາ.
ນີ້ແຫຼະຄໍາວ່າແມ່ ຈະຢູ່ໃນສະຖານະໃດກໍຍັງເຮັດໜ້າທີ່ “ແມ່” ສະເໝີ !
ທີ່ມາ: UNI
© ໂຕະນໍ້າຊາ | tonamcha.com
___________
Post a Comment