Header Ads

ຕະຫຼາດປາກຊັນເກົ່າ ຈະໄດ້ຮັບການພັດທະນາເປັນຕະຫຼາດໃໝ່



ຕະຫຼາດປາກຊັນເກົ່າ ຕັ້ງຢູ່ບ້ານ ໂພໄຊ ເມືອງປາກຊັນ  ຈະໄດ້ປັບປຸງພັດທະນາໃຫ້ເປັນຕະຫຼາດໃໝ່ ແລະ ເປັນສະຖານທີ່ແລກປ່ຽນຊື້-ຂາຍສິນຄ້າໃຫ້ມີຄວາມສະອາດ, ມີຄຸນນະພາບ ໄດ້ມີຂຶ້ນ ແລະ ມີມາດຕະຖານດີຂື້ນ.​

ສໍາລັບພິທີເຊັນສັນຍາການປັບປຸງພັດທະນາຕະຫຼາດດັ່ງກ່າວມີຂຶ້ນໃນວັນທີ 23 ມິຖຸນາຜ່ານມານີ້ ຢູ່ຫ້ອງປະຊຸມຂອງພະແນກແຜນການ ແລະ ການລົງທຶນແຂວງລະຫວ່າງ ທ່ານ ອູ ສີຫາວົງ ຜູ້ສຳປະທານກໍ່ສ້າງຕະຫຼາດ ແລະ ຕ່າງໜ້າໃຫ້ແກ່ອຳນາດການປົກຄອງແຂວງໂດຍທ່ານ ພອນທິລາດ ສິດສາທອນ ຫົວໜ້າພະແນກແຜນການ-ການລົງທຶນແຂວງ, ໂດຍຊ້ອງໜ້າຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ພ້ອມດ້ວຍຕ່າງໜ້າພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.




ຕະຫຼາດປາກຊັນເກົ່າໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1995 ແລະ ໄດ້ມີການພັດທະນາສ້ອມແປງໃໝ່ໃນປີ 2005 ເຊິ່ງເຫັນວ່າຕະຫຼາດດັ່ງກ່າວເໝາະແກ່ການແລກປ່ຽນ, ຈັບຈ່າຍ, ຊື້-ຂາຍສິນຄ້າ ສະນັ້ນຈຶ່ງໄດ້ມີການຂະຫຍາຍຕົວເປັນແຕ່ໄລຍະມາຕະຫຼອດ. ມາຮອດເດືອນກໍລະກົດ 2016 ທ່ານ ອູ ສີຫາວົງ ຜູ້ສຳປະທານຕະຫຼາດດັ່ງກ່າວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບພະແນກແຜນການ ແລະ ການລົງທຶນແຂວງ ໃນການສຳຫຼວດ-ອອກແບບຄວາມເປັນໄປໄດ້ໃນການພັດທະນາເປັນເວລາ 90 ວັນ ແລະ ມາຮອດປະຈຸບັນແມ່ນມີຄວາມພ້ອມແລ້ວທີ່ຈະສືບຕໍ່ປັບປຸງພັດທະນາຕະຫຼາດດັ່ງກ່າວໃຫ້ເປັນບ່ອນແລກປ່ຽນຊື້-ຂາຍສິນຄ້າ ແລະ ເປັນຕະຫຼາດສະອາດສວຍງາມ, ມີຄຸນນະພາບ, ມີການຈັນສັນໃຫ້ເປັນລະບຽບງາມຕາກວ່າເກົ່າ. ທ່ານ ອູ ສີຫາວົງ ຍັງໃຫ້ຮູ້ຕື່ມອີກວ່າ: ຕາມແບບແຜນຄິດໄລ່ຂອງໂຄງການ ແມ່ນຈະໄດ້ມີການປັບປຸງຍົກລະດັບພື້ນໃຫ້ສູງຂຶ້ນກວ່າເກົ່າ, ມຸງຫຼັງຄາຄືນໃໝ່, ປູກສ້າງອາຄານຕື່ມອີກຈຳນວນ 4 ຫຼັງ ລວມມູນຄ່າການກໍ່ສ້າງທັງໝົດ 4 ຕື້ກວ່າກີບ ແລະ ຈະໄດ້ເລີ່ມລົງມືຈັດຕັ້ງປະຕິບັດຫຼັງຈາກໝົດລະດູຝົນ ເຊິ່ງຄາດວ່າຈະສຳເລັດພາຍໃນ 153 ອາທິດ ແລະ ຕະຫຼາດແຫຼ່ງນີ້ຈະກາຍເປັນໃບໜ້າອັນໃໜ່ຂອງຊາວເມືອງປາກຊັນນໍາອີກ. 

© ໂຕະນໍ້າຊາ | tonamcha.com  
___________

Powered by Blogger.