Header Ads

ກາຕ້າ ເຊັນສັນຍາຊື້ເຮືອບິນ F-15 ຈາກສະຫະລັດ ອາເມລິກາ




ໃນວັນທີ 15 ມິຖຸນາ ຜ່ານມານີ້.​ ສໍານັກຂ່າວ Al Jazeera English ລາຍງານ ກາຕ້າ ເຊັນສັຍນາຊື້ເຮືອບິນ F-15 ຈາກສະຫະລັດ ອາເມລິກາດ້ວຍວົງເງິນ 12 ພັນລ້ານໂດລາ ສະຫະລັດ ໃນບໍ່ດົນມານີ້ ພາຍຫຼັງທີ່ ທ່ານ ໂດໂນ ທຣັມ ປະທານາທິບໍດີ ສະຫະລັດ ປະກາດວ່າ ກາຕ້າເປັນພັນທະມິດສຳຄັນຂອງປະເທດໜຶ່ງຂອງສະຫະລັດ ອາເມລິກາ.​ ເຈົ້າໜ້າທີ່ລະດັບສູງຂອງປະເທດກາຕ້າ ເປິດເຜີຍວ່າການເຊັນສັນຍາຊື້ເຮືອບິນ F-15 ຈາກສະຫະລັດ ອາເມລິກາ  ເປັນຂໍ້ພິສູດວ່າ ສະຫະລັດ ຍັງຄົງຢູ່ຄຽງຂ້າງກາຕ້າ ແລະ ກອງກໍາລັງທັງຂອງສອງຊາດບໍ່ຕ່າງຈາກພີ່ນ້ອງ.​




ກາຕ້າ ຖືກຊາດອາຫຼັບ 6 ຊາວຕັດຄວາມສໍາພັນທາງການທູດໃນອາທິດຜ່ານມາ ເຮັດໃຫ້ກາຕ້າ ຕົກຢູ່ໃນສະພາບວີກິດ ລວມທັງເສັ້ນທາງຄົມມະນາຄົມທັ 3 ລະບົບ (ທາງເຮືອ, ອາກາດ ແລະ ບົກ) ກາຍເປັນອໍາມະພາດ ຈົນມີຂ່າວລືວ່າອາດມີຜົນກະທົບກໍ່ການເປັນເຈົ້າພາບການແຂ່ງຂັນ ເຕະບານໂລກໃນປີ 2022  ແລະ ການແຂ່ງຂັນ Gulf Cup of Nations 2017 ທີ່ກຳລັງຈະເກີດຂື້ນໃນຕົ້ນປີ 2018 ນີ້ໂດຍ ກາຕ້າ ຮັບໜ້າທີ່ເປັນເຈົ້າພາບຈັດງານ.






ທີ່ມາAl Jazeera English
© ໂຕະນໍ້າຊາ | tonamcha.com   
___________





Powered by Blogger.