Header Ads

ລັກເຄື່ອນຍ້າຍໄມ້ເຖື່ອນ ແລະ ເຄື່ອງປ່າຂອງດົງ ແຕ່ໄປບໍ່ລອດຖືກຈັບພ້ອມຂອງກາງ ທີ່ແຂວງອັດຕາປື



ໃນວັນທີ 28 / 6 /2017 ທີ່ຜ່ານມານີ້ເຈົ້າໜ້າທີ່ສະເພາະກິດໄດ້ມີພົນລະເມືອງດີແຈ້ງມາຍັງສາຍກວດວ່າ ຈະມີການເຄື່ອນຍ້າຍໄມ້ຜິດກົດໝາຍ ຈາກເມືອງຊານໄຊ ຫາ ເມືອງ ໄຊເສດຖາ ແຂວງ ອັດຕະປື ດັ່ງນັ້ນຄະນະຮັບຜິດຊອບສາຍກວດ ຈື່ງໄດ້ແຕ່ງຕັ້ງ ວິຊາການສົມທົບກັບພາກສ່ວນກ່ຽວຂ້ອງ ລົງເຄື່ອນໄຫວສະກັດເສັ້ນທາງດັ່ງກ່າວ ແລະມາຮອດເວລາ 21 ໂມງ 30ນາທີ ໄດ້ພົບເຫັນລົດເປົ້າໝາຍ ເຊິ່ງເປັນ ລົດຮຸນໄດ ສີຂາວ ທະບຽນ ກກ 3433 ແລ່ນມາຈາກ ເມືອງຊານໄຊ 



ມຸ້ງໜ້າໄປບ້ານຫາດຊາຍຂາວ, ເມືອງໄຊເສດຖາ, ທາງເຈົ້າໜ້າທີ່ຈຶ່ງໄດ້ສັ່ງຢຸດລົດຄັນດັ່ງກ່າວ ບໍລິເວນນາໂພນຕານ ແລະ ໄດ້ພ້ອມກັນກວດກາ ໂດຍພົບເຫັນຂອງກາງ ເປັນໄມ້ຕັບ ຄ້າຍຄືໄມ້ດູ ແລະ ໄມ້ປ່າດົງ ຈຳນວນປະມານ 2.000 kg (ບໍ່ມີເອກະສານ) ທາງເຈົ້າໜ້າທີ່ຈື່ງໄດ້ນຳເອົາລົດຄັນດັ່ງກ່າວພ້ອມໄມ້ ໄປໄວ້ທີ່ກອງກວດກາປ່າໄມ້ແຂວງ ພ້ອມທັງສ້າງບົດບັນທືກ ແລະ ຈະດຳເນີນຄະດີຕາມລະບຽກົດໝາຍ.



ທີ່ມາ:  ແຂວງອັດຕາປື 
© ໂຕະນໍ້າຊາ | tonamcha.com  
 
___________

Powered by Blogger.