Header Ads

ເປີດໄຟໃສປະຕູໄຊ ສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນຄົບຮອບ 50 ປີ ແລະ 20 ປີ ການເຂົ້າເປັນສະມາຊິກຂອງ ສປປ ລາວ



ໃນຕອນຄໍ່າມື້ນີ້ ເວລາ 18:30 ໂມງ (8/8/2017) ໄດ້ມີພິທີໄຕ້ໄຟໃສ່ປະຕູໄຊ ເພື່ອເປັນການສ້າງຂະບວນການ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມແຫ່ງປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ ( Association of southeast ASEAN Nation) ຄົບຮອບ 50 ປີ (8/8/1967-8/8/2017) ແລະ ສະຫຼອງຄົບຮອບ 20 ປີ (23/7/1997-23/7/2017) ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ.


ພິທີດັ່ງກ່າວຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ມີບັນດາເອກອັກຄະຣາຊະທູດບັນດາປະເທດອາຊຽນ ແລະ ຄູ່ຮ່ວມມື ທີ່ມີສຳນັກງານຕັ້ງຢູ່ນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານ ແລະ ປວງຊົນລາວ ເຂົ້າຮ່ວມ 200 ກວ່າທ່ານ.











ທີ່ມາ: ເສດຖະກິດການຄ້າ
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.