Header Ads

ເຕຶອນໄພ! ມິດສາຊີບ ຊາວຕ່າງຊາດ ເລາະປ່ຽນເງີນກອ່ນໃຊ້ມາຢາກົນຖອດເງີນກັບຄືນແບບສະບາຍ !


ເຫດການນີ້ເກີດຂື້ນກັບຮ້ານຂາຍຄໍາ ທີ່ນະຄອນຫລວງວຽງຈັນ ໃນວັນທີ່ 5 ສີງຫາ 2017 ຜ່ານມານີ້ ໂດຍເຫດການນີ້ແມ່ນຄົນຕ່າງປະເທດສັນຊາດຈີນ 2 ຄົນ ທໍາທ່ານເຂົ້າມາຖາແລກປ່ຽນເງີນ ທີ່ຮ້ານຄຳແຫ່ງໜຶ່ງ ດ້ວຍວິທີການແມ່ນນໍາເອົາເງີນສະກຸນໂດລາມາແລກປ່ຽນ. ມິດສາຊີບ ເອົາເງີນໂດລາຊະນິດໃບລະ100$ ຈຳນວນ10 ໃບ ມາຂໍແລກປ່ຽນ ໃນຂະນະຢືນຢູ່ໃນຮ້ານ ມິດສາຊີບກໍທຳທ່າ ຈະຂໍເບິ່ງນັ້ນເບີ່ງນີ້ເພື່ອລວງຕາ  ແລະ ເຮັດໃຫ້ເຈົ້າຂອງຮ້ານເສຍສະມາທິ ແລ້ວສວຍໂອກາດຈັບເອົາເງີນໂດລາທີ່ຈະແລກປ່ຽນນັ້ນຄືນໄປຄືນມາ ແຕ່ພໍເວລາຈະເອົາເງິນໃຫ້ເຈົ້າຂອງຮ້ານ ມິສາຊິບຈະລັກຖອດເອົາເງີນຄຶນໄປ 4 ໃບ ເຊິ່ງເທົ່າກັບ 400 ໂດລາ ແຕ່ເຈົ້າຂອງຮ້ານຈະໄດ້ 600 ໂດລາ  ແລະ ແນ່ນອອຂາດທຶນໄປໂດຍບໍ່ຮູ້ໂຕຕັ້ງ 400 ໂດລາ.



ຈາກການລໍາດັບເຫດການພາຍໃນຄຣິບຈະສັງເກດວ່າໃນນາທີ 2:43 ມິດສາຊີບຈະຈັບເງິນແລ້ວພັບເອົາເງິນໄວ້ໃນອົ້ງມື ກ່ອນທີ່ຈະປ່ອຍເງິນອີກຈຳນວນໜຶ່ງໃຫ້ເຈົ້າຂອງຮ້ານຜູ້ທີ່ຈະທໍາການແລກປ່ຽນໃຫ້ ເຊິ່ງເປັນວິທີການທີ່ແນບນຽນ ແລະ ສັງເກດຍາກຫາກຜູ້ບໍ່ສັງເກດດີໆ ຫຼື ມີສະມາທິ. 



ນີ້ແມ່ນຂະບວນການ ແລະ ອີກຊ່ອງທາງທໍາມະຫາກິນຂອງມິດສາຊີບ ທີ່ທຸກຄົນຕ້ອງມີສະຕິລະວັງໂຕຢູ່ສະເໝີ ແລະ ຮູ້ທັນກົນໂກງມິດສາຊີບເຫຼົ່ານີ້ ທີ່ອອກອາລະວາດແບບບໍ່ຢໍາເກງກົດໝາຍບ້ານເມືອງ ແລະ ເຮັດໃຫ້ສັງຄົມບໍ່ສະຫງົບ.  


ຂໍ້ມູນ: Somdity Sipaseuth
© ໂຕະນໍ້າຊາ | tonamcha.com    

___________

Powered by Blogger.