Header Ads

ນາຍົກ ເນັ້ນແຂວງຊຽງຂວາງ ສືບຕໍ່ປັບປຸງ ທຸກຂົງເຂດວຽກງານ



ໃນ​ໂອກາດ ​ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານ ຢູ່ ແຂວງຊຽງຂວາງ ໃນຕອນເຊົ້າວັນທີ 9 ສິງຫາ 2017 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ​ ໄດ້ໂອ້ລົມ ​ແລະ ຊີ້ນຳວຽກງານຕໍ່ ພະນັກງານຫລັກແຫລ່ງ ແຂວງຊຽງຂວາງ ​ໂດຍ​ມີ ທ່ານ ສົມກົດ ມັງໜໍ່ເມກ ເຈົ້າແຂວງໆຊຽງຂວາງ ແລະ ພະນັກງານຫລັກແຫລ່ງ ຂອງແຂວງ​ເຂົ້າ​ຮ່ວມ.





​ໃນ​ໂອກາດ​ດັ່ງກ່າວ, ທ່ານ​ ນາຍົກ ໄດ້​ເນັ້ນໃຫ້ແຂວງຊຽງຂວາງ ສືບຕໍ່ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ໃຫ້ເຂົ້າສູ່ລວງເລິກ ຢ່າງມີປະສິດທິຜົນສູງ, ບໍລິຫານວຽກງານພາຍໃຕ້ ກົດ   ໝາຍຢ່າງເຄັ່ງ​ຄັດ, ຈັດຕັ້ງປະຕິບັດມະຕິຄຳສັ່ງ ຂອງຂັ້ນເທິງໃຫ້ເຂັ້ມງວດ, ປາບປາມຢາເສບຕິດ ຢ່າງ ເປັນຂະບວນຢ່າງຈິງຈັງ, ຄຸ້ມຄອງພະນັກງານການເງິນ ໃຫ້ເຂັ້ມງວດ, ຕ້ານການສໍ້ລາດບັງຫລວງ, ພະ ຍາຍາມແກ້ໄຂ ປະກົດການຫຍໍ້ທໍ້, ໃຫ້ຈັດແບ່ງພາຫະນະ ປະຈຳຕຳແໜ່ງຕາມລະບຽບ ຄຸ້ມຄອງປ່າໄມ້ ປາບປາມການລັກລອບຕັດໄມ້ ການລັກລອບສົ່ງໄມ້ອອກນອກປະເທດ ໃຫ້ປະຕິບັດຄຳສັ່ງເລກທີ 15/ນຍ ຢ່າງເຄັ່ງຄັດທຸກຄົນ ເປັນຫູເປັນຕາຊ່ວຍກັນ, ໃຫ້ພັດທະນາແຂວງຊຽງຂວາງ ຈະເລີນກ້າວໄກເປັນແບບຢ່າງ ໃຫ້ກັບແຂວງອື່ນໆ ສົມກັບເປັນແຂວງວິລະຊົນ, ສູ້ຊົນເກັບກູ້ ແລະ ທຳລາຍລະເບີດທີ່ບໍ່ທັນແຕກທີ່ຕົກຄ້າງ.





ພ້ອມ​ກັນ​ນີ້, ການນຳຂອງແຂວງ ຕ້ອງຊອກທ່າແຮງ ພ້ອມນຳໃຊ້ທ່າແຮງນັ້ນ ໃຫ້ເກີດຜົນປະ ໂຫຍດ ສູງຕໍ່ປະຊາຊົນ ກໍຄື ແຂວງຊຽງຂວາງ, ສູ້ຊົນແກ້ການປະຕິບັດ ລະບຽບວິໄນ, ແກ້ພະຍາດອາດຍາສິດ, ແກ້ໄຂການຫ່າງເຫີນ ຕໍ່ປະຊາຊົນ ​ແລະ ໃຫ້ຮັກສາໝາກຜົນ ຂອງການປະຕິວັດ ຢ່າງໜັກແໜ້ນ, ຮັກສາຄວາມສະຫງົບໃຫ້ໄດ້ດີ ມີຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມ.







ເນື້ອໃນຂ່າວ: ບຸນມີ ແສງທຸມມີ/ຂປລ    |  Photo:  Sourioudong Sundara 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.