Header Ads

ຜົນປະໂຫຍດ 8 ດ້ານສຳຄັນ ທີ່ ສປປ ລາວໄດ້ຮັບຈາກ 20 ປີການເຂົ້າຮ່ວມເປັນສະມາຊິກອາຊຽນ ( 23 ກໍລະກົດ 1997-23 ກໍລະກົດ 2017 )



ໃນປີ 2017 ນີ້ ນັບວ່າເປັນປີທີ່ມີສຳຄັນທາງປະຫວັດສາດ ຊຶ່ງແມ່ນປີ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງ ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຫລື ອາຊຽນ (8 ສິງຫາ 1967-8 ສິງຫາ 2017) ແລະ ເປັນປີຄົບຮອບ 20 ປີ ທີ່ ສປປ ລາວ ເຮົາເຂົ້າເປັນສະມາຊິກອາຊຽນ (23 ກໍລະກົດ 1997-23 ກໍລະກົດ 2017).


ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກ່າວວ່າ: ການເປັນສະມາຊິກອາຊຽນ ຕະຫຼອດໄລຍະສອງທົດສະວັດຜ່ານມາ ໄດ້ນຳຜົນປະໂຫຍດມາສູ່ ສປປ ລາວ ຫຼາຍດ້ານເຊັ່ນ:



1. ຖານະບົດບາດຂອງ ສປປ ລາວ ໃນ ເວທີພາກພື້ນ ແລະ ສາກົນ ໄດ້ ສູງເດັ່ນຂຶ້ນ; 
2. ພວກເຮົາໄດ້ປະກອບສ່ວນສ້າງສະພາບແວດລ້ອມພາກພື້ນແຫ່ງສັນຕິພາບ ແລະ ສະຖຽນລະພາບ ທີ່ອຳນວຍ ໃຫ້ ແກ່ການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ພ້ອມທັງ ໄດ້ມີສ່ວນຮ່ວມ ອັນສຳຄັນ ໃນການກຳນົດຫຼັກການ ແລະ ສ້າງລະບຽບການອັນສຳຄັນຂອງອາຊຽນ; 
3. ຕະຫຼອດ 20 ປີ ແຫ່ງການເປັນສະມາຊິກອາຊຽນນີ້, ສປປ ລາວ ພວກເຮົາ ໄດ້ຮັບການສະໜັບສະໜູນຊ່ວຍເຫລືອຫລາຍດ້ານຈາກປະເທດສະມາຊິກອາຊຽນ, ຄູ່ເຈລະຈາ ແລະ ຄູ່ຮ່ວມພາຍນອກອື່ນໆ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອສົ່ງເສີມ ແລະ ຊຸກຍູ້ຄວາມພະຍາຍາມ ຂອງ ສປປ ລາວ ໃນການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນເຊັ່ນ: ອາຊຽນ ເປັນໜຶ່ງໃນປັດໄຈຊ່ວຍຊຸກຍູ້ ສປປ ລາວ ເຂົ້າອົງການການຄ້າໂລກ ໄດ້ສຳເລັດ;
 4. ພວກເຮົາ ໄດ້ກາຍເປັນສ່ວນຫນຶ່ງຂອງຕະຫລາດອາຊຽນ ທີ່ມີເສດຖະກິດໃຫຍ່ອັນດັບ 6 ຂອງໂລກ ຊຶ່ງ ໄດ້ເປີດໂອກາດໃຫ້ແກ່ ສປປ ລາວ ສາມາດ ເຂົ້າ ເຖິງຕະຫຼາດສາກົນຫຼາຍຂຶ້ນ ໂດຍ ຜ່ານ ເຂດການຄ້າເສລີ ລະຫວ່າງ ອາຊຽນ ກັບແຕ່ລະຄູ່ເຈລະຈາ ແລະ ເຂດການຄ້າເສລີໃນຂອບການເປັນຄູ່ຮ່ວມເສດຖະກິດແບບຮອບດ້ານລະດັບພາກພື້ນ (RCEP) ຊຶ່ງຄາດວ່າຈະສຳເລັດໃນໄວໆນີ້; 
5. ພວກ ເຮົາ ໄດ້ ປັບປຸງ ນິຕິ ກຳ ແລະ ລະບຽບພາຍໃນຂອງຕົນຊຶ່ງໄດ້ ອຳນວຍຄວາມສະດວກເຮັດໃຫ້ບໍລິມາດການຄ້າ ແລະ ການລົງທຶນໃນ ສປປ ລາວ ເພີ່ມຂຶ້ນ;
 6. ການ ໄປມາຫາສູ່ ກັນຂ ອງປະຊາຊົນມີຄວາມສະດວກຫຼາຍຂຶ້ນເຮັດໃຫ້ນັກທ່ອງທ່ຽວເຂົ້າມາ ສປປ ລາວ ເປັນຈຳນວນ ຫຼວງ ຫຼາຍ; 
7. ວັດທະນະທຳ-ຮີດຄອງ ປະ ເພນີ ອັນ ດີງາມທີ່ເປັນເອກະລັກຂອງ ລາວ ໄດ້ຮັບການສົ່ງເສີມ ແລະ ເປັນທີ່ຮັບຮູ້ຂອງວົງຄະນາຍາດສາກົນ; 

8. ການເຂົ້າຮ່ວມວຽກງານອາຊຽນ ເປັນການສ້າງຊັບພະຍາກອນມະນຸດໃຫ້ມີຄວາມສາມາດ ໄດ້ມາດຕະຖານພາກພື້ນ ແລະ ສາກົນ ເທື່ອລະກ້າວ.




© ໂຕະນໍ້າຊາ | tonamcha.com     
___________

Powered by Blogger.