Header Ads

ພາຍຸໄຕ່ຝຸ່ນ “ໂນຮູ” ພັດເຂົ້າຢີ່ປຸນ ເສຍຊີວິດແລ້ວ 2 ຄົນ ແລະ ສູນຫາຍ 51 ຄົນ !


ສໍານັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 7 ສິງຫາ ຜ່ານມານີ້ ພາຍຸໄຕ່ຝຸ່ນ “ໂນຮູ” ໄດ້ເຄື່ອນໂຕພັດເຂົ້າພາກກາງຂອງປະເທດຢີ່ປຸນ  ເຊິ່ງສ້າງຜົນກະທົບໃຫ້ປະຊາຊົນຕ້ອງອົບພະຍົກອອກຈາກທີ່ຢູ່ອາໄສ ພ້ອມກັບເຮັດໃຫ້ເກີດຝົນຕົກໜັກ, ລົມແຮງ, ນໍ້າໄຫຼຊຸ ແລະ ດິນເຈື່ອນໃນບາງພື້ນທີ່ ຈົນເຮັດໃຫ້ທາງການປະກາດແຈ້ງເຕືອນໃຫ້ປະຊາຊົນຍົກຍ້າຍອອກຈາກເກາະຊີໂກກຸ (ເກາະຂະໜາດນ້ອຍໃນປະເທດຢີ່ປຸ່ນ) ແລະ ພາຍຸໄຕ່ຝຸ່ນ “ໂນຮູ” ຍັງສົ່ງຜົນກະທົບໃຫ້ຖ້ຽວບິນກວ່າ 230 ຖ້ຽວຕ້ອງຍົກເລີກຖ້ຽວບິນທັນທີ.  ຢ່າງໃດກໍຕາມ, ຍອດຜູ້ຊີວິດຈາກພາຍຸໄຕ່ຝຸ່ນ “ໂນຮູ” ແມ່ນ 2 ຄົນ ແລະ ມີລາຍງານເພີ່ມເຕີມວ່າມີ 51 ຄົນສູນຫາຍ. 





ອີງຕາມຂໍ້ມູນ ອຸຕຸນິຍົມ ແລະ ອຸທົກກະສາດ ຂອງຢີ່ປຸ່ນລະບຸວ່າ: ພາຍຸໄຕ່ຝຸ່ນ “ໂນຮູ” ມີຄວາມຮຸນແຮງເທົ່າກັບ ພະຍຸເຮິລິເຄນລະດັບ 5  ແລະ ຫຼຸດກຳລັງແຮງລົງເຫຼືອ ພຽງລະດັບ 1 ຂອງພະຍຸເຮິລິເຄນກ່ອນທີ່ຈະພັດເຂົ້າຝັ່ງ ແລະ ເຄື່ອນໂຕຕໍ່ເນື່ອງສູ່ພາກກາງຂອງປະເທດຢີ່ປຸ່ນໃນວັນຈັນ ທີ່ 7 ສິງຫາທີ່ຜ່ານມານີ້ ແລະ  ພາຍຸໄຕ່ຝຸ່ນ “ໂນຮູ” ຈະກໍາລັງລົງ ແລ້ວກາຍເປັນພະຍຸໂຊນຮ້ອນ ກ່ອນພັດເຂົ້ານະຄອນຫຼວງໂຕກຽວໃນມື້ນີ້.​






ທີ່ມາ:  BBC 
© ໂຕະນໍ້າຊາ | tonamcha.com    

___________



Powered by Blogger.