Header Ads

ພິທີມອບ-ຮັບໜ້າທີ່ ລະຫວ່າງຜູ້ອຳນວຍການໃຫຍ່ ບໍລິສັດ ອິທີແອລ ມະຫາຊົນ ແລະ ຜູ້ອຳນວຍການໃຫຍ່ ບໍລິສັດ ອິທີແອລ ຈຳກັດ


ໃນຕອນເຊົ້າວັນທີ 8 ສິງຫານີ້, ທີ່ບໍລິສັດ ອິທີແອລ ມະຫາຊົນ ນະຄອນຫຼວງວຽງຈັນ ໄດ້ຈັດໄດ້ມີ ພິທີມອບ-ຮັບ ໝ້າທີ່ລະຫວ່າງ ທ່ານ ທອງສີ ວິໄລວົງ ຜູ້ອຳນວຍການໃຫ່ຍ ບໍລິສັດ ອິທີແອລ ມະຫາຊົນ ແລະ ທ່ານ WU JIANG CHENG ຜູ້ອຳນວຍການໃຫ່ຍ ບໍລິສັດ ອິທີແອລ ຈຳກັດ. ໂດຍເປັດກຽດເຂົ້າຮ່ວມເປັນສັກຂີພະຍານທ່ານ ທັນສະໄໜ ກົມມະສິດ ກຳມະການ ສູນກາງພັກ ລັດຖະມົນຕີ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ສື່ສານ, ທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດທະມົນຕີ ກະຊວງການເງິນ, ທ່ານ WANG QI HUI ທີ່ປຶກສາດ້ານເສດຖະກິດ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ HUO DONG LING ປະທານສະພາບໍລິຫານ ຂອງກຸ່ມບໍລິສັດຄອມບາ, ທັງເປັນຜູ້ຕາງໝ້າຜູ້ຖືຮູ້ນຝ່າຍບໍລິສັດ ເຈຍຟູ ໂຮນດິ້ງ ຈຳກັດ ຂອງບໍລິສັດ ອິທີແອລ ຈຳກັດ, ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.



ເພື່ອປະຕິບັດຕາມສັນຍາຮ່ວມທຶນລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ບໍລິສັດເຈຍຟູ ໂຮນດິ້ງ ຈຳກັດ ແລະ ເຫັນດີເປັນເອກະພາບຂອງຜູ້ຕາງໝ້າຜູ້ຖືຮຸ້ນຂອງທັງສອງຝ່າຍ. ຈາກການຊີ້ນຳ ນຳພາຂອງຄະນະອຳນວຍການ ບໍລິສັດ ອິທີແອລ ມະຫາຊົນ ນັບແຕ່ມື້ທີຄະນະໄດ້ຮັບການແຕ່ງຕັ້ງ ໃນເດືອນ 9 ປີ 2015 ເປັນຕົ້ນມາ. ນອກນີ້ ໃນພິທີມອບ-ຮັບໜ້າທີ່ ລະຫວ່າງຜູ້ອຳນວຍການໃຫຍ່ ບໍລິສັດ ອິທີແອລ ມະຫາຊົນ ແລະ ຜູ້ອຳນວຍການໃຫຍ່ ບໍລິສັດ ອິທີແອລ ຈຳກັດ ຍັງໄດ້ຟັງການໂອ້ລົມຈາກ ທ່ານ ທັນສະໄໜ ກົມມະສິດ ກຳມະການສູກກາງພັກ ລັດຖະມົນຕີ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ຊຶ່ງທ່ານໄດ້ຍົກໃຫ້ເຫັນຖິງຄວາມຈຳເປັນພາວະວິໃສ ແລະ ການຕັດສິນໃຈ ຂອງລັດຖະບານ ໃນການຫັນບໍລິສັດ ອິທີແອລ ມະຫາຊົນ ໄປເປັນບໍລິສັດຮ່ວມທຶນ ກັບ ຕ່າງປະເທດ ພ້ອມກັນນັ້ນ ກໍ່ໄດ້ຍ້ອງຍໍຊົມເຊີຍຄະນະອຳນວຍການ ບໍລິສັດ ອິທີແອລ ມະຫາຊົນ ຊຸດປະຈຸບັນ ທີ່ໄດ້ອົດທົນຜ່ານຜ່າ ທຸກອຸປະສັກນາໆປະການເພື່ອປະຄັບປະຄອງການດຳເນີນທຸລະກິດ ຂອງບໍລິສັດ ໃຫ້ສາມາດໃຫ້ບໍລິການແກ່ສັງຄົມ ແລະ ປະສົບຜົນສຳເລັດໃນຫຼາຍໆດ້ານ ພະນັກງານມີຄວາມສະຫງົບ ສາມາດມອບພັນທະໄຫ້ລັດຖະບານໄດ້ຄົບຖ້ວນຕາມແຜນການທີ່ວ່າງໄວ້.



ພ້ອມນີ້ ທ່ານກໍ່ໄດ້ຊົມເຊີຍ ບັນດາສະມາຊິກພັກ ພະນັກງານ ບໍລິສັດອິທີແອລ ມະຫາຊົນ ທຸກຄົນໄດ້ຫ້າວຫັນປະຕິບັດໝ້າທີວຽກງານວິຊາສະເພາະຂອງຕົນດ້ວຍຄວາມຫ້າວຫັນທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາ ຂອງພັກ ແລະ ລັດຖະບານ ປະຕິບັດໝ້າທີດ້ວຍຄວາມຮັບຜິດຊອບສູງ ແລະ ຮຽກຮ້ອງມາຍັງ ບັນດາສະມາຊິກພັກ ພະນັກງານທຸກຄົນ ພາຍໃຕ້ການຊີ້ນຳ ຂອງຄະນະອຳນວຍການ ບໍລິສັດ ອິທີແອລ ຈຳກັດ ໃຫ້ສືບຕໍ່ຮັກສາມູນເຊື້ອອັນດີງາມ ຂອງຕົນໄວ້ ພ້ອມກັນຕັ້ງໝ້າທີປະຕິບັດໝ້າທີຮັບຜິດຊອບ ຂອງຕົນໃຫ້ປະສົບຜົນສຳເລັດຕາມແຜນການທີ່ວ່າງໄວ້.



ທີ່ມາ: CRI-FM93 
© ໂຕະນໍ້າຊາ | tonamcha.com    

___________



Powered by Blogger.