Header Ads

ສະໂມສອນ ດີເຄ ຢູ12 ຕ້ອງຊະນະ ມາເລເຊຍ ນັດສຸດທ້າຍ ຈຶ່ງຈະສາມາດຜ່ານເຂົ້າໄປຫລິ້ນໃນຮອບຮອງຊະນະເລີດ


ການແຂ່ງຂັນເຕະບານ ລາຍການ ຊູນ ຊີງ ລິງ ຄັບ 2017 (SOONG CHING LING CUP 2017) ທີ່ ສປ ຈີນ 06 - 13 ສິງຫາ 2017 ມີ 8 ປະເທດ ອາຊຽນເຂົ້າຮ່ວມ ແລະ 2 ທີມ ຈາກ ສປ ຈີນ ໂດຍຕົວແທນຈາກ ລາວ ກໍຄື ສະໂມສອນ ດີເຄ ຢູ 12 ຖືກຈັດຢູ່ໃນກຸ່ມ A ປະກອບມີ ສປ ຈີນ ທີມ A ( ເຈົ້າພາບ ), ຟີລິບປິນ , ມາເລເຊຍ, ຫວຽດນາມ ແລະ ລາວ. ກຸ່ມ B ມີ ສປ ຈີນ ທີມ B ( ເຈົ້າພາບ ), ອິນໂດເນເຊຍ, ກຳປູເຈຍ, ມຽນມາ ແລະ ໄທ.
ຜົນການແຂ່ງຂັນ


ວັນທີ 07/08/2017
- ເວລາ 09:30 ສປ ຈີນ ທີມ A ຊະນະ ສະໂມສອນ ດີເຄ 5-0
- ເວລາ 15:30 ສະໂມສອນ ດີເຄ ຊະນະ ຫວຽດນາມ 3-1


ວັນທີ 08/08/2017
- ເວລາ 10:40 ຟີລິບປິນ ເສຍໃຫ້ ສະໂມສອນ ດີເຄ 1-4
ແລະ ນັດສຸດທ້າຍ ຈະລົງສະຫນາມໃນຕອນແລງມື້ນີ້
- ເວລາ 15:30 ມາເລເຊຍ ພົບ ສະໂມສອນ ດີເຄ


ສະຫລຸບຜົນການແຂ່ງຂັນ ສະໂມສອນ ດີເຄ ຢູ12 ລົງສະຫນາມ 3 ນັດ ຊະນະ 2 ແລະ ເສຍ 1 ມີ 6 ຄະແນນ .
ການແຂ່ງຂັນລາຍການດັ່ງກ່າວທີມທີໄດ້ອັນດັບ 1 ແລະ 2 ຂອງ ກຸ່ມ A ແລະ B ຈະຜ່ານເຂົ້າຮອບຮອງຊະນະເລີດ, ສ່ວນຜົນການແຂ່ງຂັນຈະເປັນແນວໃດນັ້ນຈະລາຍງານໃຫ້ຮັບຊາບເປັນແຕ່ລະໄລຍະ.

ທີ່ມາສະຫະພັນບານເຕະແຫ່ງຊາດລາວ  
© ໂຕະນໍ້າຊາ | tonamcha.com     
___________

Powered by Blogger.