Header Ads

ທ່ານ ລັດຖະມົນຕີປະຈໍາ ສນຍ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ 03 ແຂວງພາກເໜືອ



ໃນລະຫວ່າງວັນທີ 10-20 ກັນຍາ 2017, ທ່ານ ປອ ນ. ສຸວັນເພັງ ບຸບຜານຸວົງ, ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງໄປຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງຂອງລັດ ໂດຍສະເພາະ ແມ່ນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຢູ່ 3 ແຂວງພາກເໜືອ (ແຂວງຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ) ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກທ່ານຮອງເຈົ້າແຂວງໆຫຼວງພະບາງ, ແຂວງຫຼວງນໍ້າທາ ແລະ ທ່ານປະທານສະພາປະຊາຊົນແຂວງ ອຸດົມໄຊ ພ້ອມດ້ວຍບັນດາຄະນະນຳຂອງເມືອງ, ພະແນກການຂອງແຂວງ ແລະ ພໍ່ແມ່ປະຊາຊົນ.






ກ່ອນອື່ນໝົດ ຄະນະຂອງທ່ານ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານຈາກຂະແໜງການທີ່ກ່ຽວຂ້ອງ ກ່ຽວກັບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ; ບັນຫາການຍົກຍ້າຍຈັດສັນ ແລະ ຊົດເຊີຍທີ່ດິນໃຫ້ແກ່ຜູ້ທີ່ຖືກຜົນກະທົບ, ບັນ ຫາການຄຸ້ມຄອງແຮງງານ, ການຜະລິດສະບຽງອາຫານ ເພື່ອສະໜອງໃຫ້ແກ່ໂຄງການກໍ່ສ້າງດັ່ງກ່າວ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ. ສໍາລັບໄລຍະເວລາການກໍ່ສ້າງຂອງໂຄງການ ຄາດຄະເນຈະໃຊ້ເວລາປະມານ 5 ປີ (ວັນທີ 1/12/2016 ແລະ ຈະໃຫ້ສໍາເລັດໃນວັນທີ 31/12/2021). ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ ມາຮອດທ້າຍເດືອນ ສິງຫາ 2017 ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໄດ້ສຳເລັດແລ້ວ 9,3% ຂອງແຜນການທັງໝົດ. ໃນນັ້ນ; ໄດ້ສໍາເລັດການສໍາຫຼວດອອກແບບ ແລະ ການກໍານົດແລວທາງລົດໄຟ ທີ່ມີຄວາມຍາວ 409 ກິໂລແມັດ, ໄດ້ເຈລະຈາ ແລະ ແກ້ໄຂບັນດາສິ່ງກີດຂວາງ ເພື່ອມອບພື້ນທີ່ໃຫ້ຜູ້ຮັບເໝົາກໍ່ສ້າງ ສຳເລັດແລ້ວ 241 ກິໂລແມັດ ຊຶ່ງຜູ້ຮັບເໝົາກໍ່ສ້າງກໍາລັງດໍາເນີນການ. ປະຈຸບັນ ສາມາດກໍ່ສ້າງຂົວໄດ້ 14 ແຫ່ງ ແລະ ເຈາະອຸໂມງໄດ້ 76 ຈຸດ. ຜ່ານການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ເຫັນວ່າ: ປະຊາຊົນຢູ່ແຕ່ລະເຂດ, ແຕ່ລະທ້ອງຖິ່ນ ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນໃນການຈັດຕັ້ງປະຕິບັດໂຄງການເປັນຢ່າງດີ. ເຖິງຢ່າງໃດກໍ່ດີ ບັນດາຄອບຄົວທີ່ໄດ້ຮັບຜົນກະທົບຈາກໂຄງ ການ ຍັງເປັນຫ່ວງຕໍ່ບັນຫາເລື່ອງລາຄາການຊົດເຊີຍທີ່ດິນ ແລະ ສິ່ງປຸກສ້າງຕ່າງໆ. ດັ່ງນັ້ນ, ຈຶ່ງໄດ້ສະ  ເໜີໃຫ້ລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງໄດ້ຊ່ວຍກຳນົດຫົວໜ່ວຍລາຄາຊົດເຊີຍ ໃນແຕ່ລະເຂດ, ແຕ່ລະທ້ອງຖິ່ນ ໃຫ້ສຳເລັດໂດຍໄວ, ໂດຍອີງໃສ່ຈຸດພິເສດຂອງທ້ອງຖິ່ນ ທັງນີ້ ກໍ່ເພື່ອໃຫ້ແທດ   ເໝາະກັບສະພາບຕົວຈິງໃນແຕ່ລະທ້ອງຖິ່ນ, ໃຫ້ມີຄວາມເປັນທຳ ແລະ ຮັບປະກັນຄວາມໂປ່ງໃສ ໃນເວ ລາຈັດຕັ້ງປະຕິບັດ. 





ໃນໂອກາດນີ້, ທ່ານ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງການມາເຮັດວຽກຂອງຄະນະຄັ້ງນີ້ ກໍ່ເພື່ອເປັນການຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງຂອງລັດ ໂດຍສະເພາະແມ່ນ ການກໍ່ສ້າງທາງລົດໄຟລາວ-ຈີນ; ການຍົກຍ້າຍຈັດສັນ ແລະ ຊົດເຊີຍໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟ ແລະ ເຜີຍແຜ່ເຊື່ອມຊຶມ ກ່ຽວກັບໂຄງການກໍ່ສ້າງທາງລົດໄຟ ເຮັດໃຫ້ປະຊາຊົນມີຄວາມເຂົ້າໃຈ ແລະ ໃຫ້ ການປະກອບສ່ວນເຂົ້າໃນໂຄງການ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ໃຫ້ມີຄວາມຄືບໜ້າ ສາມາດບັນລຸຕາມແຜນການທີ່ໄດ້ວາງໄວ້. ພ້ອມດຽວກັນນີ້ ທ່ານລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ຍັງໄດ້ຮັບຟັງ ບາງຄໍາຄິດຄໍາເຫັນ ແລະ ບາງຂໍ້ສະເໜີຈາກປະຊາຊົນ ຕື່ມອີກ.


ທີ່ມາ:  ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.