Header Ads

ກົມພາສີ ກະຊວງການເງິນ ຮ່ວມກັບ ທຄຕລ ສືບຕໍ່ພັດທະນາລະບົບ ການຈັດເກັບອາກອນມູນຄ່າເພີ່ມ 10% ດ້ວຍລະບົບເອເລັກໂຕຣນິກ



ເພື່ອຜັນຂະຫຍາຍຍຸດທະສາດໃນການຫັນວຽກງານການເກັບລາຍຮັບເປັນທັນສະໄໝເຂົ້າສູ່ລວງເລິກ ແລະ ຮອບດ້ານ ໂດຍສະເພາະການຈັດເກັບບັນດາຄ່າທໍານຽມຕ່າງໆໃຫ້ຫັນໄປສູ່ການຈັດເກັບດ້ວຍລະບົບເອເລັກໂຕຣນິກເພື່ອຫລຸດຜ່ອນການຊໍາລະແບບເງິນສົດ ເພື່ອຄວາມໂປ່ງໃສ ແລະ ສະດວກວ່ອງໄວ. 

ສະນັ້ນ ໃນວັນທີ 19 ກັນຍາ 2017 ທີ່ຫ້ອງປະຊຸມໃຫຍ່ ດ່ານພາສີສາກົນມິດຕະພາບ 1 ກົມພາສີ ກະຊວງການເງິນ ແລະ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ໄດ້ລົງນາມສັນຍາວ່າດ້ວຍການພັດທະນາລະບົບການຈັດເກັບອາກອນມູນຄ່າເພີ່ມເຄື່ອງຕິດຕົວຜູ້ໂດຍສານຂາເຂົ້າ (Smart VAT) ແລະ ລະບົບຈັດເກັບຄ່າທໍານຽມຜູ້ໂດຍສານ, ພາຫະນະເຂົ້າ-ອອກ ຜ່ານດ່ານພາສີສາກົນມິດຕະພາບ 1 ລະຫວ່າງທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ ແລະ ທ່ານ ພູຂົງ ຈັນທະຈັກ ຜູ້ອໍານວຍການໃຫຍ່ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ)ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະຊວງການເງິນ, ມີທ່ານ ຄໍາພັນ ມາລາບັນດິດ ຫົວໜ້າພະແນກການເງິນນະຄອນຫລວງ, ມີຮອງອໍານວຍການ ທຄຕລ, ຮອງພະແນກການອ້ອມຂ້າງກົມພາສີ ແລະ ພະນັກງານທັງສອງຝ່າຍເຂົ້າຮ່ວມ.

ທ່ານ ບຸນປະເສີດ ສີກຸນລະບຸດ ກ່າວວ່າ: ເພື່ອຜັນຂະຫຍາຍວຽກງານພາສີ-ອາກອນໄປສູ່ການຈັດເກັບລາຍຮັບເຂົ້າງົບປະມານເຂົ້າສູ່ລະບົບເອເລັກໂຕຣນິກທີ່ທັນສະໄໝ ວ່ອງໄວ, ໂປ່ງໃສ ແລະ ສາມາດກວດສອບໄດ້ລັດຖະບານ ກໍ່ຄືກະຊວງການເງິນ ແລະ ການຮ່ວມມືຂອງທີມງານພັດທະນາລະບົບຂອງທະນາຄານການການຄ້າຕ່າງປະເທດລາວມະຫາຊົນ ໄດ້ສ້າງລະບົບການຈັດເກັບອາກອນມູນຄ່າເພີ່ມເຄື່ອງຕິດຕົວຜູ້ໂດຍສານຂາເຂົ້າ ຫລື ລະບົບ ສະມາດແວັດ (Smart VAT) ຊື່ງໄດ້ຮັບການພັດທະນາ ແລະ ນໍາໃຊ້ທີ່ດ່ານພາສີສາກົນຂົວມິດຕະພາບ 1 ນະຄອນຫລວງວຽງຈັນ ເປັນດ່ານທໍາອິດ ນັບແຕ່ວັນທີ 01 ພະຈິກ 2016 ຜ່ານມາ, ຈຸດປະສົງໃນການເກັບອາກອນມູນຄ່າເພີ່ມດັ່ງກ່າວ ແມ່ນເພື່ອສະກັດກັ້ນການນໍາເຂົ້າເຄື່ອງຂອງຕິດຕົວຜູ້ໂດຍສານທີ່ມີລັກສະນະທາງການຄ້າ ແລະ ມີການເຂົ້າ-ອອກຜ່ານດ່ານເປັນປະຈໍາ ຫັນມາຈັດຕັ້ງປະຕິບັດຕາມກົດໝາຍ ແລະ ລະບຽບການກໍານົດຢ່າງເຂັ້ມງວດ, ປົກປ້ອງຜູ້ປະກອບການທີ່ດໍາເນີນທຸລະກິດຖືກຕ້ອງຕາມກົດໝາຍພາຍໃນ ສປປ ລາວ ແລະ ຫລຸດຜ່ອນການນໍາເອົາເງິນໄປໃຊ້ຈ່າຍຢູ່ຕ່າງປະເທດ, ເຮັດໃຫ້ເງິນຕາໃນປະເທດບໍ່ຮົ່ວໄຫຼ ແລະ ອື່ນໆ. ພ້ອມນັ້ນ ທັງເປັນການສົ່ງເສີມໃຫ້ປະຊາຊົນລາວຫັນມາຊື້ສິນຄ້າພາຍໃນປະເທດຫຼາຍຂຶ້ນ.

ໂອກາດດັ່ງກ່າວ ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອໍານວຍການໃຫຍ່ ທຄຕລ ຍັງໄດ້ແນະນໍາວິທີຈັດຕັ້ງປະຕິບັດ, ຂັ້ນຕອນ ແລະ ຂະບວນການຂອງລະບົບ ຊຶ່ງຜູ້ຊົມໃຊ້ ຫລື ຜູ້ເສຍພັນທະອາກອນມູນຄ່າເພີ່ມສາມາດມີທາງເລືອກໃນການຊໍາລະອາກອນມູນຄ່າເພີ່ມໄດ້ງ່າຍຂື້ນເຊັ່ນ: ຜ່ານທາງ BCEL ONE ແລະ ຜ່ານທາງ Smart VAT Card ຊື່ງເປັນຊ່ອງທາງໃນການຊໍາລະທີ່ສະດວກສະບາຍ ແລະ ວ່ອງໄວກວ່າການໃຊ້ແແບຟອມແຈ້ງແບບດັ້ງເດີມ.

ພາບ-ຂ່າວ: ຫັດທະພອນ/ກະຊວງການເງິນ  
© ໂຕະນໍ້າຊາ | tonamcha.com     
___________

Powered by Blogger.