Header Ads

ຍທຂ ຫລວງພະບາງຈະເລີ່ມຊ້ອມແປງທາງເຂົ້າບ້ານກອກຫວານ ຄວາມຍາວ 2 ກມ



ວັນທີ 22 ກັນຍາ 2017 ພະແນກໂຍທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ອອກແຈ້ງເຖິງ ພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນ ທີ່ນຳໃຊ້ທາງ ເລກທີ 2571 ແຕ່ (ເດີ່ນບິນ)- ບ້ານກອກຫວານ ຊາບວ່າ:


ພະແນກ ໂຍທາທິການ ແລະ ຂົນສົ່ງ ປະຈຳແຂວງຫຼວງພະບາງ ຈະໄດ້ເລີ່ມສ້ອມແປງເສັ້ນທທາງ ດັ່ງກ່າວແຕ່ບ້ານຫາດຮ່ຽນ (ຫົວເດີ່ນບິນ) ຫາ ບ້ານກອກຫວານ ເປັນໄລຍະທາງ 20 ກມ ເຊິ່ງບໍລິສັດຜູ້ຮັບເໜົາດໍາເນີນກາບສ້ອມແປງແມ່ນ ບໍລິສັດ ອຸທຸມພອນກໍ່ສ້າງຂົວທາງ ຈາກແຂວງໄຊຍະບູລີ.







ສໍາລັບໂຄງການດັ່ງກ່າວຈະໄດ້ເລີ່ມຈັດຕັ້ງປະຕິບັດ ໃນວັນທີ່ 25 ກັນຍາ 2017 ນີ້ເປັນຕົ້ນໄປ, ໃນຊ່ວງການກໍ່ສ້າງນີ້ ອາດຈະເຮັດໃຫ້ການສັນຈອນຕິດຂັດ, ບໍ່ສະດວກສະບາຍ ແລະ ຈະໄດ້ປິດການສັນຈອນຕາມເສັນທາງດັງກ່າວເປັນບາງຄັ້ງຄາວ ເພື່ອກໍ່ສ້າງທໍ່ລະບາຍນໍ້າຫຼາຍແຫ່ງ ແລະ ມີການເຈາະລະເບິດຫີນເພື່ອຂະຫຍາຍທາງ, ສະນັ້ນ, ພະແນກໂຍທາທິການ ແລະ ຂົນສົ່ງ ຂໍແນະນຳໃຫ້ທ່ານໃຊ້ເສັ້ນທາງເວັ້ນທາງອື່ນໄປກ່ອນ ຈົນກວ່າການກໍ່ສ້າງ-ສ້ອມແປງຈະສຳເລັດ. ສໍາລັບລາຍລະອຽດອື່ນໆແມ່ນຈະໄດ້ແຈ້ງໃຫ້ທ່ານຊາບຕຕື່ມອີກເປັນໄລຍະ.


ທີ່ມາ: Champa Post 
© ໂຕະນໍ້າຊາ | tonamcha.com    

___________

Powered by Blogger.