Header Ads

ສ. ອາເມລິກາ ມອບເງິນເຂົ້າກອງທຶນດ້ານມະນຸດສະທຳແກ່ຜູ້ລີ້ໄພຊາວໂຣຮິງຢາທີ່ໜີຄວາມຮຸນແຮງໃນປະເທດມຽນມາ 32 ລ້ານໂດລາ



ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ໄມຄ໌ ເພນຊ໌ ຮອງປະທານາທິບໍດີສ. ອາເມລິກາ ປະກາດປະຊຸມຄະນະລັດຖະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (ຢູເອັນເອສຊີ) ສ. ອາເມລິກາ ຈະສົ່ງຄວາມຊ່ວຍເຫຼືອດ້ານມະນຸດສັດທໍາໃຫ້ແກ່ຜູ້ລີ້ໄພຊາວໂຣຮິງຢາ ປະກອບມີ : ນໍ້າດື່ມ, ອາຫານ ແລະ ບໍລິຈາກເງິນຈໍານວນ 32 ລ້ານໂລດາ ໄປຊ່ວຍເຫຼືອຊາວໂຣຮິງຢາທີ່ລີ້ໄພທີ່ປະເທດບັງກາລາເທດ ໂດຍການບໍລິຈາກໃນຄັ້ງນີ້ແມ່ນການປະຕິບັດຕາມສັນຍາທີ່ເຄີຍໃຫ້ໄວ້ວ່າຈະຊ່ວຍເຫຼືອປະເທດທີ່ປະເຊີນຄວາມລໍາບາກ ແລະ ສ. ອາເມລິກາ ເອງກໍຫວັງວ່າຈະເປັນການກະຕຸ້ນໃຫ້ປະເທດອື່ນໆອອກມາຊ່ວຍເຫຼືອເພີ່ມເຕີມອີກ.







ສໍາລັບຂໍ້ມູນເບື້ອງຕົ້ນມີຊາວໂຣຮິງຢາໜີໄພຂ້າມໄປປະເທດບັງກາລາເທດສູງເຖິງ 422,000 ຄົນ ນັບຕັ້ງແຕ່ວັນທີ 25 ສິງຫາ ຜ່ານມາ ເຮັດໃຫ້ໜ່ວຍງານຄຸ້ມຄອງສູນລີ້ໄພກັງວົນກ່ຽວກັບສິ່ງບໍລິຈາກວ່ອາດມີບໍ່ພຽງພໍໃຫ້ການແຈກຢາຍໃຫ້ກັບຊາວໂຣຮິງຢາທີ່ມີເປັນຈໍານວນຫຼວງຫຼາຍ.​





ຄ້າຍຜູ້ລີ້ໄພຊາວໂຣຮິງຢາທີ່ປະເທດບັງກາລາເທດ




VDO : AP 
© ໂຕະນໍ້າຊາ | tonamcha.com     
___________


Powered by Blogger.