Header Ads

ຖວທ ຈັດຂະບວນຍ່າງເພື່ອສຸຂະພາບ ສະຫລອງວັນທ່ອງທ່ຽວສາກົນ ຊາວນະຄອນຫລວງວຽງຈັນຫລາຍ 700 ກວ່າຄົນ ເຂົ້າຮ່ວມຂະບວນຍ່າງຢ່າງຄຶກຄື້ນ



ຕອນເຊົ້າ 30 ກັນຍາ 2017, ກະຊວງ​ຖະ​ແຫ​ລງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ (ຖວທ) ໄດ້​ຈັດ​ກິດຈະກຳ​ຍ່າງ​ເພື່ອ​ສຸຂະພາບ ​ຂຶ້ນທີ່​ສວນ​ປະຕູ​ໄຊ, ນະຄອນຫລວງວຽງຈັນ ​​ສະ​ເຫລີ​ມສະຫລອງ​ວັນ​ທ່ອງ​ທ່ຽວ​ໂລກ ​ເຊິ່ງ​ເປັນ​ປີ​ສາກົນ​ແຫ່ງ​ການທ່ອງທ່ຽວ ​ແບບ​ຍືນ​ຍົງ​ເພື່ອ​ການ​ພັດທະນາ, ​ໂດຍ​ທ່ານ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນປະທານເປີດພິທີ, ມີບັນດາການນຳພັກ-ລັດ ແລະ ຊາວນະຄອນຫລວງວຽງຈັນຫລາຍ 700 ກວ່າຄົນ ເຂົ້າຮ່ວມຂະບວນຍ່າງຢ່າງຄຶກຄື້ນ.







ການຈັດ​ກິດຈະກຳ​ຍ່າງ​ເພື່ອ​ສຸຂະພາບໃນ​ຄັ້ງ​ນີ້ ຍັງເປັນ​ການ​ໂຄສະນາເຜີຍ​ແຜ່​​ຄວາມ​ສຳຄັນ​ຂອງ​ການທ່ອງທ່ຽວ ​ຢູ່​ພາຍ​ໃນ​ປະ​ເທດ ກໍ​ຄື ​ສາກົນ; ສ​ະ​ແດງ​ໃຫ້​ເຫັນ​ເຖິງ​ຜົນ​ໄດ້​ຮັບ​ຂອງ​ການທ່ອງທ່ຽວ ທີ່​ປະກອບສ່ວນ​​ເຂົ້າ ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ວັດທະນະທຳ ​ແລະ ການ​ເມືອງ; ທັງ​ເປັນ​ການ​ສົ່ງ​ເສີມ​ໂຄສະນາ​ການທ່ອງທ່ຽວ ​ແນ​ໃສ່​ປະກອບສ່ວນ​ເຂົ້າ​ ໃນ​ການ​ບັນລຸ​ເປົ້າ​ໝາຍ​ການ​ພັດທະນາ​​ແບບ​ຍືນ​ຍົງ; ຊຸກຍູ້ ​ແລະ ສ້າງ​ຂະ​ບວນການ​ໂຄສະນາ​ສົ່ງ​ເສີມ​ການທ່ອງທ່ຽວ ຄຽງ​ຄູ່​ກັບ​ການສະ​ເຫລີ​ມສະຫລອງ​ປີ​ທ່ອງ​ທ່ຽວ​ອາ​ຊຽນ ໂອກາດຄົບຮອບ 50 ປີ ການສ້າງຕັ້ງອາຊຽນ, ຄົບຮອບ 20 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ​ແລະ ກະກຽມ​ໃຫ້ແກ່ການເປີດປີ​ທ່ອງ​ທ່ຽວລາວ 2018 ໃນໂອກາດອັນໃກ້ນີ້ ​ໃຫ້​ມີ​ຄວາມ​ຟົດ​ຟື້ນ​, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍໃນ ແລະ ຕ່າງປະເທດໃຫ້ນັບມື້ຫລາຍຂຶ້ນ.





ໃນ​ໂອກາດດັ່ງກ່າວ, ຍັງ​ມີ​ການ​ຈັບ​ສະ​ຫລາກ ມອບ​ລາງວັນ ​ໃຫ້​ແກ່​ຜູ້​ເຂົ້າ​ຮ່ວມກິດຈະກຳ​ຍ່າງເພື່ອສຸຂະພາບດັ່ງກ່າວ, ​ເຊິ່ງ​ມີລາງວັນລາຍການ​ທ່ອງ​ທ່ຽວ​ຂີ່​ສະ​ລິງ, ບັດ​ທີ່​ພັກ​ຢູ່​ວັງ​ວຽງ, ບັດ​ຮັບ​ປະທານ​ອາຫານ​ຄໍ່າ, ລາຍການ​ທ່ອງ​ທ່ຽວ​ລ່ອງ​ເຮືອ ​ແລະ ລາຍການ ອື່ນໆຕື່ມ​ອີກ, ອັນໄດ້ເຮັດໃຫ້ກິດຈະກຳຍ່າງເພື່ອສຸຂະພາບໃນຄັ້ງນີ້ ຍິ່ງມີບັນຍາກາດຟົດຟື້ນມ່ວນຊື່ນແຕ່ຕົ້ນຕະຫລອດປາຍ.





ທີ່ມາ: ສຳນັກຂ່າວສານປະເທດລາວ  | Photo : Nana
© ໂຕະນໍ້າຊາ | tonamcha.com    

___________

Powered by Blogger.