Header Ads

ພະລັງງານໄຟຟ້າຈາກປະເທດລາວກຽມຂາຍໄປຍັງປະເທດມາເລເຊຍເຖິງ 100 ເມກາວັດ



ອີງຕາມການລາຍງານຂ່າວຂອງ ລັດວິສາຫະກິດໄຟຟ້າລາວ (EDL) ໃນວັນທີ 27/09/2017 ຜ່ານມານີ້ ວ່າ : ທ່ານ ບຸນອູ້ມ ສີວັນເພັງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ລົງນາມໃນພິທີເຊັນສັນຍາ ການຊື້-ຂາຍ ພະລັງງານໄຟຟ້າຈາກ ປະເທດລາວ ໄປ ປະເທດມາເລເຊຍ ຈຳນວນ 100ເມກາວັດ. ຊຶ່ງໄດ້ຈັດຂື້ນຢ່າງເປັນທາງການ ຢູ່ປະເທດຟີລິປິນ ໃນກອງປະຊຸມລັດຖະມົນຕີພະລັງງານ ASEAN ຄັ້ງທີ 35 ແລະ ຈະເລີ່ມສົ່ງພະລັງງານໄຟຟ້າເປັນທາງການ ໃນວັນທີ 01/01/2018 ທີ່ຈະມາເຖິງນີ້.







ສໍາລັບການຂາຍພະລັງງານໄຟຟ້າໄປປະເທດມາເລເຊຍຄັ້ງນີ້ຖືໄດ້ວ່າເປັນບາດກ້າວສຳຄັນຂອງຕະຫລາດພະລັງງານຂອງປະເທດລາວສູ່ອາຊຽນ.





ທີ່ມາ: ລັດວິສາຫະກິດໄຟຟ້າລາວ (EDL) 
© ໂຕະນໍ້າຊາ | tonamcha.com    
___________



Powered by Blogger.