Header Ads

ສະຫະນະຄອນ ເອເມຣັດ ອາຣັບ (UAE) ເປີດໂຕໂຄງການເມືອງຈໍາລອງວິໄຈອານາຈັກດາວອັງຄານ



ສໍານັກຂ່າວຕ່າງປະເທດລາຍງານວ່າ : ສະຫະນະຄອນ ເອເມຣັດ ອາຣັບ (The United Arab Emirates ) ໄດ້ເປິດເຜີຍເມືອງຈໍາລອງດາວອາຄານ ຫຼື Mars Scientific City ດ້ວຍການທຸ້ມງົບປະມານ 500Dh ( ຫຼຶ $136.1 ລ້ານໂດລາສະຫະລັດ)  ເຊິ່ງເມຶອງດັ່ງກ່າວຈະເຮັດໜ້າທີ່ເປັນສະຖານີວິໄຈທາງວິທະຍາສາດຂອງສະຫະນະຄອນ ເອເມຣັດ ອາຣັບ ໃນການພັດທະນາເຕັກໂນໂລຊີສໍາລັບສ້າງນິຄົມເທິງດາວອັງຄານຕາມແຜນອີກ100 ປີໃນອະນາຄົດ ໂດຍໃນ Mars Scientific City ຈະຜະລິດທຸກຢ່າງນັບຕັ້ງແຕ່ອາຫານ, ນໍ້າ ແລະ ພະລັງງານ. 






ທ່ານ ໂມຮາເມັດ ບິນ ຣາຊິດ ອັລ ມັດຕູມ ( Mohammed bin Rashid Al Maktoum )  ຮອງປະທານາທິບໍດີ ສະຫະນະຄອນ ເອເມຣັດ ອາຣັບ ໄດ້ເປີດເຜີຍພາບຕົວຢ່າງຂອງໂຄງການ ທີ່ສະແດງພາບເມືອງຈໍາລອງວິໄຈອານາຈັກດາວອັງຄານທີ່ປົກຄຸມດ້ວຍໂດມຂະໜາດໃຫຍ່, ມີສະຖານີວິໄຈການປູກພືດ, ຜະລິດນໍ້າ ແລະພະລັງງານ ສໍາລັບໃຊ້ໃນນິຄົມເມືອງຈໍາລອງອານາຈັກດາວອັງຄານແຫ່ງນີ້. 






ນອກເໜືອຈາກການວິໄນກ່ຽວກັບໂລກແລ້ວ  ສະຫະນະຄອນ ເອເມຣັດ ອາຣັບ  ຍັງມີຄວາມສົນໃຈໃນເລື່ອງການພັດທະນາເຕັກໂນໂລຊີດ້ານອາວະກາດ ເຊິ່ງໄດ້ເປີດເຜີຍແຜນການປ່ອຍຍານສໍາຫຼວດຊັ້ນອາວະກາດດາວອັງຄານໃນປິ 2020 ພາຍໃຕ້ໂຄງການ “The Hope spacecraft”  ພ້ອມກັບເປັນການສະເຫຼີມສະຫຼອງການຄົບຮອບ 50 ປີໃນການກໍ່ສ້າງຕັ້ງ ສະຫະນະຄອນ ເອເມຣັດ ອາຣັບ (UAE)  ເຊີ່ງຖ້າໂຄງການສໍາເລັດຕາມແຜນທີ່ວາງໄວ້ ສະຫະນະຄອນ ເອເມຣັດ ອາຣັບ ຈະກາຍເປັນປະເທດມຸສລິມຊາດທໍາອິດຂອງໂລກທີ່ສົ່ງຍານອາວະກາດໄປດາວອັງຄານ. 


ທີ່ມາinhabitat.com 
© ໂຕະນໍ້າຊາ | tonamcha.com       
___________

Powered by Blogger.