Header Ads

ໂຄງການກໍ່ສ້າງຕາຝັ່ງກັນເຈື່ອນແຄມຂອງເມືອງປາກເຊ ເດີນໜ້າດໍາເນີນການອະນາໄມສິ່ງກີດຂວາງອອກຈາກບໍລິເວນການກໍ່ສ້າງ



ໂຄງການກໍ່ສ້າງຕາຝັ່ງກັນເຈື່ອນແຄມຂອງໃນ 5 ຈຸດໄດ້ດໍາເນີນການຈັດຕັ້ງປະຕິບັດແລ້ວ ປັດຈຸບັນພວມດໍາເນີນການອະນາໄມສິ່ງກີດຂວາງອອກຈາກບໍລິເວນດໍາເນີນການກໍ່ສ້າງ. ທ່ານ ຄໍາສ້ອຍ ປະທຸມທອງ ຮອງຫົວໜ້າໂຍທາທິການ ແລະ ຂົນສົງແຂວງໄດ້ໃຫ້ສໍາພາດວ່າ : ໂຄງການກໍ່ສ້າງຕາຝັ່ງກັນເຈື່ອນແຄມຂອງແມ່ນໂຄງການບູລິມະສິດຂອງລັດຖະບານ ໂດຍໄດ້ຮັບທຶນກູ້ຢືມຈາກ ສາທາລະນະລັດ ເກົາຫຼີ  ເຊິ່ງໂຄງການໄດ້ເລີ່ມມາແຕ່ປີ 2016 ເປັນຕົ້ນມາ ແຕ່ເນື່ອງຈາກດິນຟ້າອາກາດບໍ່ເອື້ອອໍານວຍຈິ່ງຢຸດເຊົາຊົ່ວຄາວ ແຕ່ມາຮອດກາງປີ 2017 ແມ່ນໄດ້ເລິ່ມລົງມືຈັດຕັ້ງປະຕິບັດຕາມເງື່ອນໄຂສະພາບແວດລ້ອມຕົວຈິງ ເຊິ່ງໂຄງການດັ່ງກ່າວນີ້ແມ່ນບໍລິສັດ ຫັນຊິນ ຈາກເກົາຫຼີເປັນຜູ້ຮັບເໜົາກໍ່ສ້າງໃນມູນຄ່າ 47 ລ້ານໂດລາກວ່າສະຫະລັດ ໂດຍມີໜ້າວຽກແມ່ນ ສວນສາທາລະນາ ແລະ ຄູກັນນໍ້າ 5 ຈຸດຄື:







ຈຸດ A1 : ແຕ່ຈຸດຫ້ອຍໂນນໄມ້ສັກແລວແຄມຂອງໂຮງແຮມແກຣນຈໍາປາສັກ ມາຮອດປາກແມ່ນໍ້າເຊໂດນ
ຈຸດ A2 : ແຕ່ຈຸດຝັ່ງເຊໂດນຮອດແຄມເຊ ບ້ານໂພຕາກ
ຈຸດ A3 : ແຕ່ປາກເຊໂດນເບື້ອງຝັ່ງທ່າຫີນຫາຄັນເກີງ
ຈຸດ A4 : ແຕ່ຝັ່ງເຊໂດນຫາທ່າຫີນສົນຊົວຣັດເຊຍ
ຈຸດ A5 : ແຕ່ຝັ່ງຫ້ວຍເພັກຫາເກົ້າເກິງ





Photo Credit: Jonh Lander

ໃນນັ້ນຈະປະກອບມີ ສວນສາທາລະນະຝັ່ງໂພນທອງ ມີເນື້ອທີ່ 0.6 ແຮັກຕາ ແລະ ຝັ່ງປາກເຊ 9.6 ແຮັກຕາ ເຊິ່ງໃນປັດຈຸບັນພວມອະນາໄມສິງກີດຂວາງອອກຈາກຕາຝັ່ງແຄມຂອງກ້ວາງ 50 ແມັດ. ສໍາລັບລາຍລະອຽດຊົມຄລິບຂ່າວຈາກວິທະຍຸກະຈາຍສຽງແຂວງຈໍາປາສັກລຸ່ມນີ້.













ທີ່ມາ: ວິທະຍຸກະຈາຍສຽງແຂວງຈໍາປາສັກ  
© ໂຕະນໍ້າຊາ | tonamcha.com    
___________


Powered by Blogger.