Header Ads

ເກົາຫຼີຝຶກຊ້ອມຮົບດ້ວຍລູກປືນຈິງ ເພື່ອຂົ່ມຂັວນເກົາຫຼີເໜືອ


ສໍານັກຂ່າວຕ່າງປະເທດລາຍງານ ວັນທີ 5 ກັນຍາ ນີ້ວ່າ : ກອງທັບເກົາຫຼີໃຕ້ຝຶກຊ້ອມຮົບດ້ວຍລູກປືນຈິງ ເພື່ອຂົ່ມຂັວນເກົາຫຼີເໜືອທີ່ພາຍຫຼັງທີ່ເກົາຫຼີເໜືອທົດລອງຍິງລະເບີດນິວເຄຼຍຄັ້ງທີ່ 6 ໃນອາທິດຜ່ານມາ. 







ກອງທັບເກົາຫຼີໃຕ້ຝຶກຊ້ອມຮົບໃນມື້ນີ້ (5 ກັນຍາ) ເພື່ອສົ່ງສັນຍານເຕືອນເກົາຫຼີເໜືອເຖິງການກະທໍາທີ່ຍົວະຍຸ ເຊິ່ງຕາມແຫຼ່ງຂ່າວລະບຸວ່າການຊ້ອມຮົບຂອງກອງທັບເກົາຫຼີແມ່ນຈັດຂື້ນໃນທະເລຢີ່ປຸ່ນ ໂດຍປະກອບດ້ວຍເຮືອຮົບຂະໜາດ 2,500 ໂຕນ,ເຮືອຕິດຕາມກວດກາ ຂະໜາດ 1,000 ໂຕນ ແລະ ເຮືອຕິດຂີປານາອາວຸດນໍາວິຖີ ຂະໜາດ 400 ໂຕນ ໂດຍທາງກອງທັບເກົາຫຼີໃຕ້ປະກາດວ່າ ຫາກທາງເກົາຫຼີເໜືອຄຸກຄາມນ່ານນໍ້າ ຫຼຶ ໃຕ້ນໍ້າເກົາຫຼີໃຕ້  ກອງທັບເກົາຫຼີໃຕ້ພ້ອມຈະປະຕິບັດການໂຈມຕິທັນທີ.  






ທາງດ້ານ ປະທານາທິບໍດີ ໂດໂນ ທຣັມ ແລະ ປະທານາທິບໍດີ ມຸນ ແຈ ອິນ ເກົາຫຼີໃຕ້ເຫັນດີເອກະພາບ (ສົນທະນາທາງໂທລະສັບ) ໃນການຍົກເລີກຂໍ້ຈໍາກັດດ້ວຍນໍ້າໜັກຂອງຂີປະນາວຸດຕາມຂໍ້ຕົກລົງພາຄີລະຫວ່າງສອງປະເທດທີ່ກໍານົດໃຫ້ເກົາຫຼີໃຕ້ສາມາດຄອບຄອງອາວຸດທີ່ມີພິໄສການຍິງບໍ່ເກີນ 800 ກມ  ແລະ ສາມາດບັນຈຸຫົວລົບໄດ້ພຽງ  500 ກກ  ເຊິ່ງຕໍ່ມາທໍານຽບຂາວກໍໄດ້ຖະແຫຼງ ວ່າ ສ. ອາເມລິກາ ກໍາລັງຈະຂາຍອາວຸດ ໃຫ້ກັບກອງທັບເກົາຫຼີໃຕ້ມູນຄ່າຫຼາຍພັນລ້ານໂດລາ.

© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.