Header Ads

ກອງປະຊຸມລັດຖະມົນຕີຕ່າງປະເທດ FEALAC Troika ຄັ້ງທີ 2



ໃນຕອນບ່າຍຂອງວັນທີ 22 ກັນຍາ 2017 ຜ່ານມານີ້ ທີ່ ນິວຢອກ, ສ. ອາເມລິກາ, ທ່ານ ສະເຫຼີມໄຊ ກົມມະສິດ,  ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຮັບກຽດເປັນປະທານຮ່ວມກັບ ກົວເຕມາລາ ຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ປະເທດປະສານງານ ຂອງຂອບການຮ່ວມມືອາຊີຕາເວັນອອກ-ອາເມລິກາລາຕິນ (FEALAC Troika) ຄັ້ງທີ 2, ເຊິ່ງມີບັນດາລັດຖະມົນຕີຕ່າງປະເທດ FEALAC Troika ພ້ອມດ້ວຍ ຄະນະຜູ້ແທນເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອຊຸກຍູ້ການຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງ ສອງພາກພື້ນ ໃຫ້   ແໜ້ນແຟ້ນຍິ່ງຂຶ້ນ ແລະ ກ້າວເຂົ້າສູ່ລວງເລິກ ເພື່ອເປັນແຮງຊຸກຍູ້ໃຫ້ແກ່ການພັດທະນາ ໃນສອງພາກພື້ນຢ່າງມີປະສິດທິພາບ ແລະ ໄດ້ຮັບຜົນປະໂຫຍດສູງສຸດ. ໃນນັ້ນ, ບັນດາລັດຖະມົນຕີ ໄດ້ຮ່ວມກັນປຶກສາຫາລື ແລະ ທົບທວນຄືນ ກ່ຽວກັບ ຖະແຫຼງການປູຊານ, ແຜນການປະຕິບັດງານສະບັບໄໝ່ຟີແລັກ ໃນໄລຍະ 5 ປີຕໍ່ໜ້າ ແຕ່ປີ 2017-2021 ແລະ ການສ້າງຕັ້ງກອງທຶນ ຟີແລັກ ທີ່ ໄດ້ຖືກຮັບຮອງເອົາໃນກອງປະຊຸມລັດຖະມົນຕີຕ່າງປະເທດຟີແລັກ ຄັ້ງທີ 8 ທີ່ ປູຊານ, ສ.ເກົາຫຼີ ໃນວັນທີ 31 ສິງຫາ 2017 ທີ່ຜ່ານມາ.

ນອກຈາກນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ຍັງໄດ້ແຈ້ງຕໍ່ກອງປະຊຸມວ່າ ສປປ ລາວຈະເປັນເຈົ້າພາບ ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ຟີແລັກ ຄັ້ງທີ 19 ຢູ່ ນະຄອນຫຼວງວຽງຈັນ ໃນປີ 2018 ແລະ ເປັນປະທານຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດ ຟີແລັກ ຄັ້້ງທີ 9 ຈະຈັດຂຶ້ນ ໃນປີ 2019 ຢູ່ ພາກພື້ນ ອາເມລິກາ-ລາຕິນ ໃນຖານະເປັນປະເທດປະສານງານຝ່າຍ ອາຊີຕາເວັນອອກ ສຳລັບສົກປີ 2017-2019.

ກອງປະຊຸມ FEALAC Troika ແມ່ນກອງປະຊຸມ ລັດຖະມົນຕີຕ່າງປະເທດ ຟີແລັກ ແບບ 3 ຝ່າຍ ຄື: ປະເທດປະສານງານຜູ້ເກົ່າ, ຜູ້ປະຈຸບັນ ແລະ ຜູ້ຕໍ່ໄປ ປະຈຳແຕ່ລະພາກພື້ນ, ເຊິ່ງຈະຈັດຄຽງຄູ່ກັບກອງປະຊຸມສະມັດຊາໃຫຍ່ ຂອງ ສປຊ ໃນເດືອນກັນຍາ ຂອງ ທຸກໆປີ.


ທີ່ມາ: ກະຊວງການຕ່າງປະເທດ 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.