Header Ads

ເຫດມືປຶນຍິງຝູງຊົນໃນໃນງານຄອນເສີດກາງແຈ້ງ ທີ່ລາສເວກັດ ສ. ອາເມລິກາ ມີຜູ້ເສຍຊີວິດແລ້ວ 50 ຄົນ ບາດເຈັບກວ່າ 200 ຄົນ



ສໍານັກຂ່າວຕ່າງປະເທດລາຍງານວ່າ : ເກີດເຫດການຍິງຝູງຊົນໃນງານຄອນເສີດກາງແຈ້ງ Route 91 Harvest Festival ເຊິ່ງຈັດຂື້ນທີ່ໂຮງແຮມມັນດາເລ ເບ ໃນລາສເວກັດ ສ. ອາເມລິກາ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່  50 ຄົນ ແລະ ບາດເຈັບອີກກວ່າ 200 ຄົນ ໂດຍສໍານັກຂ່າວຕ່າງປະເທດລະບຸວ່າມືປືນແມ່ນ  ສະຕິເຟັນ ແພດດ໊ອກ (Stephen Paddock)  ເປັນຊາວເມືອງລາສເວກັດ ອາຍຸ 64 ປີ ຖືກເຈົ້າໜ້າທີ່ວິສາມັນຂ້າຕະກໍາໃນທີ່ເກີດເຫດ.




 ສະຕິເຟັນ ແພດດ໊ອກ (Stephen Paddock) ຜູ້ກໍ່ເຫດ






ສໍາເຫດໂສກອະນາດຕະກໍານີ້ແມ່ນເກີດຂື້ນໃນເວລາປະມານ 22: 30 ນາທີ ຂອງວັນທີ 1 ຕຸລາ (ເວລາທ້ອງຖິ່ນ) ເຊິ່ງສື່ຕ່າງປະເທດລາຍງານເຫດການວ່າມີຜູ້ເຂົ້າຊົມຄອນເສີດໄດ້ຍິນສຽງປືນດັງຂື້ນໃນຄັ້ງທໍາອີດ ແຕ່ຫຼານຄົນຄິດວ່າແມ່ນສຽງຈູດກະໂພກ ຈົນກະທັງທີການຍິງຄັ້ງທີ່ສອງ ຈິ່ງເຮັດໃຫ້ຜູ້ຄົນທີ່ເຂົ້າຊົມຄອນເສີດແຕກຕື່ນ ແລະ ພາກັນແລ່ນໜີໄປຊ້ອນໃນສະຖານທີ່ປອດໄພເພື່ອເອົາໂຕລອດກັນຢ່າງຊຸນລູມົນ. 






ຂໍ້ມູນເບື້ອງທີ່ຫຼາຍສໍານັກຂ່າວລາຍງານ ການໃຫ້ສໍາພາດຂອງ ທ່ານ ໂຈເຈຟ ລອມບາຣໂດ (Sheriff Joe Lombardo) ເຈົ້າໜ້າທີ່ທີ່ຮັບຜິດຊອບພື້ນທີ່ດັ່ງກ່າວວ່າ ຜູ້ກໍ່ເຫດແມ່ນລົງມືພຽງຄົນດຽວ  ໂດຍການຍິງລົວລົງຈາກຫ້ອງພັກຊັ້ນທີ 32 ຂອງໂຮງແຮມ.  ສໍາລັບແຮງຈູງໃຈໃນການກໍ່ເຫດແມ່ນຍັງບໍ່ທັນສາມາດສະຫຼູບໄດ້ ແລະ ຄວາມເສຍຫາຍທີ່ເກິດຂື້ນ. 








ສໍານັກຂ່າວລອຍເຕີ (Reuters) ລາຍງານເພີ່ມເຕີມວ່າ ເຈົ້າໜ້າທີ່ກໍາລັງຕິດຕາມໂຕ ແມຣິລູ ແດນເລ ( Marilou Danley ) ຜູ້ທີ່ເປັນເພື່ອນຮ່ວມຫ້ອງຂອງຜູ້ກໍ່ເຫດ ໂດຍທາງເຈົ້າໜ້າຕ້ອງການສອບປາກຄໍາ ແຕ່ກໍຍັງບໍ່ໄດ້ສະຫຼູບວ່າ ແມຣິລູ ແດນເລ ມີສ່ວນ ຫຼຶ ເປັນຜູ້ສົມຮູ້ຮ່ວມຄິດໃນການກໍ່ເຫດຄັ້ງນີ້  ຫຼື ບໍ່. 









ທີ່ມາ : AP/Reuters 
© ໂຕະນໍ້າຊາ | tonamcha.com    
___________


Powered by Blogger.