Header Ads

ວຽກຕ້ານການຟອກເງິນໃນລາວມີຄວາມຄືບໜ້າຕໍ່ເນື່ອງ



ຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ)ໄດ້ຈັດກອງປະຊຸມສະໄໝສາມັນຄັ້ງທີ III ປະຈໍາປີ 2017 ໃນວັນທີ 2 ຕຸລາ ທີ່ທະນາຄານແຫ່ງ ສປປ ລາວ (ທຫລ) ນະຄອນຫຼວງວຽງຈັນໂດຍການໃຫ້ກຽດເປັນປະທານຂອງທ່ານສົມດີ ດວງດີຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານ ຄຕຟງ, ພ້ອມນີ້ກໍມີຮອງ ແລະ ສະມາຊິກຄຕຟງ ເຂົ້າຮ່ວມໂດຍມີຈຸດປະສົງຫຼັກເພື່ອລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດຜົນຂອງກອງປະຊຸມສະໄໝສາມັນກໍຄືວຽກງານອື່ນໆໃນຄັ້ງຜ່ານມາແລະປຶກສາຫາລືວຽກງານທີ່ສໍາຄັນອື່ນໆ ພ້ອມທັງແຜນໃນຕໍ່ໜ້າຂອງ ສປປ ລາວ ກ່ຽວກັບວຽກງານຕ້ານການຟອກເງິນ ແລະສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT).


ກອງປະຊຸມສະໄໝສາມັນຄັ້ງທີIIIປະຈໍາປີ 2017 ຍັງສືບຕໍ່ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ພາຍໃຕ້ແຜນການປະຕິບັດງານ ຂອງ ສປປ ລາວ ແລະ ບັນດາວຽກງານອື່ນໆຕາມເງື່ອນໄຂຂອງສາກົນ, ສຕຟງ ກໍ່ຄືບັນດາພາກສ່ວນທີ່ກ່ຽວຂ້ອງ ໄດ້ພ້ອມກັນຈັດຕັ້ງປະຕິບັດວຽກງານພາຍໃຕ້ຄວາມຮັບຜິດຊອບຂອງຕົນຢ່າງເອົາໃຈໃສ່ ເຮັດໃຫ້ມີອັນພົ້ນເດັ່ນ ແລະ ມີຄວາມຄືບໜ້າຫຼາຍດ້ານ ສະແດງອອກ ສປປ ລາວ ໄດ້ຮັບການກວດກາການຈັດຕັ້ງປະຕິບັດຕົວຈິງກ່ຽວກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃນເດືອນ ເມສາ 2017, ນອກນີ້ ຍັງໄດ້ປືກສາຫາລືຫຼາຍບັນຫາເພື່ອເປັນການກະກຽມ ແລະ ຈັດຕັ້ງປະຕິບັດບັນດາໜ້າວຽກທີ່ຍັງຄົງຄ້າງໃຫ້ມີໝາກຜົນ ແລະ ກອງປະຊຸມຍັງໄດ້ປືກສາຫາລືຄວາມຄືບໜ້າຂອງການຈັດຕັ້ງມະຕິຂອງ ຄຕຟງ ຄັ້ງກ່ອນ;ການຈັດຕັ້ງປະຕິບັດວຽກງານຂອງ ສຕຟງ;ການປະເມີນຄວາມສ່ຽງແຫ່ງຊາດ (NRA) ກ່ຽວກັບການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ML/TF) ແລະ ແຜນການຈັດຕັ້ງປະຕິບັດ 40 ຂໍ້ແນະນໍາໃໝ່ຂອງ FATF ໃນຕໍ່ໜ້າເພື່ອຮັບຮອງການປະເມີນຜົນໃນປີ 2020.

ທ່ານຮອງນາຍົກລັດຖະມົນຕີ, ປະທານ ຄຕຟງ ໄດ້ຕີລາຄາສູງຕໍ່ການປະຕິບັດວຽກງານຜ່ານມາ ເຊິ່ງເຫັນວ່າມີຄວາມຄືບໜ້າພໍສົມຄວນ ແລະ ທ່ານໄດ້ຊີ້ນໍາໃຫ້ມີການຂໍອະນຸມັດດ້ານຫຼັກການຍ້ອງຍໍຫົວໜ່ວຍທີ່ມີໜ້າທີ່ລາຍງານ;ຂໍອະນຸມັດດ້ານຫຼັກການສ້າງແຜນມອບໃຫ້ຜູ້ຄຸ້ມຄອງເປັນຜູ້ຕິດຕາມຫົວໜ່ວຍທີ່ມີໜ້າທີ່ລາຍງານ ໂດຍຜ່ານຜົນການປະເມີນຄວາມສ່ຽງລະດັບຊາດກ່ຽວກັບການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການຂໍອະນຸມັດດ້ານການຂະຫຍາຍການຮ່ວມມືກັບຕ່າງປະເທດຈໍານວນໜຶ່ງ.

ຄືດັ່ງທີ່ຮູ້ແລ້ວວ່າ: ໃນກາງປີ 2017 ນີ້ບັນຫາທີ່ພົ້ນເດັ່ນກໍແມ່ນຜົນສຳເລັດຂອງ ສປປ ລາວ ທີ່ໄດ້ຖືກຖອນອອກຈາກບັນຊີຕິດຕາມ (ບັນຊີສີເທົາ) ຂອງອົງການຕ້ານການຟອກເງິນສາກົນ(Financial Action Task Force “FATF”) ມາຢູ່ບັນຊີປົກກະຕິໄດ້ໃນກອງປະຊຸມຄົບຄະນະ (FATF Plenary meeting) ປະຈຳເດືອນ ມິຖຸນາ 2017 ທີ່ປະເທດແອັດສະປາຍໃນວັນທີ 23 ມິຖຸນາ 2017; ການຈັດຕັ້ງປະຕິບັດການປະເມີນຄວາມສ່ຽງລະດັບຊາດກ່ຽວກັບການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (NRA);ການຮ່ວມມືສາກົນ; ການສ້າງຍຸດທະສາດວຽກງານ AML/CFT ແລະອື່ນໆ.

ເຖິງວ່າ ສປປ ລາວ ພາຍຫຼັງທີ່ໄດ້ຖືກຖອນອອກຈາກບັນຊີຕິດຕາມ ( ບັນຊີສີເທົາ ) ຂອງອົງການ FATF ແລ້ວ ແຕ່ກໍຍັງຈະສືບຕໍ່ການຈັດຕັ້ງປະຕິບັດ NRA ໂດຍໄດ້ຮັບການຮ່ວມມື ແລະຊ່ວຍເຫຼືອດ້ານວິຊາການຈາກທະນາຄານໂລກ ຊຶ່ງໄດ້ດຳເນີນສຳເລັດໄລຍະທີ 1 ແລະພວມກ້າວເຂົ້າສູ່ໄລຍະທີ 2 ຄາດວ່າການປະເມີນດັ່ງກ່າວຈະສຳເລັດໃນທ້າຍປີ 2018; ຜົນການປະເມີນຄວາມສ່ຽງຈະເປັນຂໍ້ມູນສຳຄັນໃນການແຜນວຽກງານ AML/CFT ຂອງ ສປປລາວປີ 2018-2020, ທັງໝົດນັ້ນ ເພື່ອຮັບປະກັນບໍ່ໃຫ້ ສປປ ລາວ ຕົກຢູ່ໃນການຕິດຕາມຂອງສາກົນກ່ຽວກັບວຽກງານ AML/CFT ແລະກະກຽມໃຫ້ແກ່ການປະເມີນສປປ ລາວ ຮອບດ້ານກ່ຽວກັບວຽກງານ AML/CFT (Mutual Evaluation “ME”) ໃນປີ 2020.


ຂ່າວ-ພາບ: ຣັດສະໝີດວງສັດຈະ
© ໂຕະນໍ້າຊາ | tonamcha.com    

___________

Powered by Blogger.