Header Ads

ເອດີບີ (ADB) ຍັງໝັ້ນໃຈເສດຖະກິດລາວຈະຂະຫຍາຍໂຕບັນລຸເປົ້າ



ອີງຕາມາການລາຍງາຍຂອງ ໜັງສືພິມ ເສດຖະກິດ-ການຄ້າ  ວ່າ : ທ່ານ ຢະຊູຊິ ເນກິຊິ ຜູ້ຕ່າງໜ້າສຳນັກງານເອດີບີ ປະຈຳ ສປປ ລາວ ລາຍງານວ່າ: ເສດຖະກິດຂອງ ສປປ ລາວ ແມ່ນພວມດຳເນີນໄປກໍດ້ວຍດີໃນຂົງເຂດອາຊີຕາເວັນອອກສຽງໃຕ້. ບັນດາມາດຕະການທີ່ໄດ້ນຳມາປະຕິບັດໃນປີ 2016 ແລະ ຕົ້ນປີ 2017 ລວມທັງມາດຕະການຫັດກຸມດ້ານງົບປະມານລາຍຈ່າຍ ແລະ ການສົ່ງເສີມການລົງທຶນຂອງພາກເອກກະຊົນ ເຫັນວ່າພວມຊຸກຍູ້ເສດຖະກິດໃຫ້ສືບຕໍ່ຂະຫຍາຍຕົວ.

ໂຄງການກໍ່ສ້າງທາງລົດໄຟຂ້າມຊາຍແດນ ແລະ ການກໍ່ສ້າງບັນດາໂຄງການພະລັງງານໄຟຟ້າລວມທັງໂຄງການພະລັງງານໄຟຟ້າໄຊຍະບູລີຂອງ ສປປ ລາວ ເຊິ່ງເປັນແຮງຊຸກຍູ້ເຮັດໃຫ້ເກີດກິດຈະກຳທາງດ້ານເສດຖະກິດ, ການລົງທຶນທີ່ເພີ່ມຂຶ້ນຕື່ມອີກ 50 ບໍລິສັດໃນເຄິ່ງປີທຳອິດ 2017 ຢູ່ໃນບັນດາເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ, ພ້ອມດ້ວຍການຜະລິດພຶດຜັກເພື່ອການຄ້າ ແລະ ການສົ່ງອອກສິນຄ້າກະສິກຳເຫຼົ່ານັ້ນ ຈະຊຸກຍູ້ໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວໃນປີ 2017.



ທ່ານໄດ້ກ່າວຕື່ມວ່າ: ພາຍໃນປີນີ້ ກະສິກຳແມ່ນຂະແໜງການໜຶ່ງທີ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເນື່ອງຈາກການຜະລິດເຂົ້າ ແລະ ພຶດຜັກເພື່ອກາຍເປັນສິນຄ້າແມ່ນໄດ້ຮັບຜົນດີເນື່ອງຈາກອາກາດທີ່ອຳນວຍ. ສ່ວນອັດຕາການຂະຫຍາຍຕົວຂອງຂະແໜງການບໍລິການແມ່ນຫຼຸດລົງເລັກນ້ອຍກວ່າທີ່ຄາດໄວ້ໃນເດືອນເມສາ, ພາຍຫຼັງທີ່ອັດຕາການເຂົ້າມາຂອງຈຳນວນນັກທ່ອງທ່ຽວໄດ້ຫຼຸດລົງ 9.8% ໃນເຄິ່ງປີ 2017.

Photo Credit : UN Laos

ດ້ານອັດຕາການຂະຫຍາຍຕົວຂອງຂະແໜງອຸດສະຫະກຳຍັງຄົງຕົວ ເຖິງວ່າຈະມີການສົ່ງອອກແຮ່ທາດຄຳເພີ່ມຂຶ້ນໃນອັດຕາ 14.5% ແຕ່ການຂະຫຍາຍຕົວທີ່ຊັກຊ້າໃນຕະຫຼາດສາກົນ ສົ່ງຜົນໃຫ້ຜົນລວມຍອດທີ່ໄດ້ຮັບຈາກຂະແໜງບໍ່ແຮ່ແມ່ນຢູ່ໃນລະດັບຄົງທີ່.

ອັດຕາການຂາດດຸນຊຳລະຄາດວ່າຈະຫຼຸດລົງຈາກທີ່ຄາດໄວ້ ແລະ ຈະສືບຕໍ່ຂາດດຸນເພີ່ມອີກໃນປີ 2018, ແຕ່ຈະຂາດດຸນໜ້ອຍກວ່າອັດຕາທີ່ຄາດໄວ້ກ່ອນໜ້ານີ້ ເນື່ອງຈາກມີການນຳເຂົ້າເຄື່ອງຈັກ ແລະ ອຸປະກອນກໍ່ສ້າງ ພ້ອມທັງປະລິມານເພີ່ມຂຶ້ນຂອງການນຳໃຊ້ເຊື່ອໄຟສະໜອງໃຫ້ແກ່ໂຄງການກໍ່ສ້າງເສັ້ນທາງລົດໄຟ ແລະ ໂຮງຈັກຜະລິດໄຟຟ້າອີກ 7 ແຫ່ງ.


ທີ່ມາ : ຂ່າວເສດຖະກິດ-ການຄ້າ
© ໂຕະນໍ້າຊາ | tonamcha.com    


___________


Powered by Blogger.