Header Ads

ເຫດຄົນຮ້າຍຍິງຝູງຊົນໃນຄອນເສີດທີ່ລັສເວກັສ ສ. ອາເມລິກາ ເສຍຊີວິດ 59 ບາດເຈັບ 527 ຄົນ ໃນຂະນະທີ່ກຸ່ມໄອເອັສອ້າງວ່າເປັນຜູ້ຢູ່ເບື້ອງຫຼັງເຫດໂສກອະນາດຕະກໍາຄັ້ງນິ້



ສໍານັກຂ່າວຕ່າງປະເທດລາຍງານຂ່າວລ່າສຸດກ່ຽວກັບເຫດຄົນຮ້າຍຍິງຝູງຊົນໃນຄອນເສີດກາງແຈ້ງທີ່ລັສເວກັສ ສ. ອາເມລິກາ ທີ່ໂຮງແຮມມັນດະເລ ເບ ໃນວັນອາທິດຜ່ານມາ (01 ຕຸລາ) ຕາມເວລາທ້ອງຖິ່ນ ເວລາ 22: 30 ນາທີ ໂດຍມີຜູ້ເຂົ້າຮ່ວມຄອນເສີດເຖິງ 22,000 ຄົນ ຈາກເຫດຍິງຝູງຊົນດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດແລ້ວ 59 ຄົນ ແລະ ບາດເຈັບອີກຢ່າງໜ້ອຍ 527 ຄົນ  ສ່ວນຄົນຮ້າຍແມ່ນຂ້າໂຕຕາຍໃນຫ້ອງພັກຊັ້ນທີ 32 ຂອງໂຮງແຮມມັນດະເລ ເບ ກ່ອນທີ່ເຈົ້າໜ້າທີ່ຈະບຸກເຂົ້າກວດຄົ້ນ ໂດຍກ່ອນໜ້ານີ້ມີລາຍງານຂ່າວວ່າ ຄົນຮ້າຍຖືກວິສາມັນຂ້າຕະກໍາໂດຍເຈົ້າໜ້າທີ່ຕໍາຫຼວດ.






ພາຍຫຼັງທີ່ເກີດເຫດການ ກຸ່ມໄອເອັສ (IS) ກໍອອກມາອ້າງວ່າເປັນຜູ້ຢູ່ເບື້ອງຫຼັງເຫດໂສກອະນາດຕະກໍາສັງຫານໝູ່ໃນຄັ້ງປະຫວັດສາດຂອງ ສ. ອາເມລິກາ ທີ່ມີຜູ້ຄົນເສຍຊີວິດຈໍານວນຫຼາຍ.  ສໍານັກງານສືບສວນກາງ (FBI) ໄດ້ອອກມາປະຕິເສດຄໍາກ່າວອ້າງດັ່ງກ່າວຂອງ ກຸ່ມໄອເອັສ ວ່າ ສະຕີເຟນ ແພັດດັອກ ອະດີດນັກບັນຊີ ອາຍຸ 64 ປີ ເປັນ "ທະຫານສັກສິດ" ໂດຍຂ່າວລະບຸວ່າເຂົາມີອີກຊື່ໜຶ່ງວ່າ "ອາບູ ອັບເດວ ບາ ອັນ-ອຳຣີກີ” ແລະ ປ່ຽນມານັບຖືສາສະໜາອິດສະລາມເມື່ອບໍ່ພໍເທົ່າໃດເດືອນກ່ອນທີ່ຈະມາກໍເຫດ ແຕ່ ທ່ານ ໂຈນາທານ ຫຼິວ ໂຄສົກຂອງສຳນັກຂ່າວກອງກາງ (CIA) ກຳລັງເລັ່ງສຶບສວນ-ວິເຄາະຄວາມເຊື່ອມຍົງ ແລະ ທ່າທີຂອງກຸ່ມໄອເອັສຈາກກໍລະນີເຫດການທີ່ເກີດຂື້ນ.






ຂໍ້ມູນເບື້ອງຕົ້ນຂອງເຈົ້າໜ້າທີ່ໃນການກວດຄົ້ນເຮືອນຂອງ ສະຕີເຟນ ແພັດດັອກ ພົບອາວຸດປືນເຖິງ 18 ກະບອກ, ລະເບິດຈໍານວນໜຶ່ງ ແລະ ລູກປືນອີກຫຼາຍພັນນັບຊຸກຊ້ອນຢູ່ໃນເຮືອນ ພ້ອມດຽວກັນທາງເຈົ້າໜ້າທີ່ກໍຢືນຢັນວ່າ ສະຕີເຟນ ແພັດດັອກ ນັ້ນຂ້າໂຕຕາຍດ້ວຍການຍິງໂຕເອງກ່ອນທີ່ເຈົ້າທີ່ຈະເຂົ້າທໍາການບຸກກວດຄົ້ນທີ່ພັກຊັ້ນໃນ 32 ຂອງໂຮງແຮມມັນດະເລ ເບ  ລັສເວກັສ ສ. ອາເມລິກາ.



ຫຼັງຈາກເກີດເຫດຊາວອາເມລິກາ ກໍໄດ້ອອກມາຮ່ວມໃຈກັນຕໍ່ຄີວບໍລິຈາກເລືອດຕາມ Clinic ທົ່ວລັສເວກັສ ເພື່ອນໍາເອົາໄປຊ່ວຍເຫຼືອຜູ້ບາດເຈັບຈາກເຫດໂສກອະນາດຕະກໍາດັ່ງກ່າວ ໂດຍເຈົ້າໜ້າທີ່ໃຊ້ເວລາເຖິງ 8 ຊົ່ວໂມງກວ່າຈະຮັບບໍລິຈາກເລືອກຈາກຝູງຊົນສໍາເລັດ




ທາງດ້ານປະທານນາທີບໍດີ ໂດໂນ ທຣັມ ກໍໄດ້ອອກມາປະນາມເຫດການທີ່ເກີດຂື້ນວ່າເປັນ “act of pure evil”  ແລະ ສະແດງຄວາມເສຍໃຈຢ່າງສຸດຊຶ້ງໄປຍັງຄອບຄົວຂອງຜູ້ເສຍຊີວິດ  ແລະ ກ່າວຊົມເຊິຍເຈົ້າໜ້າທີ່ທີ່ອອກໄປເຖິງຈຸດເກີດເຫດໄດ້ຢ່າງທ່ວງທັນເວລາ ແລະ ປະທານນາທີບໍດີ ໂດໂນ ທຣັມ ຈະລົງຕິດຕາມຈຸດເກີດເຫດໃນວັນພຸດ ທີ 04 ຕຸລາ ນີ້ ພ້ອມກັບສັ່ງໃຫ້ໜ່ວຍງານລັດທຸກແຫ່ງເອົາທຸງລົງເຄິ່ງເສົາຈົນເຖິງວັນສຸກທີ 6 ຕຸລາ 2017 ນີ້. 





ຂ່າວທີ່ກ່ຽວຂ້ອງ:

ທີ່ມາ: Times/CNN
© ໂຕະນໍ້າຊາ | tonamcha.com    

___________



Powered by Blogger.