Header Ads

ກອງທັບໄຊເບີ ສ. ອາເມລິກາ ຍິງ DDoS ຖະຫຼົ່ມເກົາຫຼີເໜືອແລ້ວ



ສໍານັກຂ່າວ Washington Post ລາຍງານວ່າ : ສູນບັນຊາການກອງທັບໄຊເບີ ສ. ອາເມລິກາ (U.S. Cyber Command) ໄດ້ເປີດປະຕິບັດການຍິງ DDoS ຖະຫຼົ່ມລະບົບເຄື່ອຂ່າຍຂອງເກົາຫຼີເໜືອ ເພື່ອໃຫ້ ເກົາຫຼີເໜືອ ບໍ່ສາມາດສື່ສານທາວອິນເຕີເນັດໄດ້ ໂດຍ ສ. ອາເມລິກາ ອ້າງວ່າປະຕິບັດການນີ້ເປັນການຕອບໂຕ້ເກົາຫຼີເໜືອ.








ໃນລາຍງານຂ່າວລະບຸວ່າ ໜ່ວຍບັນຊາການກອງທັບໄຊເບີ ສ. ອາເມລິກາ ໃຊ້ຄໍາສັ່ງຂອງ ປະທານາທິບໍດີ ໂດໂນ ທຣັມ ທີ່ເຊັນອະນຸມັດກ່ອນໜ້ານີ້ ແຕ່ຄໍ່ສັ່ງນີ້ຖືກນໍາມາປະຕິບັດພາຍຫຼັງທີ່ ສ. ອາເມລິກາ ບໍ່ສາມາດເຈລະຈາກັບເກົາຫຼີເໜືອໄດ້ ໂດຍໃນຄໍາສັ່ງຍັງກໍານົດໃຫ້ໜ່ວຍງານອື່ນໆຂອງ ສ. ອາເມລິກາ ມີທ່າທີ່ກົດດັນເກົາຫຼີເໜືອໃນຮູບແບບທີ່ແຕກຕາງກັນຕາມແຕ່ລະໜວ່ຍງານດ້ວຍປະຕິບັດການ DDoS ເຊິ່ງຕາມຂ່າວລະບຸວ່າໄດ້ລົງມຶປະຕິບັດວັນເສົາທີ່ຜ່ານມາ (30 ກັນຍາ)  ແຕ່ເປັນການໂຈມຕີຊົ່ວຄາວເທົ່ານັ້ນເຊິ່ງເຮັດໃຫ້ອິນເຕີເນັດທີ່ເກົາຫຼີເໜືອໃຊ້ບໍ່ໄດ້ຊົ່ວຂະນະ. 




ທີ່ມາWashington Post/blognone 
© ໂຕະນໍ້າຊາ | tonamcha.com    

___________

Powered by Blogger.