Header Ads

ສຸພາພອນ ສົມວິຈິດ (ນຸ້ຍ) ຂໍແຮງໃຈ ແລະ ແຮງເຊຍຈາກຄົນລາວ ກ່ອນບິນລັດຟ້າສູ່ ສ. ອາເມລິກາ ເພື່ອເຂົ້າຮ່ວມການປະກວດ ມິສຢູນິເວີສ




ມິສຢູນິເວີສລາວ 2017 ສຸພາພອນ ສົມວິຈິດ (ນຸ້ຍ) ໃຫ້ສໍາພາດກັບໜັງສືພິມວຽງຈັນທາມ ແລະໜັງສືພິມ ເສດຖະກິດກ່ການຄ້າ ກ່ອນອອກເດິນທາງສູ່ ສ. ອາເມລິກາໃນວັນທີ 11 ພະຈິກ ນີ້ ເພື່ອເກັບໂຕ ແລະ ເຂົ້າຮ່ວມເວທີປະກວດ ມິສຢູນິເວີສ 2017 ທີ່ ລັສເວກັສ  ສ. ອາເມລິກາ ໃນວັນທີ 26 ພະຈິກ ນີ້.



ສຸພາພອນ ສົມວິຈິດ (ນຸ້ຍ) ມິສຢູນິເວີສລາວຄົນທໍາອິດຂອງ ສປປ ລາວ ແລະ ຄັ້ງທໍາອິດໃນຮອບ 66 ປີຂອງເວທີປະກວດທີ່ມີໂຕແທນແມ່ຍິງລາວເຂົ້າຮ່ວມການປະກວດນັບແຕ່ມື້ກໍຕັ້ງເວທີປະກວດນີ້ຂື້ນມາ ເຊິ່ງ ສຸພາພອນ ສົມວິຈິດ ຈະເປັນແມ່ຍິງລາວຄົນທໍາອີດໃນປະຫວັດສາດປະເທດລາວກັບເວທີລະດັບໂລກ.



ສໍາລັບການປະກວດແບ່ງອອກເປັນ 3 ປະເພດປະກອບດ້ວຍ: 1). ການປະກວດຊຸດປະຈໍາຊາດ, 2). ການປະກວດຊຸດລອຍນໍ້າ ແລະ 3). ການປະກວດຊຸດລາຕີ  ເຊິ່ງຊຸດປະຈໍາຊາດນັ້ນ ສຸພາພອນ ສົມວິຈິດ ຂໍອຸບໄວ້ກ່ອນ ເພາະຍັງຢູ່ໃນຂັ້ນຕອນການອອກແບບ  ແລະ ປະບວນການຕັດຫຍິບ ແຕ່ຈະເນັ້ນໄປທາງວັດທະນາທໍາ. 






ໃນຕອນໜຶ່ງຂອງບົດສໍາພາດທີ່ຜູ້ດໍາເນີນລາຍການຖາມຄວາມຮູ້ສຶກ ນຸ້ຍ  ໂດຍນຸ້ຍຕອບວ່າ ມີຮູ້ສຶກພາກພູມໃຈ ແລະ ຕື່ນເຕັ້ນທີ່ດໄດ້ເປັນໂຕແທນແມ່ຍິງລາວໄປປະກວດໃນເວທີລະດັບໂລກ , ເປັນຄົນທໍາອິດ ແລະ ເປັນບາດກ້າວສໍາຄັນ - ໃບໜ້າອັນໃໝ່ປະເທດລາວ ພ້ອມດຽວກັນ ນຸ້ຍ ປິດທ້າຍດ້ວຍການເຊີນຊວນຄົນລາວທີ່ຢູ່ຕ່າງປະເທດໃຫ້ກັບມາທ່ອງທ່ຽວປະເທດລາວ ເພາະ ສປປ ລາວໄດ້ເປີດປີທ່ອງທ່ຽວລາວ 2018 ຢ່າງເປັນທາງການແລ້ວ ແລະ ແນະນໍາວ່າບ້ານເຮົາກະພັດທະນາແລ້ວ ພ້ອມກັບທີ່ແຫຼ່ງທ່ອງທ່ຽວຫຼາຍບໍ່ນ້ອນໜ້າຊາດອື່ນ.



ສຸດທ້າຍ, ສຸພາພອນ ສົມວິຈິດ (ນຸ້ຍ) ຂໍຝາກໃຫ້ຄົນລາວທັງປະເທດ ແລະ ຄົນລາວທີ່ຢູ່ຕ່າງປະເທດຮ່ວມສົ່ງແຮງໃຈ ແລະ ແຮງເຊຍເພື່ອກໍາລັງໃຈ 

“…ເພາະການທີ່ຄົນລາວເຮົາສະໜັບສະໜຸນກັນມັນກໍເປັນກໍາລັງໃຈທີ່ສໍາຄັນຫຼາຍ ເພາະເຮົາໄປຜູ້ດຽວ  ແລະ ສາຍສະພາຍປະເທດລາວແມ່ນຂອງໝົດທຸກຄົນ ມິສຢູນິເວີສລາວ (ນຸ້ຍ) ເປັນພຽງໂຕແທນຄົນລາວທີ່ຕ້ອງເຮັດໜ້າທີ່ນີ້ໃຫ້ດີທີ່ສຸດ”



ທີ່ມາ: Nui Soupphaphone Somvichit 
© ໂຕະນໍ້າຊາ | tonamcha.com    
___________



Powered by Blogger.