Header Ads

ອະດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ ຢ້ຽມຢາມອະດີດການນຳ ແຂວງບໍລິຄຳໄຊ





ໃນຕອນເຊົ້າຂອງວັນທີ 26 ມີນາ 2018 ຢູ່ທີ່ເຮືອນພັກກົມການເມືອງແຂວງບໍລິຄຳໄຊ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດປະທານສູນກາງແນວລາວສ້າງຊາດ, ອະດີດນາຍົກລັດຖະມົນຕີແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດລົງມາເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງແຂວງບໍລິຄຳໄຊ.



ໃນຕອນບ່າຍຂອງວັນດຽວກັນ ທ່ານຍັງໄດ້ລົງໄປພົບປະຢ້ຽມຢາມຄອບຄົວຂອງທ່ານນາງ ບຸນຍົງ ສີສຸວັນນະຄອນ ອະດີດຮອງເຈົ້າແຂວງບໍລິຄຳໄຊ ຢູ່ບ້ານສວນສະຫວັນ ແລະ ຄອບຄົວຂອງທ່ານ ບົວທອງ ພູນສະລິດ ອະດີດຮອງເຈົ້າແຂວງບໍລິຄຳໄຊ ຢູ່ບ້ານໂພນໄຊ ໂດຍການຮັບຕ້ອນຢ່າງອົບອຸ່ນ, ຮັກແພງ, ສະໜິດສະໜົມຢ່າງເປັນພິເສດ, ໃນການຖາມຂ່າວ-ຄາວ, ສຸກ-ທຸກ ເຊິ່ງກັນ ແລະ ກັນ, ພ້ອມນັ້ນ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ຍັງໄດ້ມອບກະຕ່າຂອງຂວັນເພື່ອອວຍພອນ ເນື່ອງໃນໂອກາດບຸນປີໃໝ່ລາວທີ່ໃກ້ຈະມາເຖິງນີ້ ຈາກນັ້ນ ທ່ານຍັງໄດ້ເຂົ້າຢ້ຽມຢາມຄອບຄົວຂອງທ່ານເຈົ້າແຂວງຕື່ມອີກ.

ພາບ ແລະ ຂ່າວ: ຂ່າວບໍລີຄໍາໄຊ
© ໂຕະນໍ້າຊາ | www.tonamchanews.com | www.tonamcha.com 
___________

Powered by Blogger.