Header Ads

ທ່ານຄຳໄຕ ສີພັນດອນ ໂອ້ລົມການນຳກະຊວງປ້ອງກັນປະເທດ




ໃນທ່າມກາງບັນຍາກາດທົ່ວພັກ,ທົ່ວລັດທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດພວມອອກແຮງແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດຂອງພັກ ເວົ້າລວມ, ເວົ້າສະເພາະ ພວມສຸມໃສ່ການກະກຽມໃຫ້ແກ່ງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ທີ່ຈະມາເຖິງ ໃນວັນ ທີ 25 ເມສາ 2018 ນີ້ ທ່ານຄຳໄຕ ສີພັນດອນ ອະດີດປະທານພັກ-ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ ກຽດໂອ້ລົມຄະນະນຳກະຊວງ

ປ້ອງກັນປະເທດ, ໂດຍມີ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມ ດ້ວຍຮອງລັດຖະມົນຕີ, ຫົວໜ້າ ກົມໃຫຍ່ ແລະ ຄະນະພັກ ກະ ຊວງເຂົ້າຮ່ວມ.

ໃນການໂອ້ລົມຄັ້ງນີ້ ທ່ານ ຄຳໄຕ ສີພັນດອນ ໄດ້ທົບທວນ ຄືນປະຫວັດມູນເຊື້ອຂອງກອງ ທັບປະຊາຊົນລາວ ໃນໄລຍະ ຫຼາຍສິບປີຜ່ານມາ, ເຊິ່ງຍາມໃດ ກໍຮັກສາໄດ້ບົດບາດມູນເຊື້ອອັນ ດີງາມຂອງກອງທັບປະຕິວັດ ເຮັດທຸກສິ່ງທຸກຢ່າງເພື່ອພະລາ ກິດ ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ຍາມໃດ ກໍໄດ້ເອົາໃຈໃສ່ປະຕິບັດໜ້າທີ່ ທີ່ ປະຊາຊົນມອບໝາຍໃຫ້ຢ່າງສົມ ກຽດ ແລະ ພ້ອມກັນປັບປຸງກໍ່ ສ້າງກອງທັບໃຫ້ເຕີບໃຫຍ່ເຂັ້ມ ແຂງ ໂດຍຕິດພັນແໜ້ນກັບການ ຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກດ 5 ປີ ເທື່ອທີ VIII ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງ ກັນປະເທດພ້ອມກັນເຮັດສຳເລັດ 4 ຫນ້າທີ່ໃຫຍ່ 26 ແຜນງານ ຂອງກະຊວງປ້ອງກັນປະເທດ ໃຫ້ເປັນຂະບວນການຟົດຟື້ນ ກວ້າງຂວາງ, ຕັ້ງໜ້າໂຄສະນາ ອົບຮົມການເມືອງນຳພາແນວ ຄິດໃຫ້ພະນັດງານ-ນັກຮົບ ພ້ອມ ທັງໄດ້ຮຽກຮ້ອງໃຫ້ການນຳກະ ຊວງປ້ອງກັນປະເທດເພີ່ມທະວີ ການນຳພາຂອງພັກຕໍ່ກຳລັງປະ ກອບອາວຸດປ້ອງກັນຊາດ, ສຸມ ໃສ່ສ້າງເສດຖະກິດໃຫ້ປະຊາຊົນ ລາວ ບັນດາເຜົ່າໄດ້ມີຢູ່ມີກິນ ແລະ ເອົາໃຈໃສ່ສ້າງກອງທັບປະຊາ ຊົນລາວໃຫ້ໜັກແໜ້ນທາງດ້ານ ຄຸນທາດການເມືອງ ຄຸນທາດປະ ຕິວັດ, ມີສະຕິຕໍ່ການຈັດຕັ້ງ ລະ ບຽບວິໄນ, ສ້າງຖັນແຖວພະນັກ ງານສືບທອດປ່ຽນແທນພ້ອມ ນັ້ນກໍຕ້ອງຍົກລະດັບສິລະປະ ຍຸດ-ຍຸດທະວິທີໃຫ້ມີຄວາມຊຳ ນິຊຳນາ ເພື່ອສ້າງໃຫ້ກອງ ທັບກາຍເປັນກອງທັບມີແບບ ແຜນທັນສະໄໝ ພ້ອມກັນຊີ້ນຳ- ນຳພາກອງທັບໃຫ້ເຂັ້ມແຂງ ທັນ ສະໄໝສົມກັບຄວາມໄວ້ເນື້ອ ວາງໃຈເຊື່ອໝັ້ນຈາກພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ.

ອະດີດປະທານພັກ-ປະທານ ປະເທດ ຄຳໄຕ ສີພັນດອນ ໄດ້ ຢໍ້າຕື່ມອີກວ່າ: ວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70 ປີກໍຈະໄດ້ມາເຖິງນີ້ ຮຽກຮ້ອງ ມາຍັງຄະນະນຳກະຊວງປ້ອງ ກັນປະເທດ ຈົງພ້ອມກັນເປັນ ເຈົ້າການຊີ້ນຳ-ນຳພາບັນດາກົມ ກອງ ທັງກຳລັງຫຼວງ ແລະ ກຳ ລັງທ້ອງຖິ່ນໃຫ້ພ້ອມກັນສ້າງ ຂະບວນການຢ່າງຟົດຟື້ນມ່ວນ ຊື່ນ, ເຮັດໃຫ້ໄດ້ທັງເນື້ອໃນ ແລະ ຄວາມໝາຍເພື່ອກ້າວໄປສູ່ກອງ ທັບທັນສະໄຫມເຂັ້ມແຂງເທື່ອ ລະກ້າວ.


ໂດຍ: ບົວລາ (ນສພ ກອງທັບປະຊາຊົນລາວ)
© ໂຕະນໍ້າຊາ 
_______
www.tonamcha.com
www.tonamchanews.com


Powered by Blogger.