Header Ads

ຄະນະຜູ້ແທນ ສປປ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມປະຈໍາປີ ຄັ້ງທີ 74 ຂອງຄະນະກໍມາທິການ ເສດຖະກິດ-ສັງຄົມສະຫະປະຊາຊາດ ປະຈໍາ ພາກພື້ນອາຊີ-ປາຊີຟິກ (UNESCAP)






ຄະນະຜູ້ແທນລາວ ນໍາໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມປະຈໍາປີ ຄັ້ງທີ 74 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມສະຫະປະຊາຊາດປະຈໍາພາກພື້້ນອາຊີ-ປາຊີຟິກ (UNESCAP) ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 11-16 ພຶດສະພາ 2018 ທີ່ບາງກອກ, ຣາຊະອານາຈັກໄທ ພາຍໃຕ້ຫົວຂໍ້ “ຄວາມ​ບໍ່​ສະ​ເໝີ​ພາບ​ໃນ​ຍຸກ​ສະ​ໄໝ​ຂອງວາ​ລະການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ​ປີ 2030” ແລະ ໄດ້ດຳເນີນເປັນສອງ​ລະ​ດັບ​ຄື​ລະ​ດັບ​ເຈົ້າ​ໜ້າ​ທີ​ອາ​ວຸ​ໂສ ເພື່ອທົບທວນຄືນການຈັດຕັ້ງປະຕິບັດບັນດາໜ້າວຽກທີ່ໄດ້ຖືກຮັບຮອງເອົາຢູ່ໃນກອງປະຊຸມຄັ້ງຜ່ານມາ ເປັນຕົ້ນແມ່ນບັນຫາທີ່ຕິດພັນກັບຄວາມຮັບຜິດຂອງອະນຸກຳມະການຕ່າງໆ, ວຽກງານບໍລິຫານກອງເລຂາ ແລະ ການປຶກສາຫາລືແຜນວຽກໃນຕໍ່ໜ້າ. ສຳລັບກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ ແມ່ນໄດ້ດຳເນີນພາຍໃຕ້ ການເປັນປະທານຂອງ ທ່ານ ນາງ ຮີນດາ ຫຽນ (Hilda Heine), ປະທານາທິບໍດີ ສາທາລະນະລັດ ມາແຊນ ໄອແລນ (Marshall Islands) ແລະ ມີຄະນະຜູ້ແທນຂັ້ນສູງຈາກ ບັນດາປະເທດສະມາຊິກໃນພາກພື້ນອາຊີ-ປາຊີຟິກ, ບັນດາອົງການເຄືອຂ່າຍ ສປຊ ປະຈຳ ພາກພຶ້ນ, ບັນດາອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດ ລັດຖະບານ ເຂົ້າຮ່ວມ.



ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຂຶ້ນກ່າວຄໍາປາໄສໃນກອງປະຊຸມ ພາກອະພິປາຍທົ່ວໄປ ໂດຍຊີ້ໃຫ້ເຫັນເຖິງສະພາບການຂອງໂລກໃນປັດຈຸບັນ ເປັນຕົ້ນແມ່ນການເຕີບໂຕທາງດ້ານ ເສດຖະກິດຂອງພາກພື້ນອາຊີ-ປາຊິຟິກໃນທົດສະວັດຜ່ານມາທີ່ສູງເປັນປະຫວັດການ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນ ການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ເຮັດໃຫ້ຫຼາຍລ້ານຄົນໄດ້ຫຼຸດພົ້ນອອກຈາກສະພາບຄວາມທຸກຍາກຂັ້ນຮ້າຍ ແຮງ, ຄຽງຄູ່ກັບດ້ານຕັ້ງໜ້າ ແລະ ຜົນສຳເລັດທີ່ຍາດມາໄດ້ນັ້ນ ບັນຫາຄວາມບໍ່ເທົ່າທຽມ ແລະ ຄວາມແຕກໂຕນ ດ້ານການພັດທະນາ ລະຫວ່າງ ຜູ້ຮັ່ງມີ ແລະ ຜູ້ທຸກຍາກ ຍັງສືບຕໍ່ມີທ່າອ່ຽງເພີ່ມຂຶ້ນ ອັນໄດ້ກາຍເປັນສິ່ງທ້າທາຍໃໝ່ສຳລັບ ວົງຄະນາຍາດສາກົນໃນການບັນລຸບັນດາເປົ້າໝາຍການພັດທະນາແບບຍືນຍົງ ແລະ ອາດສົ່ງຜົນສະທ້ອນໂດຍກົງຕໍ່ ສັນຕິພາບ, ສະຖຽນລະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງໂລກ ເວົ້າລວມ. ສິ່ງສຳຄັນ ທ່ານຍັງໄດ້ຊີ້ໃຫ້ເຫັນເຖິງຄວາມພະຍາຍາມ ແລະ ການນຳເນີນແນວທາງນະໂຍບາຍອັນຖືກຕ້ອງຂອງລັດຖະບານ ແຫ່ງ ສປປ ລາວ ໃນການແກ້ໄຂຄວາມຄວາມທຸກຍາກຂອງປະຊາຊົນ ແລະ ຄວາມຫຼຸດໂຕນດ້ານການພັດທະນາຢູ່ພາຍໃນ ປະເທດ ໂດຍລັດຖະບານໄດ້ສຸມໃສ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 (2016-2020)

ຍຸດທະສາດການພັດທະນາ 10 ປີ (2016-2025) ແລະ ວິໄສທັດ ປີ 2030 ທີ່ໄດ້ວາງຄາດໝາຍ ເພື່ອນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ໃຫ້ກາຍເປັນປະເທດກຳລັງພັດທະນາ ທີ່ມີລາຍຮັບທັງໝົດປານກາງ-ສູງ. ຜົນການປະເມີນ ແລະ ການທົບທວນຂອງ ຄະນະກຳມະການ ວ່າດ້ວຍ ນະໂຍບາຍການພັດທະ ນາ ສປຊ ໃນເດືອນ ມີນາ ຜ່ານມາ ໄດ້ຊີ້ໃຫ້ເຫັນວ່າ ສປປ ລາວ ໄດ້ບັນລຸ ສອງ ໃນ ສາມ ເງື່ອນໄຂເພື່ອຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາເປັນຄັ້ງທຳອິດ ຄື ຕົວຊີ້ວັດ ດັດສະນີລວມລາຍຮັບແຫ່ງຊາດ ແລະ ດັດສະນີຊັບສິນມະນຸດ, ໝາຍຄວາມວ່າ ລັດຖະບານຈະຕ້ອງສືບຕໍ່ຮັກສາທ່ວງທ່າບວກດັ່ງກ່າວເພື່ອໃຫ້ສາມາດຜ່ານ ການປະເມີນ ແລະ ການທົບທວນໃນຮອບວຽນທີສອງ ໃນປີ 2021 ແລະ ໄລຍະຂ້າມຜ່ານສາມປີ ຈຶ່ງຈະສາມາດປະກາດ ການຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາໃນປີ 2024. 

ສະນັ້ນ, ຈຶ່ງໄດ້ຮຽກຮ້ອງໃຫ້ວົງຄະນະຍາດ ສາກົນ, ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕ່າງໆຈົ່ງສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ເພື່ອບັນລຸບັນດາຄາດໝາຍແຫ່ງຊາດ ກໍຄື ການປະຕິບັດພັນທະສາກົນ ລວມທັງເພື່ອບັນລຸເປົ້າໝາຍການພັດທະນາ ແບບຍືນຍົງ ໃນປີ 2030. ນອກນັ້ນ, ທ່ານຍັງໄດ້ຢຳ້ຄືນຄວາມສຳຄັນ ໃນການຢຶດໝັ້ນບັນດາຫຼັກການຂອງການພົວພັນ ສາກົນແບບຫຼາຍຝ່າຍເພື່ອພ້ອມກັນແກ້ໄຂຂໍ້ຂັດແຍ່ງຕ່າງໆ, ການຮັກສາສັນຕິພາບ ແລະ ການຫຼຸດຜ່ອນຄວາມບໍ່ເທົ່າທຽມ ຢູ່ໃນສັງຄົມໂລກປະຈຸບັນ ຊຶ່ງເກີດມີທ່າອ່ຽງຕ້ານລະລົບຫຼາຍຝາຍ ແລະ ສົ່ງເສີມລັດທິປົກປ້ອງຕົນເອງດ້ານການຄ້າ, ພ້ອມທັງໄດ້ຢຳ້ຄືນຄວາມສຳຄັນຂອງການນຳໃຊ້ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ ເຂົ້າໃນການຈັດຕັ້ງ ປະຕິບັດວາລະການພັດທະນາແບບຍືນຍົງ ປີ 2030 ໃຫ້ປະກົດຜົນເປັນຈິງ.

ສ່ວນການປະກອບຄຳເຫັນຂອງບັນດາສະມາຊິກສ່ວນໃຫຍ່ ກໍລ້ວນແລ້ວແຕ່ໄດ້ຊີ້ໃຫ້ເຫັນບັນດາຜົນສຳເລັດ ຄວາມຄືບໜ້າ ແລະ ສິ່ງທ່າທາຍຕ່າງໆໃນການຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງ ປີ 2030, ພ້ອມທັງ ຢຳ້ຄືນທັດສະນະສະໜັບສະໜູນການແກ້ໄຂທຸກໆຂໍ້ຂັດແຍ່ງຢ່າງສັນຕິວິທີ ໂດຍຜ່ານການເຈລະຈາ ແລະ ຢຶດໝັ້ນສົ່ງເສີມ ຫຼັກການຮ່ວມມືແບບຫຼາຍຝ່າຍ ເພື່ອເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ ຢູ່ພາກພື້ນ ແລະ ໃນໂລກ ອັນເປັນປະຖົມປັດໃຈຈຳເປັນພື້ນຖານສຳລັບການພັດທະນາເສດຖະກິດສັງຄົມຂອງ ທຸກໆປະເທດ. ນອກນັ້ນ,​ ຍັງໄດ້ຍົກໃຫ້ເຫັນບັນດາ ບັນຫາທີ່ຕິດພັນກັບຄວາມບໍ່ສະເໜີພາບໃນຍຸກສະໃໝຂອງວະລະ ການພັດທະນາແບບຍືນຍົງ ທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍ.

ຕອນທ້າຍກອງປະຊຸມ ໄດ້ຮັບຮອງເອົາຮ່າງຍັດຕິ ແລະ ມະຕິຂອງກອງປະຊຸມຈໍານວນ 14 ສະບັບ ຢ່າງເປັນ ເອກະສັນ ແລະ ໄດ້ເລືອກເອົາຄໍາຂວັນ “ເສີມສ້າງຄວາມເຂັ້ມແຂງໃຫ້ປະຊາຊົນ ແລະ ຮັບປະກັນການມີສ່ວນຮ່ວມ ແລະ ຄວາມສະເໜີບພາບໃນສັງຄົມ” (Empowering People and Ensuring Inclusiveness and Equality) ເປັນຫົວຂໍ້ ສໍາລັບການດໍາເນີນກອງປະຊຸມປະຈໍາປີ UNESCAP ຄັ້ງທີ 75 ຊຶ່ງຈະຈັດຂຶ້ນໃນໄລຍະດຽວກັນໃນປີ 2019. ກອງປະຊຸມສະໄໝສາມັນປະຈໍາປີຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາ ພາກພື້ນອາຊີ-ປາຊີຟິກ (UNESCAP) ໃນຄັ້ງນີ້ໄດ້ດໍາເນີນໄປດ້ວຍ ບັນຍາກາດອັນສ້າງສັນ ແລະ ປະສົບຜົນສໍາເລັດຢ່າງຈົບງາມ.


ທີ່ມາ : ກະຊວງການຕ່າງປະເທດ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
___________

Powered by Blogger.