Header Ads

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ພຶດສະພາ 2018






ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ພຶດສະພາ 2018 ໄດ້ດໍາເນີນມາເປັນເວລາ 1 ວັນ ຄື: ວັນທີ 23 ພຶດສະພາ 2018 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ; ສະມາຊິກລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.




I. ກອງປະຊຸມໃນຄັ້ງນີ້ ໄດ້ພ້ອມກັນປຶກສາຫາລື ແລະ ພິຈາລະນາຮັບຮອງເອົາ ບັນດາເອກະສານສໍາຄັນຈໍານວນ 04 ລາຍການ ດັ່ງນີ້:
1. ບົດລາຍງານສະພາບພົ້ນເດັ່ນ ຢູ່ພາຍໃນ ແລະ ຕ່າງປະເທດ;
2. ມາດຕະການກະຕຸ້ນ ການຂະຫຍາຍຕົວຂອງເສດຖະກິດມະຫາພາກ;
3. ຮ່າງກົດໝາຍ ວ່າດ້ວຍປະກັນສຸຂະພາບ;
4. ຮ່າງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ).

ຜ່ານການພິຈາລະນາຢ່າງເລິກເຊິ່ງ ກອງປະຊຸມໄດ້ຮັບຮອງເອົາ 02 ລາຍການ ພ້ອມທັງ ຊີ້ນໍາໃຫ້ບັນດາກະຊວງ ແລະ ອົງການລັດທຽບເທົ່າ ນໍາໄປປັບປຸງຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ.

ສໍາລັບຮ່າງກົດໝາຍວ່າດ້ວຍປະກັນສຸຂະພາບ ແລະ ຮ່າງກົດໝາຍ ວ່າດ້ວຍທີ່ດິນສະບັບປັບປຸງ ນັ້ນ, ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຄືນ ຕາມການປະກອບຄໍາຄິດຄໍາເຫັນ ຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ຊັດເຈນ ແລະ ຈະແຈ້ງ ແລ້ວນໍາມາຜ່ານກອງປະຊຸມລັດຖະບານ ໃນຄັ້ງຕໍ່ໄປ.




ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ສະຫຼຸບສັງລວມການເຄື່ອນໄຫວວຽກງານຈຸດສຸມທີ່ພົ້ນເດັ່ນ ຂອງລັດຖະບານ ໃນເດືອນ ພຶດສະພາ ທີ່ຜ່ານມາ ແລະ ຊີ້ນຳວຽກງານຈຸດສຸມໃນເດືອນ ມິຖຸນາ 2018 ດັ່ງນີ້:

II. ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານ ໃນເດືອນ ພຶດສະພາ 2018 ທີ່ຜ່ານມາ ລັດຖະບານ ໄດ້ບັດຕິບັດວຽກງານຈຸດສຸມສໍາຄັນຫຼາຍດ້ານ ເປັນຕົ້ນ:

1. ໄດ້ສຶບຕໍ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຂອງສັງຄົມ ໂດຍສະເພາະ ບັນຫາອຸປະຕິເຫດຕາມທ້ອງຖະໜົນ, ຢາເສບຕິດ ແລະ ອັກຄີໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ພ້ອມກັນນີ້, ກໍ່ໄດ້ຕິດຕາມ ແລະ ຊີ້ນຳຢ່າງໃກ້ສິດ ໃນວຽກງານຮັກສາຄວາມສະຫງົບ ຢູ່ຕາມຊາຍແດນ ແລະ ຈຸດຫຼໍ່ແຫຼມຕ່າງໆ.

2. ໄດ້ດໍາເນີນກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອພິຈາລະນາຫຼາຍບັນຫາທີ່ສໍາຄັນ ເປັນຕົ້ນແມ່ນ: ແຜນເກັບລາຍຮັບງົບປະມານ ແລະ ມາດຕະການເກັບລາຍຮັບ ຄຸ້ມຄອງລາຍຈ່າຍງວດ 2 ແລະ ງວດ 3 ປີ 2018, ສະພາບການເບີກຈ່າຍເງິນເດືອນ ແລະ ເງິນອຸດໜູນພະນັກງານຂັ້ນບ້ານ; ມາດຕະການຄຸ້ມຄອງອັດຕາເງິນເຟີ້ ແລະ ສະພາບການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟ ທີ່ອາດມີຜົນກະທົບຕໍ່ອັດຕາເງິນເຟີ້; ການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານ ໃນການລົງທຶນ ແລະ ດໍາເນີນທຸລະກິດ ຢູ່ ສປປ ລາວ; ການຊຸກຍູ້ການຈັດຕັ້ງປະຕິບັດໂຄງ ການຊ່ວຍເຫຼືອຈາກລັດຖະບານ ສສ ຫວຽດນາມ ແລະ ລັດຖະບານ ສປ ຈີນ; ຄວາມຄືບໜ້າໃນການໂອນໂຄງການລົງທຶນບໍ່ແຮ່ ຈາກກອງທຶນພັກມາຂຶ້ນກັບການຄຸ້ມຄອງຂອງລັດຖະບານ; ການປັບປຸງລັດວິສາຫະກິດໄຟຟ້າລາວ ແລະ ການບິນລາວ ແລະ ພິຈາລະນາ ໂຄງການລົງທຶນຈໍານວນໜື່ງ.

3. ໄດ້ພິຈາລະນາ ແລະ ອອກນິຕິກໍາລຸ່ມກົດໝາຍຈໍານວນໜື່ງ ເປັນຕົ້ນແມ່ນ ດໍາລັດ ວ່າດ້ວຍການປະສານງານ ລະຫວ່າງ ກະຊວງອົງການທຽບເທົ່າກະຊວງ, ແຂວງ, ນະຄອນຫຼວງ ກັບສໍານັກງານນາຍົກລັດຖະມົນຕີ ແລະ ແກ້ໄຂຄໍາສະເໜີຂອງບັນດາຂະແໜງການ, ທ້ອງຖິ່ນ, ນິຕິບຸກຄົນ ແລະ ບຸກຄົນ ເຊິ່ງໄດ້ອອກເປັນແຈ້ງການທັງໝົດ 147 ສະບັບ.

4. ໄດ້ລົງຊຸກຍູ້ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ການເກັບລາຍຮັບ ຢູ່ທ້ອງຖິນຕ່າງໆ. ນາຍົກລັດຖະມົນຕີແມ່ນໄດ້ໄປເຄື່ອນໄຫວ ຢູ່ແຂວງບໍລິຄໍາໄຊ, ສ່ວນບັນດາສະຫາຍຮອງນາຍົກລັດຖະມົນຕີ ກໍ່ໄດ້ໄປເຄື່ອນໄຫວຢູ່ແຂວງ ບໍ່ແກ້ວ, ຫົວພັນ, ໄຊສົມບູນ ແລະ ວຽງຈັນ. ນອກຈາກນີ້, ບັນດາສະມາຊິກລັດຖະບານ ກໍ່ໄດ້ໄປເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຢູ່ຫຼາຍແຂວງໃນທົ່ວປະເທດ.

5. ຂະແໜງການກ່ຽວຂ້ອງຂອງລັດຖະບານ ກໍ່ໄດ້ກະກຽມ ແລະ ເຂົ້າຮ່ວມເຄື່ອນໄຫວວຽກຕ່າງປະເທດ ຂອງການນຳຂັ້ນສູງ, ໃນນັ້ນ, ພົ້ນເດັ່ນກໍ່ແມ່ນ ການເຄືອນໄຫວຢ້ຽມຢາມ ຢ່າງເປັນທາງການຂອງທ່ານປະທານປະເທດ ແລະ ການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32 ຂອງນາຍົກລັດຖະມົນຕີ ທີ່ປະເທດສິງກະໂປ. ນອກນັ້ນຫົວໜ້າໜ້າລັດຖະບານ ແລະ ສະມາຊິກລັດຖະບານ ກໍ່ໄດ້ຕ້ອນຮັບ ແລະ ພົບປະກັບແຂກຕ່າງປະເທດທີ່ມາເຄື່ອນໄຫວຢ້ຽມຢາມປະເທດເຮົາ ຫຼາຍຄະນະ.

III. ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ທຸກກະຊວງ, ອົງການ ແລະ ທ້ອງຖິ່ນ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມ ປະຈຳເດືອນ ມິຖຸນາ 2018 ດັ່ງນີ້ :

1. ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ ຕໍ່ວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ໂດຍເອົາໃຈໃສ່ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນບັນດາໜໍ່ແໜງຂອງອາຊະຍາກຳ, ການຄ້າມະນຸດການຂີ້ລັກງັດແງະ, ການເສບ ແລະ ຄ້າຂາຍຢາເສບຕິດ, ການມົ້ວສຸມຂີ່ລົດກວນເມືອງ, ອຸບັດຕິເຫດຕາມທ້ອງຖະໜົນ, ອັກຄີໄພ, ການຄຸ້ມຄອງອາວຸດເສິກ, ການໃຊ້ສື່ອອນລາຍເພື່ອທັບຖົມໂຈມຕີພັກ ແລະ ລັດ, ການເຄື່ອນໄຫວທຸລະກິດ ແລະ ການບໍລິການ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ ແລະ ອື່ນໆ. ເພື່ອເຮັດວຽກງານນີ້ໄດ້ດີ, ຕ້ອງໄດ້ລະດົມກຳລັງແຮງທົ່ວສັງຄົມ, ປະຊາຊົນ, ອົງການຈັດຕັ້ງຢູ່ຮາກຖານ ໂດຍສະເພາະແມ່ນ ຕ້ອງລະດົມຂະບວນການຂອງຊາວໜຸ່ມ ໃຫ້ເຂົ້າຮ່ວມຢ່າງແຂງແຮງ ໃນວຽກງານສະກັດກັ້ນການເຄື່ອນໄຫວ ທີ່ເປັນໜໍ່ແໜງຂອງຄວາມບໍ່ສະຫງົບຕ່າງໆ ທັງເປັນກຳລັງແຮງໃນການຊຸກຍູ້ການຜະລິດ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ.

2. ສືບຕໍ່ຕິດຕາມຢ່າງໃກ້ຊິດ ສະພາບການພາກພື້ນ ແລະ ສາກົນ ທີ່ມີການຫັນປ່ຽນຢ່າງສະລັບຊັບຊ້ອນ ແລະ ວ່ອງໄວ ໂດຍວິເຄາະວິໃຈຢ່າງເລີກເຊິ່ງ ຕໍ່ສະພາບການຜັນແປ ແລະ ທ່າອ່ຽງຜົນກະທົບຕໍ່ປະເທດເຮົາ. ພ້ອມກັນນີ້, ກໍ່ກະກຽມໃຫ້ແກ່ການເຄື່ອນໄຫວວຽກງານຕ່າງປະເທດ ຂອງການນໍາພັກ-ລັດ ໃຫ້ມີຄວາມຮອບຄອບ ແລະ ຮັດກຸມ ທັງທາງດ້ານເນື້ອໃນ ແລະ ແຜນເຄື່ອນໄຫວຕ່າງໆ. ສໍາລັບໃນເດືອນພຶດສະພາ ຕໍ່ໃສ່ ເດືອນມິຖຸນານີ້, ແມ່ນໃຫ້ເອົາໃຈໃສ່ກະກຽມໃຫ້ປະທານປະເທດ ແລະ ຄະນະໄປເຄື່ອນໄຫວຢ້ຽມຢາມທາງລັດຖະກິດຢູ່ ສປ ຈີນ, ກະກຽມໃຫ້ນາຍົກລັດຖະມົນຕີ ແລະ ຄະນະໄປຮ່ວມກອງປະຊຸມ ກ່ຽວກັບອະນາຄົດຂອງອາຊີ ຄັ້ງທີ 24 ທີ່ປະເທດຍີ່ປຸ່ນ, ກອງປະຊຸມສຸດຍອດ ACMECS ຄັ້ງທີ 8 ແລະ ກອງປະຊຸມສຸດຍອດ CLMV ທີ່ບາງກອກ, ປະເທດໄທ.

3. ໃຫ້ບັນດາຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ ເຊື່ອມຊືມ,ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ເທື່ອທີ 6 ສະໄໝທີ X ທີ່ໄດ້ຮັບຮອງໃນກອງປະຊຸມໃນເດືອນພຶດສະພານີ້

4. ສຶບຕໍ່ຊຸກຍູ້ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ໄປຕາມແຜນການທີ່ວາງໄວ້ຢ່າງຈິງຈັງ ໂດຍສະເພາະບັນດາຂະແໜງການ ແລະ ທ້ອງຖິ່ນ ທີ່ມີທ່າແຮງໃນການເກັບລາຍຮັບ ໃຫ້ສຸມໃສ່ແທ້ໆ ເພື່ອເຮັດແນວໃດໃຫ້ພວກເຮົາ ສາມາດບັນລຸເປົ້າໝາຍທີ່ລັດຖະບານພວກເຮົາໄດ້ວາງໄວ້ ກໍ່ຄື ສະພາແຫ່ງຊາດໄດ້ຮັບຮອງ.

5. ໃຫ້ບັນດາຂະແໜງການ ແລະ ພາກສ່ວນກ່ຽວຂ້ອງເອົາໃຈໃສ່ ກະກຽມລາຍງານ, ເຂົ້າຮ່ວມຕິດຕາມ ແລະ ຊີ້ແຈງ-ອະທິບາຍ ຫຼື ຕອບຄຳຊັກຖາມ ຂອງກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ 5, ເຊິ່ງຈະຈັດຂຶ້ນ ໃນເດືອນມິຖຸນາ ທີ່ຈະມາເຖິງນີ້,

(1) ໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະສານສົມທົບກັບ ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ກະກຽມບົດສະຫຼຸບລາຍງານໂດຍສັງເຂບ ກ່ຽວກັບສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳ 6 ເດືອນຕົ້ນປີ 2018 ແລະ ທິດທາງວຽງານຈຸດສຸມປະຈຳ 6 ເດືອນທ້າຍປີ 2018, ມາດຕະການກະຕຸ້ນການຂະຫຍາຍຕົວ ຂອງເສດຖະກິດມະຫາພາກ, ການສົ່ງເສີມທຸລະກິດຂະໜາດນ້ອຍ, ຂະໜາດກາງ, ການສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ, ການແກ້ໄຂບັນຫາໜີ້ສິນ, ການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII, ກອງປະຊຸມຮ່ວມ ລະຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບລັດຖະບານ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ.

(2) ໃຫ້ກະຊວງຍຸຕິທຳ ກະກຽມລາຍງານການປະຕິບັດມະຕິ ຂອງກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການອອກນິຕິກຳລຸ່ມກົດໝາຍ;

(3) ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ກະກຽມລາຍງານກ່ຽວກັບໂຄງປະກອບລາຄາ ແລະ ສາເຫດການເພີ່ມຂຶ້ນຂອງລາຄານຳ້ມັນ ທີ່ພວມສົ່ງຜົນກະທົບຕໍ່ການຜະລິດ, ຊີວິດການເປັນຢູ່ຂອງປະຊາຊົນ, ພ້ອມທັງມາດຕະການ ແລະ ວິທີການແກ້ໄຂ;

(4) ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກະກຽມລາຍງານ ກ່ຽວກັບແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ.

(5) ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ເປັນໃຈກາງປະສານສົມທົບກັບກະຊວງພາຍໃນ ແລະ ພາກສ່ວນທີ່ກ່ຽວຂ້ອງ ກະກຽມລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມ ທຸກຍາກ ຕິດພັນກັບວຽກງານ 3 ສ້າງ;

(6) ໃຫ້ກະຊວງປ້ອງກັນຄວາມສະຫງົບ ກະກຽມລາຍງານມາດຕະການ ແລະ ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນບັນຫາຢາເສບຕິດ, ບັນຫາອຸບັດຕິເຫດຕາມທ້ອງຖະໜົນ ແລະ ບັນຫາອື່ນໆ..

(7) ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ເປັນໃຈກາງປະສານສົມທົບກັບກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ພາກສ່ວນທີ່ກ່ຽວຂ້ອງ ກະກຽມລາຍງານ ການຈັດຕັ້ງປະຕິບັດມະຕິ ຂອງກອງປະຊຸມສະພາແຫ່ງຊາດ ວ່າດ້ວຍຜົນກະທົບຈາກການນຳໃຊ້ເຄມີອັນຕະລາຍ ເກີນຄ່າມາດຕະຖານຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດ;

ນອກຈາກນີ້, ບັນດາຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ກໍ່ຈະໄດ້ລາຍງານ ແລະ ປ້ອງກັນກົດໝາຍ ທັງໝົດ 11 ສະບັບ ໃນກອງປະຊຸມສະພາຄັ້ງນີ້. ດັ່ງນັ້ນ, ຈຶ່ງມອບໃຫ້ບັນດາຂະແໜງການທີ່ຮັບຜິດຊອບ ກະກຽມໃຫ້ດີ ແລະ ຮີບຮ້ອນສົ່ງບົດລາຍງານຂອງຕົນ ທີ່ຈະນຳເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໃຫ້ຄະນະປະຈຳສະພາແຫ່ງຊາດ ຕາມກຳນົດເວລາ.

6. ໃຫ້ຂະແໜງການ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ເອົາໃຈໃສ່ກະກຽມຮອບດ້ານ ໃຫ້ແກ່ການຜະລິດລະດູຝົນທີ່ກຳລັງເລິ່ມຕົ້ນ ເພື່ອໃຫ້ທັນກັບລະດູການ ໂດຍປະສານສົມທົບ, ໃຫ້ຄຳແນະນຳ, ຊຸກຍູ້ຊ່ວຍເຫຼືອປະຊາຊົນ ແລະ ຜູ້ປະກອບການ ໃນການກະກຽມລະດູການຜະລິດ, ເຝົ້າລະວັງພະຍາດລະບາດສັດ-ລະບາດພືດຕ່າງໆ ທີ່ອາດເກີດຂຶ້ນໃນລະດູຝົນນີ້, ນັບທັງການແຜ່ລະບາດຂອງຕັກກະແຕນຢູ່ບັນດາແຂວງພາກເໜືອ ແລະ ໃຫ້ຂໍ້ມູນຂ່າວສານ ພ້ອມທັງ ຄຳແນະນຳ ແລະ ການເຊື່ອມຕໍ່ການຜະລິດກັບຕະຫຼາດພາຍໃນ ແລະ ຕ່າງປະເທດ.

7. ໃຫ້ຂະແໜງການທີ່ກ່ຽວຂ້ອງ ເປັນເຈົ້າການໃນການສ້າງຂະບວນການ ໃຫ້ມີບັນຍາກາດຟົດຟື້ນໃຫ້ທຸກພາກສ່ວນ ແລະ ທົ່ວປວງຊົນລາວ ມີສ່ວນຮ່ວມໃນກິດຈະກໍາຕ່າງໆ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ເພື່ອເປັນການສ້າງຈິດສໍານຶກທີ່ດີໃຫ້ແກ່ເດັກນ້ອຍ ໃຫ້ຮູ້ຄຸ່ນຄ່າ, ຮັກຫອມ ແລະ ປົກປັກຮັກສາທໍາມະຊາດ ແລະ ປ່າໄມ້ຂອງປະເທດເຮົາ. ນອກນີ້ ກໍໃຫ້ເອົາໃຈໃສ່ສ້າງເງື່ອນໄຂ, ສະພາບແວດລ້ອມ ແລະ ກິດຈະກຳດີໆ ໃນໄລຍະພັກຮຽນ ເພື່ອພັດທະນານັກຮຽນໃຫ້ເປັນຄົນດີ ແລະ ເຕີບໃຫຍ່ເປັນພົນລະເມືອງດີ ຂອງປະເທດຊາດ, ຮ່າງໄກຈາກຢາເສບຕິດ ແລະ ການເຄື່ອນໄຫວ​ທີ່ເປັນຜິດໄພຕໍ່ສັງຄົມ.


ພາບ ແລະ ຂ່າວ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______
Powered by Blogger.