ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ ຢູ່ ສປປ ລາວ
ໃນວັນທີ 24 ພຶດສະພາ 2018, ຄະນະຊີ້ນໍາລະດັບຊາດເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຢູ່ ສປປ ລາວ ຮອດປີ 2030 ໄດ້ຈັດກອງປະຊຸມ ຄັ້ງທີ II ຂອງຕົນຂຶ້ນ ທີ່ ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ. ໂດຍການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານຜູ້ປະຈໍາການຄະນະຊີ້ນໍາລະດັບຊາດເພື່ອຈັດຕັ້ງປະຕິບັດ ປພຍ, ມີບັນດາລັດຖະມົນຕີ -ຮອງລັດຖະມົນຕີ ແລະ ພະນັກງານຂັ້ນສູງ ຈາກບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງສູນກາງ ເຂົ້າຮ່ວມຫຼາຍກວ່າ 70 ທ່ານ.
ຄະນະຊີ້ນໍາລະດັບຊາດ ໄດ້ຮັບຟັງການລາຍງານສະພາບຄວາມຄືບໜ້າຄວາມຄືບໜ້າ ຂອງການກະກຽມບົດລາຍງານແຫ່ງຊາດ ສະບັບທຳອິດ ກ່ຽວກັບການຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງການລາຍງານຜົນຂອງການຈັດຕັ້ງປະຕິບັດ ແຜນວຽກປະຈໍາປີ 2017-2018 ແລະ ທິດທາງວຽກງານໃນຕໍ່ໜ້າ ສະເໜີໂດຍກອງເລຂາຊີ້ນຳລະດັບຊາດ. ລັດຖະບານ ສປປ ລາວ ໄດ້ໃຫ້ຄວາມສໍາຄັນແກ່ການຈັດຕັ້ງ ປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ຂອງສາກົນ ໂດຍເຊື່ອມສານບັນດາ ປພຍ ເຂົ້າໃນແຜນພັດທະນາເສດຖະກິດ -ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (2016-2020) ໃນນັ້ນ ປະມານ 60% ຂອງຕົວຊີ້ ປພຍແມ່ນເຊື່ອມສານເຂົ້າກັບຕົວຊີ້ວັດ ໃນແຜນພັດທະນາແຫ່ງຊາດ ແລະຈະສືບຕໍ່ຜັນຂະຫຍາຍເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນໄລຍະຕໍ່ໄປ. ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວາລະການພັດທະນາ 2030 ໃຫ້ສໍາເລັດຜົນ, ສປປ ລາວ ໄດ້ສ້າງຕັ້ງຄະນະຊີ້ນຳລະດັບຊາດຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານ ນາຍົກລັດຖະມົນຕີ ໂດຍມີລັດຖະມົນຕີກະຊວງການຕ່າງປະເທດ ແລະ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເປັນຮອງປະທານ. ຄະນະຍັງປະກອບດ້ວຍບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຂອງບັນດາກະຊວງທີ່ກ່ຽວຂ້ອງ ແລະ ການນຳຂອງອົງການຈັດຕັ້ງມະຫາຊົນ.
ໃນບົດລາຍງານແຫ່ງຊາດ ໄດ້ຊີ້ໃຫ້ເຫັນວ່າ ສປປ ລາວ ປະສົບຜົນຄືບໜ້າໃນຫລາຍດ້ານ ເປັນຕົ້ນແມ່ນເສດຖະກິດມີການຂະຫຍາຍຢ່າງຕົວເນື່ອງ, ການລືບລ້າງຄວາມທຸກຍາກ ແມ່ນມີຄວາມຄືບໜ້າຢ່າງພົ້ນເດັ່ນ, ບັນດາຄົວເຮືອນສາມາດເຂົ້າເຖິງການຊົມໃຊ້ໄຟຟ້າ ໃນອັດຕາທີ່ເພີ່ມຂຶ້ນ, ອັດຕາສ່ວນການເຂົ້າເຖິງການສຶກສາ ໃນຊັ້ນປະຖົມກໍເພີ່ມຂຶ້ນ, ການພັດທະນາສີມືແຮງງານ ທີ່ມີຄຸນນະພາບ ແລະ ສາມາດຕອນສະໜອງ ຕາມຄວາມຕ້ອງການຂອງແຮງງານ ໂດຍພື້ນຖານ, ການບໍລິການດ້ານສາທາລະນະສຸກ ກໍໄດ້ຮັບການປັບປຸງໃຫ້ດີຂຶ້ນກວ່າເກົ່າ, ອັດຕາສ່ວນຂອງແມ່ຍິງທີ່ດໍາລົງຕໍາແໜ່ງ ໃນຂັ້ນການນໍາ ທັງພາກລັດ ແລະ ເອກະຊົນ ກໍໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ໃນປີ 2018 ສປປ ລາວ ຍັງສາມາດບັນລຸ 2 ໃນ 3 ເງື່ອນໄຂ ຂອງການຫລຸດພົ້ນ ອອກຈາກສະຖານະພາບ ປະເທດດ້ອຍພັດທະນາເປັນຄັ້ງທໍາອິດ ຈາກການປະເມີນຂອງຄະນະກໍາມະການນະໂຍບາຍ ເພື່ອການພັດທະນາຂອງອົງການ ສປຊ ເດືອນມີນາ ທີ່ຜ່ານມາ. ຄຽງຄູ່ກັນນັ້ນ ສປປ ລາວ ກໍຍັງສືບຕໍ່ພົບພໍ້ກັບສິ່ງທ້າທ້າຍຕ່າງໆ ເຊັ່ນ: ການຂາດເຂີນງົບປະມານ ແລະ ຊັບພະຍາກອນມະນຸດ; ຄວາມແຕກໂຕນກັນທາງດ້ານລາຍຮັບ ລະຫວ່າງ ປະຊາຊົນຢູ້ຊົນນະບົດ ແລະ ຕົວເມືອງຍັງມີຢູ່; ອັດຕາການເສຍຊີວິດຂອງເດັກ ແລະ ອັດຕາການປະລະ ໂຮງຮຽນຍັງສູງ; ການເຂົ້າເຖິງແຫລ່ງທຶນສໍາລັບ ທຸລະກິດຂະໜາດນ້ອຍ ແລະ ກາງ ກໍຍັງມີຄວາມຫຍຸ້ງຍາກ. ການຈະເລີນເຕີບໂຕທາງດ້ານ ເສດຖະກິດ ຍັງອິງໃສ່ຊັບພະຍາກອນທໍາມະຊາດ ເປັນສ່ວນໃຫຍ່. ພ້ອມກັນນັ້ນ, ບັນຫາລະເບີດບໍ່ທັນແຕກຕົກຄ້າງ ກໍສືບຕໍ່ເປັນອຸປະສັກກີດຂວາງ ການພັດທະນາປະເທດ. ດັ່ງນັ້ນ, ຈຶ່ງໄດ້ມີການຮັບຮອງເອົາ ເປົ້າໝາຍແຫ່ງຊາດ ທີ 18 “ຊີວິດທີ່ປອດໄພ ຈາກລະເບີດບໍ່ທັນແຕກ” ເປັນເປົ້າໝາຍສະເພາະ ຂອງ ສປປ ລາວ.
ໃນໂອກາດດັ່ງກ່າວ, ປະທານກອງປະຊຸມ ໄດ້ແຈ້ງໃຫ້ຄະນະຊີ້ນໍາລະດັບຊາດ ຊາບວ່າ: ການສ້າງບົດລາຍງານ ແມ່ນການປະຕິບັດພັນທະສາກົນ ໃນຖານະສະມາຊິກອົງການ ສປຊ ເພື່ອລານງານຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດ ປພຍ ໃນລະດັບປະເທດ ໃຫ້ສາກົນຮັບຮູ້ ແລະ ເຂົ້າໃຈ ຕໍ່ສະພາບດ້ານການພັດທະນາ ແລະ ແນວທາງນະໂຍບາຍຂອງລັດຖະບານ ພາຍໃຕ້ຄໍາຂວັນ “ບໍ່ປະຖີ້ມໃຜໄວ້ຢູ່ທາງຫລັງ” ການຈັດຕັ້ງປະຕິບັດວາລະການພັດທະນາຂອງສາກົນ ແມ່ນພາລະບົດບາດຂອງທຸກພາກສ່ວນໃນສັງຄົມ. ສະນັ້ນ, ໃນຂະບວນການກະກຽມບົດລາຍງານແຫ່ງຊາດດັ່ງກ່າວ, ແມ່ນໄດ້ຜ່ານການຈັດຕັ້ງກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມຂຶ້ນຫລາຍຄັ້ງ ໃນທ້າຍປີ 2017 ແລະ ຕົ້ນປີ 2018, ໂດຍການເຂົ້າຮ່ວມຂອງພາກລັດຖະບານ, ສະພາແຫ່ງຊາດ, ພາກເອກະຊົນ, ສະຖາບັນການສຶກສາ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ, ອົງການເຄືອຂ່າຍສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາ.ກອງປະຊຸມ ຄະນະຊີ້ນໍາລະດັບຊາດຄັ້ງທີ II ໄດ້ເຫັນດີເປັນເອກະພາບ ຮັບຮອງເອົາໃນດ້ານຫລັກການ ຕໍ່ຮ່າງບົດລາຍງານດັ່ງກ່າວ ກ່ອນທີ່ຈະນໍາສົ່ງໃຫ້ອົງການ ສປຊ ໃນກາງເດືອນມິຖຸນາ 2018. ຫລັງຈາກນັ້ນສປຊ ຍັງຈະເປັນໜຶ່ງ ໃນຈໍານວນ 48 ປະເທດຂຶ້ນສະເໜີບົດລາຍງານແຫ່ງຊາດ ຢູ່ໃນກອງປະຊຸມເວທີການເມືອງລະດັບສູງ ສປຊ ເຊິ່ງຈະຈັດຂຶ້ນ ໃນກາງເດືອນກໍລະກົດ 2018 ທີ່ສໍານັກງານໃຫຍ່ ສປຊ ນິວຢອກ ສ.ອາເມລິກາ.
ຂໍ້ມູນ: ກະຊວງການຕ່າງປະເທດ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment