Header Ads

ຄ່າທຳນຽມທາງ ປະຕິບັດໄດ້ແລ້ວ 30 ຕື້ກີບ ໝົດປີ 2018 ຕັ້ງເປົ້າລາຍຮັບທົ່ວປະເທດ 60 ຕື້ກີບ







ອີງຕາມການລາຍງານຂອງ ໜັງສືພິມວຽງຈັນໃໝ່ ວ່າ : ການຈັດຕັ້ງປະຕິບັດເກັບຄ່າທຳນຽມທາງປະຈຳປີ 2018 ມາຮອດປັດຈຸບັນ ສາມາດປະຕິບັດໄດ້ແລ້ວ 30 ຕື້ກວ່າກີບ ສ່ວນຕົວເລກສະຫຼຸບທາງການຄ່າທຳນຽມທາງປີ 2017 ເກັບໄດ້ 55 ຕື້ກວ່າກີບ ເຫັນໄດ້ຈາກທ່າແຮງບົ່ມຊ້ອນ ແລະ ມີຕົວເລກພາຫະນະທີ່ຖືກຕ້ອງຕາມການສະໜອງຂອງກະຊວງ ຍທຂ ກົມສ່ວຍສາອາກອນກະຊວງການເງິນ ຕັ້ງເປົ້າລາຍຮັບຄ່າທຳນຽມທາງໝົດປີ 2018 ຢ່າງໜ້ອຍຕ້ອງບັນລຸ 60 ຕື້ກີບ.



ທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນກະຊວງການເງິນ ໃຫ້ຮູ້ວ່າ: ໂດຍລວມການຈັດຕັ້ງປະຕິບັດວຽກງານຂອງຂະແໜງສ່ວຍສາອາກອນໃນ 4 ເດືອນຜ່ານມາ (ນັບແຕ່ເດືອນມັງກອນ-ເດືອນເມສາ 2018) ເຫັນວ່າມີຜົນສຳເລັດຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນ ການຈັດຕັ້ງປະຕິບັດການເກັບລາຍຮັບສ່ວຍສາອາກອນ ຊຶ່ງມາຮອດປັດຈຸບັນ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ແລ້ວ 30,65% ຂອງແຜນການປີ ການປະຕິບັດຄ່າທຳນຽມທາງປະຈຳປີ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຂະບວນການຟົດຟື້ນ ແລະ ຫຼາຍທ້ອງຖິ່ນກໍ່ເປີດຂະບວນການໃນການເສຍຄ່າທາງຢ່າງຕັ້ງໜ້າ ເຊິ່ງມາຮອດປັດຈຸບັນ ແມ່ນສາມາດຈັດຕັ້ງປະຕິບັດໄດ້ແລ້ວ 85 ຕື້ກີບ ໃນນັ້ນ ສະເພາະປີ 2018 ປະຕິບັດໄດ້ແລ້ວ 30 ຕື້ກວ່າກີບ.



ການເກັບຄ່າທຳນຽມທາງ ເປັນລາຍຮັບທີ່ສຳຄັນໜຶ່ງຂອງງົບປະມານ ເພື່ອໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ແລະ ການພັດທະນາການເຊື່ອມໂຍງກັບສາກົນ ລັດຖະບານຈຶ່ງໄດ້ສະເໜີໃຫ້ມີການປັບປຸງອັດຕາຄ່າທຳນຽມການນຳໃຊ້ຫົນທາງ ສະນັ້ນ ເພື່ອເປັນການປະຕິບັດຕາມລັດຖະບັນຍັດຂອງປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ 001/ປປທ ລົງວັນທີ 20 ກັນຍາ 2017 ວ່າດ້ວຍຄ່າທຳນຽມທາງ ເຊິ່ງລັດຖະບານໄດ້ຊີ້ນຳໃຫ້ກະຊວງການເງິນ ປັບປຸງກົນໄກການເກັບລາຍຮັບໂດຍການຫັນເປັນທັນສະໄໝ ເພື່ອໃຫ້ມີຄວາມໂປ່ງໃສ ຮັບປະກັນບໍ່ໃຫ້ມີການຮົ່ວໄຫຼ ແລະ ທັງອຳນວຍຄວາມສະດວກໃຫ້ແກ່ຜູ້ເສຍຄ່າທຳນຽມທາງ ແລະ ເຫັນໄດ້ຈາກທ່າແຮງອັນບົ່ມຊ້ອນຂອງລາຍຮັບ ບວກກັບການນຳໃຊ້ລະບົບທັນສະໄໝຂອງການເກັບຄ່າທຳນຽມທາງ ແລະ ຖ້າອີງຕາມສະຖິຕິການມາຂຶ້ນທະບຽນຍານພະຫະນະທົ່ວປະເທດ ທີ່ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ມີພາຫະນະທັງໝົດ 1,8 ລ້ານຄັນ ຖ້າຫາກວ່າຈຳນວນພາຫະທີ່ມາຂຶ້ນທະບຽນມາເສຍຄ່າທຳນຽມທາງປີ ຄາດຄະເນໝົດປີ 2018 ຈະສ້າງລາຍຮັບໃຫ້ແກ່ຂະແໜງສ່ວຍສາອາກອນຢ່າງຕ່ຳ 60 ຕື້ກີບ.


ຈາກການປະຕິບັດວຽກງານດັ່ງກ່າວຂອງຂະແໜງສ່ວຍສາອາກອນ ໃນໄລຍະ 4 ເດືອນຜ່ານມາ ເຫັນວ່າເພີ່ມຂຶ້ນ ແລະ ມີລັກສະນະເພີ່ມຂຶ້ນ ທັງນີ້ກໍ່ຍ້ອນຄວາມເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດຕິດແທດຈາກຂັ້ນເທີງ ບວກກັບຄວາມພະຍາຍາມ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນຂອງຂະແໜງສ່ວຍສາອາກອນທຸກຂັ້ນ ເຮັດໃຫ້ມີຜົນສຳເລັດ ແລະ ເປັນຕົວເລກທີ່ມີລັກສະນະທ່າກ້າວ ໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດປີ 2018.

ທີ່ມາ: ໜັງສືພິມວຽງຈັນໃໝ່
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_____


Powered by Blogger.