Header Ads

ພິທີຊັກທຸງອາຊຽນຂຶ້ນເສົາ ເນື່ອງໃນໂອກາດວັນຄົບຮອບ 51 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ 21 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ



ໃນຕອນເຊົ້າຂອງວັນທີ 10 ສິງຫາ 2018 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເປັນປະທານໃນພິທີຊັກທຸງອາຊຽນຂຶ້ນເສົາ ເພື່ອສະເຫຼີມສະຫຼອງໂອກາດຄົບຮອບ 51 ປີ ແຫ່ງການສ້າງຕັ້ງອາຊຽນ (8 ສິງຫາ 1967 – 8 ສິງຫາ 2018) ແລະ ຄົບຮອບ 21 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23 ກໍລະກົດ 1997 – 23 ກໍລະກົດ 2018) ໂດຍການເຂົ້າຮ່ວມໃນພິທີຄັ້ງນີ້ມີ ບັນດາລັດຖະມົນຕີທັງສາມເສົາຄໍ້າປະຊາຄົມອາຊຽນ, ຮອງລັດຖະມົນຕີ, ເອກະອັກຄະລັດຖະທູດຂອງປະເທດສະມາຊິກອາຊຽນ ແລະ ປະເທດຄູ່ເຈລະຈາຂອງອາຊຽນ ປະຈຳ ສປປ ລາວ, ຕາງໜ້າຈາກອົງການຈັດ ຕັ້ງສາກົນ, ຄະນະກົມ ແລະ ພະນັກງານລັດຖະກອນຈຳນວນໜຶ່ງ.



ໃນພິທີເປີດ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຢໍ້າເຖິງຜົນສຳເລັດຂອງອາຊຽນໃນໄລຍະກວ່າເຄິ່ງສັດຕະວັດທີ່ຜ່ານມາ, ແລະ ເຖິງແມ່ນວ່າ ຈະມີຂໍ້ຈຳກັດ ແລະ ສິ່ງທ້າທາຍຕ່າງໆ, ແຕ່ພາກພື້ນ ແລະ ປະຊາຊົນຂອງພວກເຮົາ ກໍໄດ້ຢູ່ຮ່ວມກັນຢ່າງມີສັນຕິພາບ ແລະ ສະຖຽນລະພາບ ກໍຄື ໝາກຜົນຂອງການຮ່ວມມືທີ່ຮັດແໜ້ນລະຫວ່າງບັນດາປະເທດສະມາຊິກອາຊຽນ ແລະ ລະຫວ່າງອາຊຽນກັບປະເທດເພື່ອນມິດທົ່ວໂລກ ໂດຍສະເພາະແມ່ນປະເທດຄູ່ເຈລະຈາ.

“ອາຊຽນ ໃນປັດຈຸບັນ ເປັນໜຶ່ງໃນອົງການຈັດຕັ້ງພາກພື້ນທີ່ປະສົບຜົນສຳເລັດທີ່ສຸດໃນໂລກທີ່ມີການເປີດກວ້າງສູ່ພາຍນອກ ແລະ ມີບົດບາດສຳຄັນໃນໂຄງສ້າງພາກພື້ນທີ່ເປີດກວ້າງ ແລະ ກວມລວມ ໂດຍມີອາຊຽນເປັນໃຈກາງ. ສປປ ລາວ ມີຄວາມພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນຄອບຄົວອາຊຽນ ແລະ ຂອບໃຈຕໍ່ການຊ່ວຍເຫຼືອ, ສະໜັບສະໜູນ ແລະ ຮ່ວມມືຂອງບັນດາປະເທດສະມາຊິກອາຊຽນ ແລະ ທຸກຄູ່ຮ່ວມມືຂອງອາຊຽນ ທີ່ໄດ້ເຮັດໃຫ້ ສປປ ລາວ ສາມາດປະຕິບັດຄວາມໝາຍໝັ້ນຂອງຕົນໃນຖານະປະເທດສະມາຊິກ ຕະຫຼອດໄລຍະ 2 ທົດສະວັດຜ່ານມາ” ທ່ານ ໄດ້ກ່າວຕື່ມ.



ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຢ່າງລົ້ນເຫຼືອ, ການຊ່ວຍເຫຼືອຢ່າງທັນການ ແລະ ຄວາມພະຍາຍາມໃນການຊ່ວຍບັນເທົາທຸກ ໃຫ້ແກ່ ສປປ ລາວ ໂດຍບັນດາປະເທດສະມາຊິກອາຊຽນ ກໍຄື ສູນປະສານງານອາຊຽນ ເພື່ອການຊ່ວຍເຫຼືອທາງດ້ານມະນຸດສະທຳໃນການຄຸ້ມຄອງໄພພິບັດ (ສູນ AHA), ຄູ່ຮ່ວມເຈລະຈາອາຊຽນ, ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕ່າງໆ ຕໍ່ເຫດການໄພນໍ້າຖ້ວມທີ່ເກີດຈາກຄູກັນນໍ້າເຂື່ອນເຊປຽນ-ເຊນໍ້ານ້ອຍພັງຢູ່ ແຂວງອັດຕະປື.​ ສິ່ງດັ່ງກ່າວ ແມ່ນສະທ້ອນໃຫ້ເຫັນເຖິງຄວາມສາມັກຄີ, ຄວາມເອົາໃຈໃສ່ ແລະ ຄວາມໂອບເອື້ອອາລີກັນພາຍໃນຄອບຄົວອາຊຽນ ກໍຄື ອາຊຽນບວກກັບຄູ່ຮ່ວມຈາກພາຍນອກ.

ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ຫຼື ອາຊຽນ) ສ້າງຕັ້ງຂຶ້ນໃນວັນທີ 8 ສິງຫາ 1967 ຊຶ່ງປັດຈຸບັນປະກອບມີ ປະເທດສະມາຊິກທັງໝົດ 10 ປະເທດ ໄດ້ແກ່ ບູຮໄນ ດາຣູສະລາມ, ຣາຊະອານະຈັກ ກຳປູເຈຍ, ສາທາລະນະລັດ ອິນໂດເນເຊຍ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມາເລເຊຍ, ສາທາລະນະລັດ ມຽນມາ, ສາທາລະນະລັດ ຟີລິບປິນ, ສາທາລະນະລັດ ສິງກະໂປ, ຣາຊະອານະຈັກ ໄທ ແລະ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.


ທີ່ມາ: ກະຊວງການຕ່າງປະເທດ
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.