Header Ads

ຍອດບໍລິຈາກ ເງິນກີບ 17 ຕື້, ເງິນບາດ 27 ລ້ານ, ເງິນໂດລາ 12 ລ້ານ ສະເພາະຜ່ານກະຊວງແຮງງານ ແລະ ສະຫວັດດີການສັງຄົມ




ຍອດມູນຄ່າການຊ່ວຍເຫລືອຈາກສັງຄົມທັງພາຍໃນ ແລະ ຕ່າງປະເທດ ຜ່ານສູນຮັບບໍລິຈາກ ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພຽງສູນດຽວເທົ່ານັ້ນ (ບໍ່ລວມມູນຄ່າການຊ່ວຍເຫລືອຜ່ານລັດຖະບານ, ບັນດາກະຊວງ, ສຳນັກງານ, ແຂວງ ແລະ ສູນບໍລິຈາກອື່ນໆ) ມາຮອດວັນທີ 9 ສິງຫາ 2018 ເງິນກີບມີທັງໝົດ 17,1 ຕື້ກວ່າກີບ, ສະກຸນເງິນໄທ 27,1 ລ້ານກວ່າບາດ ແລະ ສະກຸນເງິນໂດລາ 12 ລ້ານກວ່າໂດລາສະຫະລັດ.



ການບໍລິຈາກເຫລົ້ານີ້ໄດ້ມາຈາກຫລາຍໆພາກສ່ວນເຊັ່ນ: ສຳນັກງານ, ອົງການ, ບັນດາບໍລິສັດ, ຫ້າງຮ້ານ ແລະ ພໍ່ແມ່ພີ່ນ້ອງປະຊາຊົນລາວ ລວມທັງພີ່ນ້ອງບ້ານໃກ້ເຮືອນຄຽງ ແລະ ປະເທດເພື່ອນມິດ ຊຶ່ງໄດ້ສະແດງເຖິງຄວາມມີນ້ຳໃຈ, ຄວາມເປັນຫ່ວງເປັນໃຍ ແລະ ຄວາມໂອບເອື້ອອາລີ ຂອງປະຊາຊົນລາວບັນດາເຜົ່າທີ່ຍາມໃດກໍບໍ່ປະບໍ່ຖີ້ມກັນໃນຍາມທີ່ລຳບາກ.


ສູນຮັບບໍລິຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຍັງຈະສືບຕໍ່ຮັບເອົາການຊ່ວຍເຫລືອຈາກທຸກພາກສ່ວນ ເພື່ອນຳເອົາໄປແບ່ງເບົາຄວາມທຸກ ແລະ ແກ້ໄຂຊີວິດການເປັນຢູ່ຂອງຜູ້ທີ່ໄດ້ຮັບຜົນກະທົບໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ແລະ ມີຊີວິດທີ່ດີຂຶ້ນ.  ບຸກຄົນ ແລະ ນິຕິບຸກຄົນໃດສົນໃຈຮ່ວມບໍລິຈາກສາມາດສອບຖາມຂໍ້ມູນ ຫລື ຕິດຕໍ່ ຜ່ານສາຍດ່ວນໂດຍບໍ່ໄດ້ເສຍຄ່າ ໂທ: 1511, 1522 

ຂ່າວ: ສິງຄຳ(ຂປລ)
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.