Header Ads

ຍອດຜູ້ເສຍຊີວິດຈາກເຫດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ມາຮອດປັດຈຸບັນຍັງຢູ່ທີ່ 35 ສົບ





ການຄົ້ນຫາຜູ້ສາບສູນຈາກເຫດການໄພນໍ້າຖ້ວມຢູ່ເມືອງສະໜາມໄຊ ແຂວງອັດຕະປື ສືບຕໍ່ເປັນເວລາ 17 ມື້ ມາຮອດວັນທີ 9 ສິງຫາ 2018 ຍັງບໍ່ທັນພົບສົບຜູ້ເສຍຊີວິດເພີ່ມຕົວເລກພົບສົບຍັງຢູ່ທີ່ 32 ສົບ ແລະ ຕົວເລກເສຍຊີວິດຢູ່ໂຮງໝໍ 3 ຄົນລວມການເສຍຊີວິດມາຮອດມື້ນີ້ແມ່ນ 35 ຄົນຂະນະດຽວກັນພາລະກິດການຊອກຄົ້ນຫາ ຍັງຈະດໍາເນີນຕໍ່ໄປ ໃຫ້ສຸດຄວາມສາມາດນໍາໃຊ້ທຸກກໍາລັງແຮງທີ່ມີທັງພາຍໃນ ແລະ ການສົມທົບຊ່ວຍເຫລືອຂອງບັນດາປະເທດເພື່ອນມິດ.





ໃນຂະນະດຽວກັນວຽກງານຊ່ວຍເຫລືອ-ເບິ່ງແຍງຜູ້ປະສົບໄພໃນສູນພັກຊົ່ວຄາວການກໍ່ສ້າງສູນພັກເຊົາຜູ້ປະສົບໄພການສ້ອມແປງເສັ້ນທາງ ແລະ ອື່ນ ກໍ່ໄດ້ສືບຕໍ່ດໍາເນີນດ້ວຍຄວາມຂຸ້ນຂ້ຽວ ແລະ ມີຄວາມຄືບໜ້າແຕ່ລະວັນ.



ສ່ວນວຽກງານ ທີ່ຈະສືບຕໍ່ປະຈິບັດຢ່າງເລັ່ງດ່ວນກໍ ຍັງຈະແມ່ນການຊອກຄົ້ນຜູ້ທີ່ຍັງສາບສູນພ້ອມທັງສໍາຫລວດຈໍານວນຄອບຄົວຈໍານວນພົນ ແລະ ອອກບັດໃຫ້ສໍາເລັດໂດຍໄວ;ຈັດສັນ ແລະ ປຸກສ້າງທີ່ຢູ່ຊົ່ວຄາວຕາມ 5 ຈຸດຕິດຕາມການສ້ອມແປງ-ກໍ່ສ້າງຂົວທາງບໍລິຫານວຽກງານທີ່ກ່ຽວຂ້ອງດ້ານຕ່າງໆກ່ຽວກັບການກູ້ໄພ ແລະ ຟື້ນຟູພ້ອມທັງສືບຕໍ່ເບີກຈ່າຍເງິນແຮຖົງແກ່ຄອບຄົວຜູ້ປະສົບໄພ ໃຫ້ສຳເລັດໂດຍໄວ.





© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.