Header Ads

ສູນກາງພັກ ມີມະຕິຕົກລົງ ແຕ່ງຕັ້ງສັບຊ້ອນ ພະນັກງານການນຳແຂວງຊຽງຂວາງ ຫຼາຍຕຳແໜ່ງ





ກອງປະຊຸມປະກາດການແຕ່ງຕັ້ງສັບຊ້ອນພະນັກງານ ການນຳແຂວງຊຽງຂວາງ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 10 ສິງຫາ 2018 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ໂດຍ ການເປັນປະທານຂອງທ່ານ ຈັນສີ ໂພສີຄຳ ຄະນະເລຂາທິການສູນກາງພັກ ກົມການ ເມືອງສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ,ມີການນຳຂັ້ນສູນກາງການນຳ ແຂວງ ແລະ ພະນັກງານຫຼັກແຫຼ່ງຂອງແຂວງຊຽງຂວາງເຂົ້າຮ່ວມ.



ກອງປະຊຸມໄດ້ປະກາດມະຕິຕົກລົງຂອງກົມການເມືອງສູນກາງພັກ ແຕ່ງຕັ້ງທ່ານ ບຸນຕົ້ນ ຈັນທະພອນ ຮັກສາການເລຂາຄະນະບໍລິຫານງານພັກແຂວງ ເປັນເລຂາຄະນະບໍລິຫານງານພັກ ແຂວງຊຽງຂວາງ.
ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ແຕ່ງຕັ້ງທ່ານ ໜໍບີຫາ ຕົ່ງປາວ ເປັນກຳມະການປະຈຳພັກແຂວງທ່ານ ຄຳແສງ ພົມມະວັນ ເປັນກຳ ມະການປະຈຳພັກແຂວງທ່ານ ບົວເງິນ ຫຸມໄຊຍະພົມ ເປັນກຳມະການປະຈຳພັກ ແຂວງທ່ານ ສູນທອນ ພັນມີໄຊ ເປັນກຳມະການຄະນະບໍລິຫານງານພັກແຂວງທ່ານ ພັນເອກ ຂັນທອງ ວົງອຳຄາ ເປັນກຳມະການຄະນະບໍລິຫານງານພັກແຂວງ.



ໂອກາດ ນີ້ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ກໍ່ໄດ້ໂອລົມເນັ້ນໜັກຕໍ່ແຂວງຊຽງຂວາງດັ່ງນີ້ພະນັກງານຫຼັກແຫຼ່ງຂອງແຂວງ ມີຄວາມເປັນເອກະພາບກັບການຕົກລົງຂອງກົມການ ເມືອງສູນກາງພັກ ກ່ຽວກັບການແຕ່ງຕັ້ງ ສັບຊ້ອນ ຈັດວາງພະນັກງານການນຳຂອງ ແຂວງໃນເທື່ອນີ້ເພີ່ມທະວີການສຶກສາອົບຮົມ ເຊື່ອມຊຶມ ຊີ້ແນະ ຮັບຮູ້ເຂົ້າໃຈຕໍ່ສະ ພາບທີ່ເກີດຂື້ນຕ້ອງຍົກສູງຄວາມຮັບຜິດຊອບການເມືອງທີ່ໄດ້ຮັບມອບໝາຍຕັ້ງໜ້າ ປັບປຸງແບບແຜນວິທີເຮັດວຽກ ແລະ ວິທີນຳພາໃຫ້ຖືກຕ້ອງຕາມຫຼັກການລວມສູນປະຊາ ທິປະໄຕນຳພາເປັນໝູ່ຄະນະ ບຸກຄົນຮັບຜິດຊອບຮັບປະກັນໃຫ້ທຸກບັນຫາທີ່ມີຄວາມສຳຄັນ ແລະ ມີລັກສະນະຍຸດທະສາດ ນັບທັງການອອກນິຕີກຳຕ່າງໆຕ້ອງເປັນແບບ ຢ່າງໃຫ້ແກ່ມະຫາຊົນໃນການດຳລົງຊີວິດໃຫ້ຖືກຕ້ອງຕາມກົດໝາຍວັດທະນະທຳ-ຮີດ ຄອງປະເພນີອັນດີງາມຂອງຊາດສືບຕໍ່ແກ້ໄຂຜົນຂອງການດຳເນີນຊີວິດການເມືອງ ແລະ ຜົນຂອງການກວດກາທີ່ພົວພັນເຖິງພະນັກງານພ້ອມກັນຈັດຕັ້ງເຊື່ອມຊຶມມະຕິສະໄໝທີX, ເອົາໃຈໃສ່ຊີ້ນຳການກະກຽມດຳເນີນກອງປະຊຸມໃຫຍ່3ຂັ້ນຂອງພັກ ໃຫ້ມີ ຄວາມເຂັ້ມແຂງ ແລະໜັກແໜ້ນ

ຂ່າວບຸນມີ ແສງທຸມມີເສດຖະກິດ-ການຄ້າ)
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com

_______


Powered by Blogger.