Header Ads

ທິມລົດຕັງກອງທັບປະຊາຊົນລາວ ຄວ້າອັນດັບທີ 18 ການແຂ່ງຂັນລົດຕັງນາໆຊາດ ຄັ້ງທີ 5 ທີ່ປະເທດຣັດເຊຍ




ຕາມການລາຍງານທາງເວັບໄຊ ທາງການຂອງການແຂ່ງຂັນ ແລະ ຄະນະທິມລົດຕັງລາວຊຸດນີ້ ໄດ້ໃຫ້ຮູ້ວ່າ: ການແຂ່ງຂັນລົດຕັງຄັ້ງນີ້ມີ 22 ປະເທດເຂົ້າຮ່ວມ ປະກອບມີ ຣັດເຊຍເຈົ້າພາບ, ສປ ຈີນ, ເບລາຣຸສ, ຄາຊັກສະຖານ, ອາເຊີໄບຈັນ, ເຊີເບຍ, ມົງໂກລີ, ອີຣານ, ອາເມເນຍ, ອິນເດຍ, ກີກິດສະຖານ, ເວເນຊູເອລາ, ຊີຣີ (ຊີເຣຍ), ຕວກມີນິດສະຖານ, ຄູເວດ, ມຽນມາ, ຫວຽດນາມ, ສປປ ລາວ, ອັງໂກລາ, ຊິມບັບເວ້, ອາຟຣິກາໃຕ້ ແລະ ອູກັນດ້າ. ຮອບທີ 1 ຄັດເລືອກ 3 ວັນ ທິມລົດຕັງລາວລົງແຂ່ງ: ວັນທີ 30 ກໍລະກົດ, 2 ສິງຫາ ແລະ 3 ສິງຫາ 2018 ຊຶ່ງລວມມີຫລາຍຮູບແບບຂອງການຄັດເລືອກ ເປັນຕົ້ນການບັງຄັບລົດຕັງຜ່ານເສັ້ນທາງວິບາກຕາມກຳນົດ ຊຶ່ງມີການຈັບເວລາ ແລະ ສະຖິຕິ.






ຜົນປະກົດວ່າ: ທິມລົດຕັງກອງທັບປະຊາຊົນລາວ ເວລາລວມ 2 ຊົ່ວໂມງ 27 ນາທີ 40 ວິນາທີ ໄດ້ອັນດັບທີ 18 ຈາກ 22 ທິມເຂົ້າຮ່ວມ. ສ່ວນທິມທີ່ຜ່ານການຄັດເລືອກຮອບທີ 1 ຄັດເອົາ 12 ທິມສູ່ຮອບຮອງຊະນະເລີດປະກອບມີ: ຣັດເຊຍເຈົ້າພາບ, ສປ ຈີນ, ເບລາຣຸສ, ຄາຊັກສະຖານ, ອາເຊີໄບຈັນ, ເຊີເບຍ (ແຊກບີ), ມົງໂກລີ, ອີຣານ, ອາເມເນຍ, ອິນເດຍ, ກີກິດສະຖານ, ເວເນຊູເອລາ. ຫລ້າສຸດ ໄດ້ແລ້ວ 4 ທິມເຂົ້າຊິງ ເປັນ 4 ທິມຈາກປີຜ່ານມາມີ: ແຊ້ມເກົ່າຣັດເຊຍເຈົ້າພາບ, ສປ ຈີນ, ເບລາຣຸສ, ຄາຊັກສະຖານ.


ຄະນະທິມລົດຕັງກອງທັບປະຊາຊົນລາວຊຸດນີ້ ນຳໂດຍ: ພັນໂທ ບຸນປອນ ລົມພະຈັນ ຮອງຫົວຫນ້າກົມລົດຕັງ-ຍານເກາະ ກະຊວງປ້ອງກັນປະເທດ ພ້ອມດ້ວຍນັກກິລາ 21 ຄົນ.









ທີ່ມາ:  ຂ່າວກິລາ
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______



Powered by Blogger.