Header Ads

ລັດຖະບານລາວ ມອບເງິນຊ່ວຍເຫຼືອ ຜູ້ປະສົບໄພທຳມະຊາດຢູ່ອິນໂດເນເຊຍ ຈຳນວນ 100.000 ໂດລາ


ໃນວັນທີ 8 ຕຸລາ 2018, ທີ່ກະຊວງການຕ່າງປະເທດ, ທ່ານ ນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ມອບເງິນຊ່ວຍເຫຼືອແກ່ປະຊາຊົນອິນໂດເນເຊຍ ໃນ ຫຼື ປະມານ 850 ລ້ານກວ່າກີບ ເພື່ອປະກອບສ່ວນເຂົ້າໃນການຟື້ນຟູຜົນກະທົບຈາກໄພພິບັດແຜ່ນດິນໄຫວ ແລະ ຄື້ນສຶນາມິ ທີ່ເກີດຂຶ້ນໃນວັນທີ 28 ກັນຍາ 2018 ຢູ່ແຂວງສຸລາເວສີກາງ ອິນໂດເນເຊຍ ອັນໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນອິນໂດເນເຊຍ ຢູ່ເຂດດັ່ງກ່າວ, ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດ ຫຼາຍກວ່າ 1.500 ຄົນ, ບາດເຈັບ 1.000 ກວ່າຄົນ ແລະ ປະຊາຊົນ ຈຳນວນ 70.000 ກວ່າຄົນ ບໍ່ມີທີ່ພັກອາໄສ. ຕາງໜ້າລັດ ຖະບານອິນໂດເນເຊຍ ຮັບໂດຍ ທ່ານ ປຣາຕິໂຕ ໂຊຮາໂຢ ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳ ສປປ ລາວ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.



ໃນໂອກາດນີ້, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມເສົ້າສະຫຼົດໃຈ ຢ່າງສຸດຊຶ້ງຕໍ່ຄອບຄົວຜູ້ເສຍຊີວິດ ແລະ ຜູ້ໄດ້ຮັບຜົນກະທົບ ຈາກເຫດການດັ່ງກ່າວ, ພ້ອມທັງສະແດງຄວາມຫວັງວ່າ ຈໍານວນເງິນທີ່ລັດຖະບານ ສປປ ລາວ ໄດ້ຊ່ວຍເຫຼືອໃນຄັ້ງນີ້ ຈະເປັນສ່ວນໜຶ່ງໃນການປະ ກອບສ່ວນຊ່ວຍເຫຼືອ ເພື່ອເປັນ ການແບ່ງເບົາຄວາມທຸກໂສກ ຂອງຜູ້ປະສົບໄພ ແລະ ກໍເປັນ ການສະແດງໃຫ້ເຫັນເຖິງນຳ້ໃຈມິດຕະພາບ ແລະ ຄວາມສາ ມັກຄີຮັກແພງຂອງປະຊາຊົນລາວ ຕໍ່ປະຊາຊົນອິນໂດເນເຊຍ. ທ່ານຮອງລັດຖະມົນຕີຍັງ ມີຄວາມເຊື່ອໝັ້ນວ່າ: ພາຍໃຕ້ການຊີ້ນຳ-ນຳພາຂອງລັດ ຖະບານອິນໂດເນເຊຍ ແລະ ຄວາມສາມັກຄີເປັນຈິດໜຶ່ງໃຈ ດຽວຂອງປະຊາຊົນອິນໂດເນເຊຍ, ຜູ້ປະສົບໄພຈະຜ່ານຜ່າວິກິດການນີ້ໄປໄດ້ດ້ວຍດີ ແລະ ຂໍໃຫ້ຜູ້ປະສົບໄພໃນຄັ້ງນີ້ ຈົ່ງເຂັ້ມແຂງ ແລະ ມີກຳລັງໃຈ ໃນ ການຕໍ່ສູ້ ເພື່ອໃຫ້ກັບຄືນສູ່ສະ ພາບປົກກະຕິໂດຍໄວ.

ທ່ານ ປຣາຕິໂຕ ໂຊຮາໂຢ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ມອບເງິນຈຳນວນດັ່ງກ່າວ ເພື່ອຊ່ວຍ ເຫຼືອໃຫ້ແກ່ປະຊາຊົນອິນໂດເນເຊຍທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດໃນຄັ້ງນີ້, ຊຶ່ງເປັນການສະແດງໃຫ້ເຫັນເຖິງນາໍ້ໃຈມິດຕະພາບ ແລະ ຄວາມສາມັກຄີຮັກແພງລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ອິນໂດເນເຊຍ ກໍຄືປະຊາຊົນສອງຊາດ ລາວ-ອິນໂດເນເຊຍ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ນຳເອົາການຊ່ວຍເຫຼືອນີ້ ໄປປະເທດໂດຍໄວ.


ຂ່າວ-ພາບ: ກະຊວງການຕ່າງປະເທດ
© ໂຕະນໍ້າຊາຂ່າວ |  www.tonamcha.com
_____



Powered by Blogger.