Header Ads

2 ປີ ກວດ​ເຫັນ 30 ໂຄງ​ການ​ມູນ​ຄ່າ​ເກີນ​ຄວາມ​ເປັນຈີງ




ປີ 2017 ກະຊວງໂຍທາ ທິການ ແລະ ຂົນສົ່ງ (ຍທຂ) ໄດ້ກວດເຫັນ 18 ໂຄງການ ມີມູນຄ່າການກໍ່ສ້າງເກີນຄວາມເປັນຈິງ, ສ່ວນໃນປີ 2018 ກວດເຫັນ 12 ໂຄງການ ລວມ 2 ປີ ມີ 30 ໂຄງການ ສາມາດປະ ຢັດງົບປະມານຂອງລັດໄດ້ຕື່ມ 3.500 ຕື້ກວ່າກີບ. ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈງກ່ຽວກັບສະພາບການກໍ່ສ້າງ ແລະ ສ້ອມແປງຖະໜົນຫົນທາງ ໃນໄລຍະຜ່ານມາ ເຫັນວ່າ ຄຸນນະພາບການກໍ່ສ້າງຕໍ່າ, ມູນຄ່າການກໍ່ສ້າງສູງ, ແກ່ຍາວເວລາການກໍ່ສ້າງ ແລະ ທິດທາງແກ້ໄຂບັນຫາດັ່ງກ່າວ ໃນຕໍ່ໜ້າແນວໃດ? ຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 28 ພະຈິກ ຜ່ານມາໃຫ້ຮູ້ວ່າ: 

ໂດຍປະຕິບັດຕາມນະໂຍບາຍຂອງລັດຖະບານ ໂດຍສະເພາະແມ່ນຄຳສັ່ງວ່າດ້ວຍການປະ ຢັດມັດທະຢັດງົບປະມານຂອງລັດຖະບານ ສະບັບເລກທີ 09/ນຍ, ລົງວັນທີ 15 ກັນຍາ 2017 ເຂົ້າໃນການພັດທະນາພື້ນຖານໂຄງລ່າງຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ທັງເປັນການແກ້ໄຂບັນຫາຫາງສຽງຂອງສັງຄົມ ທີ່ມີຕໍ່ຂະແໜງ ຍທຂ ໂດຍສະເພາະແມ່ນບັນຫາ "ຄຸນນະພາບການກໍ່ສ້າງຕໍ່າ, ມູນຄ່າການກໍ່ສ້າງສູງ ແລະ ແກ່ຍາວເວລາການກໍ່ສ້າງ" ໃຫ້ໝົດໄປ. ນັບແຕ່ປີ 2017 ເປັນຕົ້ນມາຮອດປັດຈຸບັນ ກະຊວງ ຍທຂ ໄດ້ດຳເນີນການຈັດຕັ້ງປະຕິບັດກໍ່ສ້າງ ແລະ ສ້ອມແປງຂົວທາງ ແລະ ໄດ້ພົບເຫັນວ່າ ແມ່ນມີມູນຄ່າສູງເກີນຄວາມເປັນຈິງແທ້. ຜ່ານການກວດກາ ໄດ້ຄົ້ນຄວ້າສັງລວມ ສາເຫດຕົ້ນຕໍທີ່ພາໃຫ້ໂຄງການມີມູນຄ່າສູງ, ຄຸນນະພາບຕ່ຳ ແລະ ແກ່ຍາວເວລາການກໍ່ສ້າງ ຄື: 

1, ແມ່ນເກີດຈາກໂຄງການລົງທຶນກ່ອນ (ໂດຍບໍ່ຜ່ານການປະມູນ) ຜູ້ສຳຫຼວດອອກແບບ ແລະ ກໍ່ສ້າງແມ່ນຜູ້ດຽວກັນ, ລວມທັງການຄັດເລືອກເອົາບໍລິສັດທີ່ປຶກສາເປັນຜູ້ຄວບຄຸມຄຸນນະພາບການກໍ່ສ້າງ ສ່ວນຫຼາຍແມ່ນຜູ້ຮັບເໝົາເລືອກເອງ. ບໍລິສັດ ທີ່ປຶກສາຈຳນວນໜຶ່ງທີ່ຕິດຕາມກວດກາຄຸນນະພາບ ແລະ ມາດຕະຖານເຕັກນິກ ບໍ່ມີຄຸນນະພາບເທົ່າທີ່ຄວນ. 

2. ການອະນຸມັດໂຄງການ ສ່ວນຫຼາຍແມ່ນການດຳເນີນການໂດຍບໍ່ໄດ້ຜ່ານການສຳຫຼວດອອກແບບລະອຽດ ຫຼື ໂຄງການຈຳນວນໜຶ່ງທັງອອກແບບ ແລະ ກໍ່ສ້າງໄປນຳ, ບໍ່ຜ່ານການກວດກາແບບ, ບໍ່ຜ່ານການກວດກາຄິດໄລ່ລາຄາຂອງໂຄງການ ແລະ ບໍ່ໄດ້ຜ່ານການປະເມີນມູນຄ່າໂຄງການ. 

3. ເກີດມາຈາກການຊຳລະສະສາງທີ່ຊັກຊ້າ ຜູ້ຮັບເໝົາຈຶ່ງບວກອັດຕາດອກເບ້ຍເງິນກູ້ທະນາຄານ ຕາມທີ່ໄດ້ກູ້ຢືມມາ ແລະ ບວກຄວາມສ່ຽງການຊຳລະຊັກຊ້າຫຼາຍປີ ແລະ ຄ່າອື່ນໆທີ່ມີຄວາມສ່ຽງເຂົ້າຕື່ມ.

4. ເກີດຈາກຈັນຍາບັນ, ຈັນຍາທຳ, ຄວາມໂປ່ງໄສ ແລະ ຄວາມຮັບຜິດຊອບຂອງວິຊາການ ແລະ ຜູ້ຮັບຜິດຊອບກ່ຽວຂ້ອງ ຈຳນວນໜຶ່ງບໍ່ທັນສູງເທົ່າທີ່ຄວນ. ຈາກສາຍເຫດດັ່ງກ່າວ ການດຳເນີນໂຄງການ ທີ່ບໍ່ໄດ້ຜ່ານຂັ້ນຕອນການສຳຫຼວດອອກແບບລະອຽດ ບໍ່ໄດ້ຜ່ານຂັ້ນຕອນການປະມູນເປີດກວ້າງ, ບວກເຂົ້າກັບການຊຳລະຊັກຊ້າ ແລະ ບໍລິສັດຮັບເໝົາຂາດຄວາມຄ່ອງດ້ານການເງິນ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດໂຄງການຊັກຊ້າ, ລາຄາສູງ, ຄຸນນະພາບຕໍ່າ ແລະ ບໍ່ສຳເລັດຕາມແຜນການ. ສຳລັບບັນດາໂຄງການລົງທຶນຂອງລັດ ທີ່ຜ່ານຂັ້ນຕອນການອອກແບບລະອຽດ ແລະ ຜ່ານການປະມູນເປີດກວ້າງ, ມີການປະມູນຄັດເລືອກເອົາບໍລິສັດທີ່ປຶກສາ ຕິດຕາມກວດກາຄຸນນະພາບ ແລະ ເຕັກນິກແບບເປີດກວ້າງ, ເຫັນວ່າປະມານ 90% ຂອງບັນດາໂຄງການແມ່ນສຳເລັດຕາມແຜນການ ມີຄຸນນະພາບດີ ແລະ ມູນຄ່າສົມເຫດສົມຜົນ. 

ທ່ານ ບຸນຈັນ ສິນທະວົງ ກ່າວຕື່ມວ່າ: ພາຍຫຼັງໄດ້ຮັບການຊີ້ນຳຈາກລັດຖະບານ ຕາມຄຳສັ່ງເລກທີ 09/ນຍ, ລົງວັນທີ 15 ກັນຍາ 2017 ແລະ ການຈັດຕັ້ງປະຕິບັດ 8 ມາດຕະການຂອງນາຍົກ ລັດຖະມົນຕີ ສະບັບເລກທີ 12/ນຍ, ລົງວັນທີ 23 ສິງຫາ 2018, ກະຊວງ ຍທຂ ໄດ້ດຳເນີນການຈັດຕັ້ງກວດກາ ໂດຍເລີ່ມຈາກການຈັດຕັ້ງກວດກາແບບແຕ້ມເຕັກນິກ ແລະ ມູນຄ່າການກໍ່ສ້າງ ສ້ອມແປງຂົວທາງຈຳນວນໜຶ່ງທີ່ທ້ອງຖິ່ນສະເໜີໃຫ້ກະຊວງກວດກາຄືນ, ຜ່ານການກວດກາໂດຍສົມທົບກັບອົງການປົກຄອງທ້ອງຖິ່ນໄດ້ເຫັນວ່າ ມີໂຄງການຈຳນວນໜຶ່ງມີລາຄາສູງຜິດປົກກະຕິ ເປັນຕົ້ນ:

ຜ່ານການດຳເນີນການຈັດຕັ້ງກວດກາໂຄງການໃນປີ 2017 ທີ່ຜ່ານມາ ສາມາດພົບເຫັນໂຄງການທີ່ມີມູນຄ່າສູງ ທັງໝົດ 18 ໂຄງການ ແລະ ສາມາດປະຢັດງົບປະມານຂອງລັດໄດ້ ລວມເປັນເງິນປະມານ 1.616 ຕື້ກີບ ຫຼື ປະມານ 200 ລ້ານໂດລາ ແລະ ໃນສົກປີ 2018 ຮອດທ້າຍເດືອນຕຸລາ 2018 ມີທັງໝົດ 12 ໂຄງການ ສາມາດປະຢັດງົບປະມານ ຂອງລັດໄດ້ຕື່ມຈຳນວນ 1.943 ຕື້ກີບ ຫຼື ປະມານ 219 ລ້ານໂດລາ. ລວມທັງໝົດ 3.560 ຕື້ກີບ ຫຼື 418 ລ້ານໂດລາ. ສ່ວນມາດຕະການທີ່ ຈະ ສືບຕໍ່ແກ້ໄຂໃນຕໍ່ໜ້າກະຊວງ ຍທຂ ຄົ້ນຄວ້າມາດຕະການແກ້ໄຂຕໍ່ໜ້າ ໂດຍໄດ້ສ້າງ ເອກະສານສຶກສາອົບຮົມ ນຳພາດ້ານການເມືອງແນວຄິດ, ພະນັກງານວິຊາການຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ແລະ ລະບຽບການຄຸ້ມຄອງດ້ານວິຊາສະເພາະຂຶ້ນ ຈຳນວນ 3 ສະບັບຄື: ເອກະ ສານສຶກສາອົບຮົມແນວຄິດການເມືອງ; ຮ່າງຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍຄວາມເຂັ້ມງວດຂັ້ນຕອນໃນການຈັດຕັ້ງປະຕິບັດການສຳຫຼວດອອກແບບຂັ້ນຕອນການກໍ່ສ້າງ, ມາດຕະຖານເຕັກນິກ, ກຳນົດໜ້າວຽກ, ບໍລິມາດວຽກ ແລະ ຫົວໜ່ວຍລາຄາການກໍ່ສ້າງສ້ອມແປງພື້ນຖານໂຄງລ່າງດ້ານໂຍທາທິການ ແລະ ການຂົນສົ່ງ; ປັບປຸງລາຄາຫົວໜ່ວຍການກໍ່ສ້າງ ແລະ ສ້ອມແປງຂົວທາງ. 


ຂ່າວ-ພາບ: ສຸກສາຄອນ (ນສພ ປະຊາຊົນ )
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.