Header Ads

ກອງປະຊຸມ ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ 3 ແຂວງ ແລະ 1 ກອງພົນ ປະຈຳປີ 2018



ກອງປະຊຸມສະຫຼຸບວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ 3 ແຂວງ ແລະ 1 ກອງພົນຄື: ແຂວງບໍລິຄໍາໄຊ, ແຂວງ ຄໍາມ່ວນ, ແຂວງສະ ຫວັນນະເຂດ ແລະ ກອງພົນທີ 4 ປະຈໍາປີ 2018 ແລະ ທິດ ທາງແຜນການປີ 2019. ໄດ້ ສຳເລັດລົງຢ່າງເປັນທາງການ, ພາຍຫຼັງດໍາເນີນມາເປັນເວລາ ເຄິ່ງວັນ ໃນວັນທີ 18 ທັນວາ ( ອ່ານຕໍ່ໜ້າ 7 ) 2018 ນີ້, ທີ່ຫ້ອງວ່າການແຂວງ ບໍລິຄໍາໄຊ ໂດຍການໃຫ້ກຽດເຂົ້າ ຮ່ວມເປັນປະທານຂອງທ່ານ ພົນ ເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນ ກາງພັກ, ຮອງປະທານ, ຜູ້ປະຈຳ ການຄະນະກຳມະການ ປກຊ- ປກສ ສູນກາງ, ລັດຖະມົນຕີກະ ຊວງປ້ອງກັນປະເທດ ມີທ່ານປະ ລິນຍາເອກ ກອງແກ້ວ ໄຊສົງ ຄາມ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງບໍລິຄໍາໄຊ ປະທານປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບຂັ້ນແຂວງ ພ້ອມດ້ວຍບັນ ດາຜູ້ຕາງໜ້າຈາກກະຊວງປ້ອງ ກັນປະເທດ, ກະຊວງປ້ອງກັນ ຄວາມສະຫງົບ, ກອງພົນທີ 4 ແລະ ບັນດາທ່ານ ປະທານ, ຄະ ນະກໍາມະການປ້ອງກັນຊາດ- ປ້ອງກັນຄວາມສະຫງົບຈາກ 3 ແຂວງ ແລະ 1 ກອງພົນເຂົ້າ ຮ່ວມ.

ກອງປະຊຸມຄັ້ງນີ້ໄດ້ສະຫຼຸບຕີ ລາຄາຄືນສະພາບການຈັດຕັ້ງ ປະຕິບັດວຽກງານ ປກຊ-ປກສ ຢູ່ 3 ແຂວງ ແລະ 1 ກອງພົນ ດັ່ງກ່າວໃນໄລຍະ 1 ປີ ຜ່ານມາ, ໃນນີ້ໄດ້ຕີລາຄາສະພາບລວມ ຂອງພາກພື້ນ ແລະ ພາຍໃນປະ ເທດ, ເວົ້າສະເພາະກໍແມ່ນ 3 ແຂວງ ແລະ 1 ກອງພົນ ໂດຍ ພາຍໃຕ້ການຊີ້ນຳ-ນຳພາຂອງ ພັກ-ລັດຖະບານ, ຄະນະກໍາມະ ການ ປກຊ-ປກສ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໂດຍສະພາບ ລວມແລ້ວ ແຂວງບໍລິຄໍາໄຊ, ແຂວງສະຫວັນ, ແຂວງຄໍາມ່ວນ ແລະ ກອງພົນທີ 4 ແມ່ນສືບຕໍ່ ຮັກສາໄດ້ສະຖຽນລະພາບທາງ ດ້ານການເມືອງ, ສັງຄົມມີຄວາມ ສະຫງົບລະບົບການເມືອງຢູ່ຂັ້ນ ຮາກຖານໄດ້ຮັບການປັບປຸງໃຫ້ ໜັກແໜ້ນ, ກໍາລັງ ປກຊ-ປກສ ນັບມື້ເຕີບໃຫຍ່ເຂັ້ມແຂງ, ປະຊາ ຊົນບັນດາເຜົ່າຢູ່ທ່າງທໍາມາຫາ ກິນສ້າງເສດຖະກິດຄອບຄົວ ແລະ ພັດທະນາທອງຖິ່ນຂອງ ຕົນໃຫ້ຈະເລີນຮຸ່ງເຮືອງສີວິໄລ ຂຶ້ນເປັນກ້າວໆຕາມແນວທາງ ປ່ຽນແປງໃໝ່ຮອບດ້ານຢ່າງມີ ຫຼັກການຂອງພັກ, ນອກນີ້ຍັງໄດ້ ສຸມໃສ່ການສືກສາອົບຮົມນໍ້າໃຈ ຮັກຊາດ, ການກໍ່ສ້າງຮາກຖານ ການເມືອງພັດທະນາຊົນນະບົດ ຮອບດ້ານ, ການປັບປຸງກໍ່ສ້າງ ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ໂດຍຕິດພັນ ຢ່າງເລິກເຊິ່ງກັບການພັດທະນາ ເສດຖະກິດ-ສັງຄົມຂອງຊາດ ຂອງທອງຖິ່ນ, ຄວາມເປັນລະ ບຽບຮຽບຮ້ອຍໃນສັງຄົມ. ສັງຮວມແລ້ວຜ່ານການເຄື່ອນ ໄຫວຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບທົ່ວປວງຊົນຮອບດ້ານ ໃນຕະຫຼອດໄລຍະຜ່ານມາສາ ມາດຮັບປະກັນໃຫ້ແກ່ການປົກ ປັກຮັກສາ ແລະ ສ້າງສາພັດທະ ນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ປະຊາ ຊົນບັນດາເຜົ່າມີຄວາມສາມັກຄີ ປອງດອງ ແລະ ພ້ອມກັນປະ ກອບສ່ວນຢ່າງແຂງແຮງເຂົ້າ ໃນການເຮັດໜ້າທີ່ປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ຢູ່ຂັ້ນທອງຖີ່ນຂອງຕົນຢ່າງ ເປັນຂະບວນການຟົດຟື້ນກວ້າງ ຂວງແລະຕໍ່ເນື່ອງ.

ໃນກອງປະຊຸມຄັ້ງນີ້ບັນດາຜູ້ ຕາງໜ້າຈາກ 3 ແຂວງ ແລະ 1 ກອງພົນໄດ້ພ້ອມກັນຂື້ນປະກອບ ຄໍາເຫັນແລກປ່ຽນບົດຮຽນ ແລະ ໝາກຜົນຂອງການຈັດຕັ້ງ ປະຕິບັດວຽກງານ ປກຊ-ປກສ ຢູ່ທ້ອງຖິ່ນຕົວຢ່າງກົງໄປກົງມາ ເຊິ່ງບັນດາທ່ານແມ່ນໄດ້ເປັນເອ ກະພາບສູງຕໍ່ບົດສະຫຼຸບວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບໃນປີ 2018 ຜ່ານມາ ແລະ ທິດທາງແຜນ ການທີ່ຈະສຸມໃສ່ຈັດຕັ້ງປະຕິບັດ ໃນປີ 2019 ໃຫ້ໄດ້ຮັບໝາກຜົນ ສູງຂຶ້ນກວ່າເກົ່າ. ໃນໂອກາດເຂົ້າຮ່ວມເປັນປະ ທານກອງປະຊຸມວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ 3 ແຂວງ ແລະ 1 ກອງ ພົນໃນຄັ້ງນີ້, ທ່ານ ພົນເອກ ຈັນ ສະໝອນ ຈັນຍາລາດ ຍັງໄດ້ໃຫ້ ກຽດໂອ້ລົມຊີ້ນໍາຕໍ່ກອງປະຊຸມ ເຊິ່ງທ່ານໄດ້ສະແດງຄວາມຊົມ ເຊີຍຕໍ່ຜົນສຳເລັດໃນການຊີ້ນຳໆ ພາການຈັດຕັ້ງປະຕິບັດວຽກ ງານ ປກຊ-ປກສ ໃນໄລຍະ 1 ປີຜ່ານມາ ເຖິງແມ່ນວ່າໄດ້ປະ ເຊີນກັບສິ່ງທ້າທາຍ ແລະ ຄວາມ ຫຍຸ້ງຍາກຫຼາຍປະການແຕ່ອໍາ ນາດການປົກຄອງແຂວງ, ກໍາ ລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບບັນດາກົມກອງ ແຕ່ລະຂັ້ນໄດ້ເຮັດສຳເລັດໜ້າທີ່ ຂອງຕົນດ້ວຍນໍ້າໃຈບຸກທະລຸ, ພ້ອມກັນນັ້ນ ທ່ານກໍໄດ້ເນັ້ນໜັກ ໃຫ້ອໍານາດການປົກຄອງແຂວງ ແລະ ບັນດາກົມກອງກໍາລັງປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບແຂວງບໍລິຄໍາໄຊ, ແຂວງ ສະຫວັນນະເຂດ, ແຂວງຄໍາ ມ່ວນ ແລະ ກອງພົນທີ 4 ຈົ່ງ ຍົກສູງຄວາມຮັບຜິດຊອບຕໍ່ໜ້າ ທີ່ການເມືອງອັນມີກຽດຂອງຕົນ ທີ່ພັກ-ລັດ ແລະ ປະຊາຊົນມອບ ໝາຍໃຫ້, ພ້ອມກັນຕັ້ງໜ້າຈັດ ຕັ້ງປະຕິບັດແນວທາງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເພື່ອຕອບ ຕ້ານທັບມ້າງທຸກກົນອຸບາຍ ຍຸດ ທະສາດ ການເຄື່ອນໄຫວຂອງ ບັນດາອິດທິກໍາລັງປໍລະປັກ, ຮັບ ປະກັນເຮັດໃຫ້ປະທດຊາດກໍຄື: 3 ແຂວງ ມີຄວາມສະຫງົບ, ມີ ສະຖຽນລະພາບທາງດ້ານການ ເມືອງ, ສັງຄົມມີຄວາມເປັນລະ ບຽບຮຽບຮ້ອຍ ປະຊາຊົນບັນດາ ເຜົ່າມີຄວາມຜາສຸກຮົ່ມເຢັນ.


ພາບ-ຂ່າວ: ນສພ ກອງທັບ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.