Header Ads

ຖະແຫຼງຂ່າວກ່ຽວກັບການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ


ໃນວັນທີ 14 ທັນວາ ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ, ຄະນະໂຄສະນາອົບຮົບສູນກາງພັກ ແລະ ກະຊວງປ້ອງກັນປະເທດໄດ້ຈັດງານຖະແຫຼງຂ່າວກ່ຽວກັບການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20/1/1949-20/1/2019. ຊຶ່ງເປັນວັນປະຫວັດສາດສຳຄັນຂອງຊາດຂອງກອງທັບ ເພື່ອເສີມຂະຫຍາຍມູນເຊື້ອການຕໍ່ສູ້ພິລະອາດຫານ ຜົນງານວິລະກຳອັນລໍ້າເລີດຂອງກອງທັບ ແລະປະຊາຊົນລາວຍາດມາໄດ້ຕະຫຼອດໄລຍະ 70ປີ ພາຍໃຕ້ການນຳພາ ເດັດຂາດໂດຍກົງ ແລະ ຮອບດ້ານຂອງພັກ. ໃຫ້ກຽດຖະແຫຼງຂ່າວໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ຮັບຜິດຊອບສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ. ມີບັນດາສະຫາຍຮອງເລຂາຄະນະພັກກະຊວງ ນະຄອນຫຼວງ ອົງການແນວລາວສ້າງຊາດ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ສະຖາບັນຄົ້ນຄ້ວາເສດຖະກິດແຫ່ງຊາດ ວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ ຄະນະບໍດີມະຫາວິທະຍາໄລແຫ່ງຊາດ ພ້ອມນາຍແລະພົນທະຫານເຂົ້າຮ່ວມ.


ໃນໂອກາດນີ້ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຖະແຫຼງເນື້ອໃນສຳຄັນບາງຕອນວ່າ: ການສ້າງຕັ້ງກອງທັບລາວອິດສະຫຼະໃນວັນທີ 20 ມັງກອນ1949 ຊຶ່ງແມ່ນກອງທັບປະຊາຊົນລາວໃນປັດຈຸບັນ ແມ່ນເຫດການປະຫວັດສາດໜຶ່ງທີ່ສຳຄັນ. ແມ່ນບາດກ້າວແຫ່ງການເຕີບໃຫຍ່ເຂັ້ມແຂງ ຂອງກຳລັງປະກອບອາວຸດ ປະຕິວັດ ແລະ ທັງເປັນການ ຢັ້ງຢືນເຖິງການເຕີບໃຫຍ່ຂະ ຫຍາຍຕົວຂອງການປະຕິວັດ ລາວ. ກອງທັບປະຊາຊົນລາວ ແມ່ນກອງ ທັບປະຕິວັດຂອງ ປະຊາຊົນລາວບັນດາເຜົ່າ, ເປັນກຳລັງຫຼັກແຫຼ່ງແຂງແກ່ນ ໃຫ້ຂະບວນການຕໍ່ສູ້ຂອງປະ ຊາຊົນລາວ ເພື່ອຄວາມເປັນ ເອກະລາດແຫ່ງຊາດ. ມາເຖິງປັດຈຸບັນຍັງສືບຕໍ່ເປັນກຳລັງຫຼັກແຫຼ່ງໃນພາລະກິດປົກປັກ ຮັກສາໝາກຜົນຂອງການປະ ຕິວັດ ແລະ ລະບອບໃໝ່ໄວ້ ໄດ້ຢ່າງໝັ້ນຄົງ. ດ້ວຍໄຊຊະ ນະ ແລະ ຜົນງານອັນໃຫຍ່ຫຼວງ ທີ່ຍາດມາໄດ້ນັ້ນພັກ ແລະ ລັດຖະບານແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນ ລາວ ໄດ້ຕົກລົງມອບນາມມະ ຍົດວິລະຊົນ ແຫ່ງ ຊາດ, ຫຼຽນໄຊຄຳແຫ່ງຊາດ ຈຳນວນ 4 ໜ່ວຍ ແລະ ຫຼຽນ ໄຊ, ຫຼຽນກາປະເພດຕ່າງໆ ຈຳນວນຫຼວງຫຼາຍໃຫ້ແກ່ກອງ ທັບປະຊາຊົນລາວ. ພ້ອມກັນນັ້ນ ກໍໄດ້ຮັບ ການຍ້ອງຍໍສັນ ລະເສີນຢ່າງສົມກຽດວ່າ: ເປັນກອງທັບວິລະຊົນຂອງຊາດລາວວິລະຊົນ.

ໂດຍປະຕິບັດຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລະດັບຊາດ, ຄຳສັ່ງແນະນຳຂອງຄະນະເລຂາ ທິການສູນກາງພັກກ່ຽວກັບການຈັດຕັ້ງສະເຫຼີມສະຫຼອງວັນສ້ງຕັ້ງກອງທັບປະຊາຊົນລາວຄົບຮອບ70 ປີ ສະບັບເລກທີ 02/ຄລສພ, ລົງວັນທີ19 ກຸມພາ 2018 ແລະ ແຜນການຂອງກະຊວງປ້ອງກັນປະເທດ ກ່ຽວກັບການກະກຽມ ແລະຈັດຕັ້ງສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ພາຍໃຕ້ການ ຊີ້ນຳຂອງຄະນະຊີ້ນຳລະດັບ ຊາດ, ບັນດາຄະນະຮັບຜິດ ຊອບ, ອະນຸກຳມະການກະ ຊວງປ້ອງກັນປະເທດ. ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນໃນການຫ້າງຫາກະກຽມເງື່ອນໄຂ ແລະ ຄວາມພ້ອມດ້ານຕ່າງໆໃຫ້ທັນເວລາ ເພື່ອຈັດຕັ້ງສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ຢ່າງສົມກຽດ.



ບັນດາວຽກທີ່ໄດ້ກະກຽມມາ ແລະ ສຳເລັດແລ້ວມີຄື:

1. ສ້າງບັນດານິຕິກຳຕ່າງໆ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວຈັດຕັ້ງການ ສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບ ຮອບ 70 ປີ.

2. ຈັດຕັ້ງພິທີເປີດບັ້ນແຂ່ງຂັນທົ່ວກອງທັບ ໂດຍເລັ່ງ ໃສ່ແຂ່ງຂັນປະຕິບັດມະຕິຂອງ ຄະນະພັກກະຊວງວ່າດ້ວຍ 4 ໜ້າທີ່ໃຫຍ່, 26 ແຜນງານ, ການສ້າງກອງຮາກຖານໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ; ການສ້າງນັກຮົບວັດທະນາທຳ-ກອງທັບວັດທະນາທຳ; ສ້າງກົມກອງປອດໄສ-ປອດໄພ-ປອດ ຄະດີ ແລະ ອື່ນໆ.

3. ຈັດຕັ້ງບັ້ນດຳເນີນຊີວິດການເມືອງທົ່ວກອງທັບ ຊຶ່ງໄດ້ຈັດຕັ້ງດຳເນີນຢູ່ 2 ຂັ້ນ: ຢູ່ຂັ້ນກະຊວງ ແລະ ບັນດາກົມກອງ-ທ້ອງຖີ່ນທົ່ວກອງທັບ.

4. ຈັດຕັ້ງການແຂ່ງຂັນສິ ລະປະ-ວັນນະຄະດີສະໝັກ ຫຼິ້ນທົ່ວກອງທັບຄັ້ງທີ 5 ໂດຍຈັດ ຕັ້ງ ການແຂ່ງຂັນຮອບຄັດເລືອກ ຢູ່3ເຂດ, ເຂດແຂ່ງຂັນທີ 1 ໂດຍແມ່ນແຂວງອຸດົມໄຊປັນ ເຈົ້າພາບ, ເຂດແຂ່ງຂັນທີ 2 ໂດຍແມ່ນແຂວງສະຫວັນນະ ເຂດເປັນເຈົ້າພາບ, ເຂດແຂ່ງ ຂັນທີ 3 ໂດຍແມ່ນແຂວງວຽງຈັນເປັນເຈົ້າພາບ ແລະ ຈັດງານແຂ່ງຂັນຊີງຊະນະເລີດຢູ່ກະຊວງປ້ອງກັນປະເທດນະ ຄອນຫຼວງວຽງຈັນ.

5. ຈັດຕັ້ງການແຂ່ງຂັນກິລາກາຍະກຳ ແລະ ກິລາການທະຫານທົ່ວກອງທັບຄັ້ງທີ II ຊຶ່ງຈັດເປັນ 5 ເຂດຄື: ເຂດພາກເໜືອ, ເຂດພາກຕາເວັນອອກສ່ຽງເໜືອ, ເຂດພາກກາງ, ເຂດພາກໃຕ້ ແລະ ເຂດໃຈກາງນະຄອນຫຼວງວຽງຈັນ.

6. ຈັດຕັ້ງການຫັດແອບ ແລະ ສວນສະໜາມສະແດງກຳລັງຂອງບັນດາເຫຼົ່າຮົບນັບທັງກຳລັງພົນ ແລະ ພາຫະນະເພື່ອຮັບປະກັນໃຫ້ແກ່ການສະ ເຫຼີມສະຫຼອງວັນດັ່ງກ່າວມີເນື້ອໃນເລິກເຊິ່ງ, ມີຄວາມສຳຄັນ ແລະ ມີບັນຍາກາດຄຶກຄື້ນ.

7. ທຸກພາກສ່ວນກົມກອງ-ທ້ອງຖິ່ນໄດ້ກະກຽມ ແລະ ຈັດຕັ້ງການປ້ອງກັນເວນຍາມຮັກສາຄວາມສະຫງົບ ປອດໄພເຂັ້ມງວດໃນທຸກດ້ານ.
8. ຈັດຕັ້ງການເຄື່ອນໄຫວເກັບກຳຂໍ້ມູນ ແລະ ຖ່າຍທຳຮູບເງົາເອກະສານມູນເຊື້ອກອງ ທັບປະຊາຊົນລາວ ຄົບຮອບ 70 ປີ ຮ່ວມກັບກົມໃຫຍ່ການ ເມືອງກອງທັບປະຊາຊົນຫວຽດ ນາມ ແລະ ຮ່ວມກັບບໍລິສັດດາວແດງຂອງກອງທັບສະຫະພັນ ລັດເຊຍພາຍໃຕ້ຫົວບົດ: “ການ ຮ່ວມມືດ້ານເຕັກນິກການທະ ຫານລະຫວ່າງຣັດເຊຍ-ລາວ” ຊຶ່ງຄາດວ່າຮູບເງົາເອກະສານ ທັງສອງເລື່ອງດັ່ງກ່າວຈະສຳ ເລັດກ່ອນວັນທີ 20 ມັງກອນ 2019.

9. ຕ້ອນຮັບການມາສະແດງມິດຕະພາບໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຂອງຄະ ນະສິລະປະກອນກອງທັບປະ ຊາຊົນຫວຽດນາມ 2 ຄະນະເຊັ່ນ: ຄະນະສິລະປະທະຫານ ເຂດ 2 ແລະ ເຂດ 4, ຕ້ອນຮັບຄະນະສິລະປະກອງທັບຣາຊະອານາຈັກໄທ.

10. ສືບຕໍ່ຍູ້ແຮງຂະບວນການປະຕິວັດມະຕິຂອງຄະນະພັກກະຊວງປ້ອງກັນປະເທດວ່າດ້ວຍ 4 ໜ້າທີ່ໃຫຍ່, 26 ແຜນງານໃນທົ່ວກຳລັງຫຼວງ ແລະ ກຳລັງທ້ອງຖິ່ນໃຫ້ຟົດຟື້ນ ແລະ ເຂົ້າສູ່ລວງເລິກ (ເນື້ອແທ້ແມ່ນການປັບປຸງກຳລັງຮອບດ້ານ ແລະ ເຮັດໃຫ້ປະເທດຊາດມີຄວາມສະຫງົບ).


ນັບແຕ່ນີ້ຮອດວັນທີ 20 ມັງກອນ 2019 ການຈັດຕັ້ງການເຄື່ອນໄຫວສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 70 ປີ ຍັງ ຫຼາຍກິດຈະກຳທີ່ຈະໄດ້ສຸມໃສ່ ຈັດຂຶ້ນ ເພື່ອເຮັດໃຫ້ການສະ ເຫຼີມສະຫຼອງວັນດັ່ງກ່າວມີເນື້ອ ໃນອຸດົມສົມບູນ, ມີຄວາມໝາຍອັນເລິກເຊິ່ງ ແລະ ມີບັນ ຍາກາດຟົດຟື້ນເປັນຕົ້ນແມ່ນ:

1. ສືບຕໍ່ຈັດຕັ້ງໂຄສະນາປາ ຖະກະຖາກ່ຽວກັບປະຫວັດມູນເຊືຶ້ອຂອງກອງທັບປະຊາຊົນລາວ 70 ປີ ຢ່າງແຂງແຮງໃນທົ່ວສັງຄົມ, ພ້ອມກັນນັ້ນກໍສຸມໃສ່ ໂຄສະນາຜ່ານສື່ຕ່າງໆຢ່າງກວ້າງຂວາງ ມີເນື້ອໃນເລິກເຊິ່ງ ຢ່າງຕໍ່ເນື່ອງ.

2. ຈັດຕັ້ງປະດັບປະດາສະ ຖານທີ່ສຳນັກງານອົງການ, ກົມກອງ-ທ້ອງຖິ່ນດ້ວຍຮູບພາບ, ຄຳຂວັນ, ທຸງຊາດ, ທຸກພັກ, ທຸກສີຕ່າງໆ ໃຫ້ຈົບງາມ.

3. ຈັດຕັ້ງພົບປະບັນດາວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພະນັກງານປະຕິວັດອາວຸໂສ-ບຳນານ ແລະ ນາງໝ້າຍຂອງພະນັກງານປະຕິວັດ; ຈັດຕັ້ງການໄປຢ້ຽມຢາມ,ອວຍ ພອນອະດີດການນຳພັກ-ລັດ, ການນຳກະຊວງປ້ອງ ກັນປະ ເທດ, ຢ້ຽມຢາມບັນດາສູນເສຍ ອົງຄະ, ໂຮງໝໍ 103, ບ້ານຈັດ ສັນ 194 ຫ້ວຍໝາກພິກ ແລະ ອື່ນໆ… ພ້ອມນັ້ນບັນດາສະ ຫາຍກຳມະການກົມການເມືອງ, ເລຂາທິການສູນກາງພັກຈະ ໄດ້ແບ່ງກັນລົງໄປຢ້ຽມຢາມກົມກອງທະຫານກຳລັງຫຼວງ ແລະ ກຳລັງທ້ອງຖິ່ນໃນທົ່ວປະເທດ.
4. ຈັດງານວາງສະແດງຮູບ ພາບ ແລະ ຜະລິດຕະພັນດ້ານ ກະສິກຳ, ອຸດສະຫະກຳທີ່ກອງ ທັບຜະລິດໄດ້ ຢູ່ຫໍພິພິທະພັນປະຫວັດສາດກອງທັບ.

5. ກອງສິລະປະກອນກອງ ທັບຈັດການສະແດງຂາໍ່ນັບຊົມ ເຊີຍວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 70 ປີ ຢູ່ຫໍວັດທະນະທຳແຫ່ງຊາດ ພ້ອມກັນນັ້ນກໍຈະມີການສະແດງ ຂອງກອງສິລະປະກອນກອງ ທັບປະເທດເພື່ອນມິດໃກ້ຄຽງ ຈຳ ນວນ 6 ຄະນະຄື: ກອງສິລະປະກອນທະຫານເຂດ 5 ຂອງກອງທັບປະຊາຊົນຫວຽດນາມ, ກອງສິລະປະກອນກອງທັບຣາຊະອານາຈັກກຳປູເຈຍ 1 ຄະນະ, ກອງສິລະປະກອນກອງທັບປົດປ່ອຍປະຊາຊົນຈີນ 1 ຄະນະ, ກອງສິລະປະກອງ ທັບຣາຊະອານາຈັກໄທ 1 ຄະ ນະ, ກອງສິລະປະກອນກອງທັບສະຫະພາບມຽນມາ 1 ຄະນະ.

6. ໃນມື້ວັນທີ 20 ມັງກອນ 2019 ຈະໄດ້ຈັດຕັ້ງໂຮມຊຸມ ນຸມສະເຫຼີມສະຫຼອງລະດັບຊາດຢູ່ ທີ່ສະໜາມຝຶກແອບ, ກິລາຢູ່ທີ່ວິທະຍາຄານທະຫານກົມມະດຳໂດຍຈະມີການສວນ ສະໜາມສະແດງກຳລັງ ທັງກຳ ລັງພົນ ແລະ ພາຫະນະເລົ່າຮົບຕ່າງໆ.


ໃນຂະບວນການກະກຽມເງື່ອນໄຂ ແລະ ຄວາມພ້ອມດ້ານຕ່າງໆໃຫ້ແກ່ການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີກະຊວງປ້ອງກັນປະເທດກໍຄືກອງທັບພວກເຮົາໄດ້ດຳເນີນມາດ້ວຍຫຼາຍໜ້າວຽກຄື ໄດ້ຍົກມານັ້ນ, ປັດຈຸບັນນີ້ທຸກເລົ່າຮົບ, ທຸກກົມກອງໃນທົ່ວກອງທັບພວມເປັນເຈົ້າການ ຈັດຕັ້ງປະຕິບັດວຽກງານຂອງ ຕົນຢ່າງຫ້າວຫັນ ແລະ ເປັນຂະ ບວນຟົດຟື້ນໄດ້ສຸມໃສ່ປະຕິບັດຮັບປະກັນຄວາມສະ ຫງົບປອດໄພໃນຂອບເຂດຮັບຜິດຊອບຂອງຕົນ.



ເພື່ອເຮັດໃຫ້ມູນເຊື້ອອັນດີງາມ, ຜົນງານ ແລະ ໄຊຊະນະ ອັນໃຫຍ່ຫຼວງ, ວິລະກຳອັນລຳ້ ເລີດຂອງກອງທັບປະຊາຊົນລາວ ວິລະຊົນໄດ້ຮັບການໂຄ ສະນາເຜີຍແຜ່ຢ່າງກວ້າງ ຂວາງ ທົ່ວ ເຖິງ ແລະ ເລິກເຊິ່ງ, ເຮັດໃຫ້ ການເຄື່ອນໄຫວຈັດຕັ້ງສະເຫຼີມ ສະຫຼອງວັນທີ່ມີຄວາມໝາຍສຳ ຄັນນີ້ໄດ້ຖືກຮັບຮູ້ແຜ່ຫຼາຍໃນໝູ່ມະຫາຊົນທັງພາຍໃນ ແລະ ຕ່າງປະເທດ, ຕາງໜ້າໃຫ້ຄະນະ ກຳມະການລະດັບຊາດ ແລະ ຄະນະນຳກະຊວງປ້ອງກັນປະ ເທດຮຽກຮ້ອງມາຍັງບັນດາສະ ຫາຍຄະນະພັກບັນດາກະຊວງ, ອົງການສູນກາງ ແລະ ທ້ອງຖິ່ນທົ່ວປະເທດ, ສື່ມວນຊົນທຸກ ພາກສ່ວນຈົ່ງພ້ອມກັນໂຄສະ ນາທາດແທ້ມູນເຊື້ອປະຕິວັດ, ຜົນງານ ແລະ ໄຊຊະນະຂອງ ກອງທັບປະຊາຊົນລາວ, ສະ ເໜີບັນດາບັ້ນຮົບ, ບັ້ນຕີທີ່ດຸ ເດືອດ, ວິລະກຳຂອງບັນດາວິ ລະຊົນ, ນັກຮົບແຂ່ງຂັນ, ຄອບ ຄົວປະຕິວັດທີ່ມີຜົນງານດີເດັ່ນ ແລະ ຂະບວນການອື່ນໆ.


ພາບ-ຂ່າວ: ນສພ ປະຊາຊົນ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.