Header Ads

ຮອງຫົວໜ້າ ອຍກ ສູງສຸດ ເນັ້ນເຊກອງ ປົກປ້ອງຄວາມຖືກຕ້ອງ ແລະຍຸຕິທຳໃນສັງຄົມ



(ເຊກອງ,ວັນທີ 19/12/2018) * ວັນທີ 19 ທັນວາ 2018 ນີ້, ທ່ານ ໄຊຊະນະ ໂຄດພູທອນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອຍກ) ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານ ແລະພົບປະໂອ້ລົມພະນັກງານອົງການໄອຍະການປະຊາຊົນແຂວງເຊກອງ ໂດຍເນັ້ນໃຫ້ຄະນະພັກ-ຄະນະນຳເຂັ້ມງວດເດັດຂາດໃນວຽກງານກວດກາ, ປ້ອງກັນພັກ-ປ້ອງກັນພະນັກງານ ເພື່ອຮັບປະກັນປະສິດທິພາບໃນການປະຕິບັດພາລະບົດບາດ, ສິດ ແລະໜ້າທີ່ຂອງອົງການໄອຍະການປະຊາຊົນແຂວງໃຫ້ສູງຂຶ້ນກວ່າເກົ່າ. 



ໂອກາດດັ່ງກ່າວ ທ່ານ ປອ. ສົມນິດ ສີລິບຸນລ້ຽງ ຫົວໜ້າອົງການໄອຍະການປະຊາຊົນແຂວງເຊກອງ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ ອົງການໄອຍະການປະຊາຊົນແຂວງເຊກອງໄດ້ຮັບສຳນວນຄະດີແພ່ງຈາກສານຈຳ ນວນ 7 ເລື່ອງ ແລະສົ່ງຄຳຖະແຫຼງມີຄຳເຫັນໃຫ້ສານຈຳນວນ 7 ເລື່ອງ ໃນນັ້ນມີຄະດີແພ່ງຂັ້ນຕົ້ນ 3 ເລື່ອງ, ຄະດີແພ່ງຂັ້ນອຸທອນ 4 ເລື່ອງ ໂດຍຄະດີແພ່ງທີ່ພົ້ນເດັ່ນແມ່ນຄະດີການຄ້າ (ລະເມີດສັນຍາກູ້ຢືມ), ຮອງມາແມ່ນຂໍ້ຂັດແຍ່ງກຳມະສິດທີ່ດິນ ແລະຄະດີຄອບຄົວ (ສາຍຜົວ-ເມຍຂໍຢ່າຮ້າງ). 
ຫຼັງຈາກນັ້ນ ທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກໍໄດ້ມີຄຳເຫັນຊີ້ນຳໃຫ້ຄະນະພັກ-ຄະນະນຳອົງການໄອຍະການແຂວງເຊກອງສຶກສາອົບຮົມການເມືອງ-ແນວຄິດໃຫ້ມີຄວາມໜັກແໜ້ນ, ຮັບປະກັນໃຫ້ສະມາຊິກພັກ-ພະນັກງານມີມານະຈິດປະຕິວັດ, ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດຮັບໃຊ້ປະຊາຊົນຢ່າງແທ້ຈິງ, ມີຈັນຍາບັນ-ຈັນຍາທຳໃນການປະຕິບັດລະບຽບວິໄນ ແລະຕ້ານທຸກໄພອັນຕະລາຍທີ່ຈະເກີດຂຶ້ນກັບອົງການຂອງຕົນ. 

ພ້ອມກັນນັ້ນ ການປະຕິບັດພາລະບົດບາດ, ສິດ ແລະໜ້າທີ່ຂອງອົງການໄອຍະການປະຊາຊົນຕ້ອງຢືນຢູ່ບົນທັດສະນະພາວະວິໄສ, ບົນພື້ນຖານຄວາມເປັນຈິງ ແລະປະຕິບັດຕາມກົດໝາຍຢ່າງເຂັ້ມງວດເດັດຂາດ; ເດັດດ່ຽວປົກປ້ອງຄວາມຖືກຕ້ອງ, ຄວາມຍຸຕິທຳຢູ່ໃນສັງຄົມຕໍ່ການພິຈາລະນາ ແລະດຳເນີນຄະດີໃນຂະບວນການຍຸຕິທຳ; ຕິດຕາມກວດກາການປະຕິບັດກົດໝາຍ, ມາດຕະການແກ້ໄຂບັນຫາຢ່າງມີປະສິດທິຜົນ ແລະທັນການ; ສືບຕໍ່ກໍ່ສ້າງບຳລຸງຍົກລະ ດັບພະນັກງານທີ່ມີໜ້າທີ່ຕຳແໜ່ງ-ນຳພາຄຸ້ມຄອງ ແລະພະນັກງານສືບທອດປ່ຽນແທນຢ່າງເປັນລະບົບ ແລະມີຈຸດສຸມ; ເປັນເຈົ້າການພົວພັນຮ່ວມມືກັບປະເທດເພື່ອນມິດຍຸດທະສາດ ແລະອົງການຈັດຕັ້ງສາກົນຢ່າງຕັ້ງໜ້າ ເພື່ອຍົກລະດັບຄວາມຮູ້ຄວາມສາມາດຂອງສະມາຊິກພັກ ແລະພະນັກງານ-ລັດຖະກອນໃນອົງການໄອຍະການປະຊາຊົນແຂວງເຊກອງໃຫ້ນັບມື້ສູງຂຶ້ນເລື້ອຍໆ.


ຂ່າວ : ສັນຍາ (ຂ່າວແຂວງເຊກອງ)
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.