Header Ads

ແຈ໊ກ ໝ່າ ແລະ ໂທນີ ໝ່າຮັບລາງວັນເຊີດຊູກຽດໃນຖານະຜູ້ມີຜົນງານອັນໂດດເດັ່ນ ແລະ ມີສ່ວນຊ່ວຍສົ່ງເສີມການເຕີບໂຕຂອງເສດຖະກິດໃນຊ່ວງ 40 ປີທີ່ຜ່ານມາ (1978-2018)



ໃນວັນທີ 18 ທັນວາ 2018 ຜ່ານມາ, ສໍານັກຂ່າວຕ່າງປະເທດລາຍງານວ່າ:  ແຈ໊ກ ໝ່າ ບຸກຄົນທີ່ລໍ້າລວຍທີ່ສຸດໃນ ສປປ ຈີນ ຜູ້ກໍ່ຕັ້ງກຸ່ມບໍລິສັດອາລີບາບາ  (Alobaba Group) ແລະ  ໂທນີ ໝ່າ ຜູ້ບໍລິຫານເທນເຊັນ (Tencent) ສອງຍັກໃຫຍ່ດ້ານໄອທີຂອງຈີນ ເປັນສ່ວນໜຶ່ງຂອງແຂກ 110 ຄົນທີ່ໄດ້ຮັບລາງວັນໃນຖານະຜູ້ມີຜົນງານອັນໂດດເດັ່ນລະ ມີສ່ວນຊ່ວຍສົ່ງເສີມການເຕີບໂຕຂອງເສດຖະກິດໃນຊ່ວງ 40 ປີທີ່ຜ່ານມານັບແຕ່ປີ 1978-2018 . 






ນອກນີ້ຍັງມີນັກກິລາຈີນທີ່ໂດ່ງດັງຕິດລະດັບໂລກ,​ສະຕີ ຈີນຄົນທໍາອິດທີ່ໄດ້ຮັບລາງວັນໂນເບລ , ນັກບິນອາວາກາດ ແລະ ເຈົ້າໜ້າທີ່ໃນກອງທັບຈີນ ໂດຍຜູ້ໄດ້ຮັບຄັດເລືອກດັ່ງກ່າວຈະໄດ້ຮັບຫຼຽນເຊີດຊູຄວາມດີຈາກ ປະທານາທິບໍດີ ສີ ຈິ້ນຜິງ ໂດຍມີຜູ້ນໍາພັກຄອມມູນິດຈີນເຂົ້າຮ່ວມໃນພິທີສະເຫຼີມສະຫຼອງ.  ສໍາລັບພິທີມອບແມ່ນໄດ້ຈັດຂື້ນທີ່ມະຫາສາລາປະຊາຊົນຈີນໃນນະຄອນປັກກິ່ງ ໂດຍຈຸດປະສົງໃນການຈັດກໍເພື່ອສະເຫຼີມສະຫຼອງການຍູ້ດັນນະໂຍບາຍປະຕິຮູບ ແລະ ເປີດປະເທດຈີນທີ່ເລີ່ມຂື້ນໃນ 40 ປີກ່ອນ ພ້ອມກັບລະລຶກເຖິງການຍູ້ດັນນະໂຍບາຍປະຕິຮູບປະເທດຈີນພາຍໃຕ້ນະໂຍບາຍຂອງ ທ່ານ ເຕິ້ງ ສ່ຽວຜິງ ເມື່ອວັນທີ່ 18 ທັນວາ 1978  ເຊິ່ງ ສປ ຈິນເປັນໜື່ງປະເທດທຸກຍາກ ແລະ ດ້ອຍເຕັກໂນໂລຊີ ກັບກາຍເປັນປະເທດທີ່ມີອິດທິພົນທາງດ້ານເສດຖະກິດ, ການເມືອງ, ການຄ້າ ແລະ ແວດວົງອື່ນໆໃນເວທີໂລກ ຈົນເຮັດໃຫ້ເສດຖະກິດ ສປ ຈີນ ກ້າວຂື້ນມາເປັນອັນດັບທີ່ 2 ຂອງໂລກ ທີ່ມີຂະໜາດເສດຖພກິດໃຫຍ່ທີ່ສຸດຂອງໂລກ.



© ໂຕະນໍ້າຊາ | tonamcha.com
___________

Powered by Blogger.