Header Ads

ໃນປີ 2018 ຍອດຜູ້ເສຍຊີວິດ ຈາກອຸບັດຕິເຫດເກືອບ 1.000 ຄົນ




ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ສະຫຼຸບອຸບັດຕິເຫດ ປະຈໍາປີ 2018 ນັບແຕ່ເດືອນທັນວາ 2017-ຕຸລາ 2018 ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ ທັງໝົດ 5.753 ຄັ້ງ, ພາຫະນະເປ່ເພເລັກໜ້ອຍ 4.488 ຄັນ, ສົມຄວນ5.489 ຄັນ, ໃຊ້ການບໍ່ໄດ້ 281 ຄົນ, ຄົນໄດ້ຮັບບາດເຈັບເລັກໜ້ອຍ 4.079 ຄົນ, ສົມຄວນ 3.764 ຄົນ, ສາຫັດ 1.252 ຄົນ ແລະ ເສຍຊີວິດ 987 ຄົນ ຍິງ 218 ຄົນ. ໃນນີ້ ຜູ້ຂັບຂີ່ເສຍຊີວິດ 490 ຄົນ ຍິງ 108 ຄົນ, ຜູ້ໂດຍສານເສຍຊີວິດ 229 ຄົນ ຍິງ 81 ຄົນ.



ເຈົ້າໜ້າທີ່ເປີດເຜີຍວ່າ: ອຸບັດຕິເຫດທີ່ເກີດຂຶ້ນເກີດຈາກການລະເມີດກົດລະບຽບຈະລາຈອນ ເປັນຕົ້ນບໍ່ມີໃບຂັບຂີ່ 3.000 ກວ່າກໍລະນີ, ດື່ມເຫຼົ້າ 1.305 ກໍລະນີ, ຂັບໄວ 1.261 ກໍລະນີ, ນອກນີ້ ມີແຊງບໍ່ຮັບປະກັນ, ປ່ຽນທິດທາງກະທັນຫັນ, ບໍ່ປ່ອຍສິດ, ລ່ວງປ້າຍຫ້າມ, ເຕັກນິກບໍ່ຮັບປະກັນ ແລະອື່ນໆ, ເກີດຈາກລົດຈັກຕໍາກັນ 1.417 ຄັ້ງ, ເສຍຊີວິດ 248 ຄົນ, ຕໍາກັບລົດຍົນ 1.141 ຄັ້ງ, ເສຍຊີວິດ 285 ຄົນ, ລົ້ມເອງ 250 ຄັ້ງ ເສຍຊີວິດ 58 ຄົນ, ຕໍາກັບລົດບັນທຸກ 328 ຄັ້ງ, ເສຍຊີວິດ 47 ຄົນ, ຕໍາຄົນຍ່າງ 171 ຄັ້ງ ເສຍຊີວິດ 29 ຄົນ, ຕໍາລົດຖີບ 1.111 ຄັ້ງ ເສຍຊີວິດ 8 ຄົນ, ຕໍາລົດໂດຍສານ 74 ຄັ້ງ ເສຍຊີວິດ 6 ຄົນ, ລົດຍົນຕໍາກັນ 765 ຄັ້ງ ເສຍຊີວິດ 69 ຄົນ, ຕໍາຄົນຍ່າງ 131 ຄັ້ງ ເສຍຊີວິດ 52 ຄົນ, ປິ້ນເອງ 136 ຄັ້ງ ເສຍຊີວິດ 46 ຄົນ, ຕໍາເສົາໄຟ 71 ຄັ້ງ ເສຍຊີວິດ 6 ຄົນ ແລະ ຕໍາລົດຖີບ 13 ຄັ້ງ ເສຍຊີວິດ 5 ຄົນ. ລົດບັນທຸກຕໍາກັນ 230 ຄັ້ງ ເສຍຊີວິດ 19 ຄົນ, ລົດຍົນຕໍາລົດບັນທຸກ 99 ຄັ້ງ ເສຍຊີວິດ 18 ຄົນ.



ລັກສະນະເສັ້ນທາງທີ່ພາໃຫ້ເກີດອຸບັດຕິເຫດ ຫຼາຍກວ່າໝູ່ແມ່ນເກີດຂຶ້ນຢູ່ທາງຊື່, ຮອງລົງມາທາງໂຄ້ງ, ທາງຄ້ອຍ, 3 ແຍກ, 4 ແຍກ ແລະ ທາງວົງວຽນຕາມລໍາດັບ, ປະເພດໜ້າທາງ ທາງຄອນກຼີດ, ປູຢ່າງ ແລະ ດິນແດງ, ສະພາບ ໜ້າທາງແຫ້ງ, ປຽກຊຸ່ມ ແລະ ຫຼຸບໂນນ. ລັກສະນະການຕໍາໜ້າເຊິ່ງໜ້າ, ຕໍາທາງຂ້າງ, ດາດ, ລົ້ມເອງ, ປິ້ນເອງ, ຕໍາກໍາແພງ, ຕໍາເສົາໄຟ, ຕໍາຄູກາງທາງ, ຕໍາຕົ້ນໄມ້, ຕໍາເສົາເຮືອນ ແລະອື່ນໆ, ອຸບັດຕິເຫດທີ່ເກີດຂຶ້ນສ່ວນໃຫຍ່ກໍາມະກອນ, ນັກຮຽນ-ນັກສຶກສາ, ພະນັກງານ, ພໍ່ຄ້າຊາວຄ້າຂາຍ. ໂມງທີ່ເກີດອຸບັດຕິເຫດເກີດຫຼາຍກວ່າໝູ່ ໃນລະຫວ່າງເວລາ 20:00 ໂມງ-23:00 ໂມງ ແລະ ອາຍຸທີ່ເກີດອຸບັດຕິເຫດຕ່ໍາກວ່າ 15 ປີ ເກີດ 600 ຄັ້ງ, ລະຫວ່າງ 16-17 ເກີດ 1.000 ກວ່າຄັ້ງ, ອາຍຸ 18-20 ເກີດ 1.200 ກວ່າຄັ້ງ, ອາຍຸ 21-22 ເກີດ 1.000 ກວ່າຄັ້ງ, 23-24 ເກີດ 1.290 ຄັ້ງ, 25-26 ເກີດ 1.000 ກວ່າຄັ້ງ, 27-28 ແລະ 29-30 ເກີດ 1.000 ກວ່າຄັ້ງ ແລະ ຈາກ 31 ປີຂຶ້ນໄປຮອດ 60 ປີຂຶ້ນໄປ ແມ່ນເກີດຂຶ້ນໜ້ອຍ. ບັນດາແຂວງທີ່ເກີດອຸບັດຕິເຫດນະຄອນຫຼວງວຽງຈັນ ເສຍຊີວິດ 236ຄົນ, ຈໍາປາສັກ 112 ຄົນ, ສະຫວັນນະເຂດ 102 ຄົນ, ວຽງຈັນ 74 ຄົນ, ບໍລິຄໍາໄຊ 65 ຄົນ, ຫຼວງພະບາງ 56 ຄົນ, ໄຊຍະບູລີ 54 ຄົນ, ສາລະວັນ 48 ຄົນ, ອຸດົມໄຊ 46 ຄົນ, ບໍ່ແກ້ວ 32 ຄົນ, ເຊກອງ 30 ຄົນ, ຄໍາມ່ວນ 31 ຄົນ ຊຽງຂວາງ 27 ຄົນ, ອັດຕະປື 26 ຄົນ, ຫຼວງນໍ້າທາ 22 ຄົນ, ຫົວພັນ 11 ຄົນ, ຜົ້ງສາລີ 9 ຄົນ ແລະ ໄຊສົມບູນ 6 ຄົນ, ໃນໄລຍະຜ່ານມາ, ກົມຕໍາຫຼວດຈະລາຈອນ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານຫຼຸດຜ່ອນອຸບັດຕິເຫດ ເປັນຕົ້ນແມ່ນກວດກາຜູ້ໃຊ້ລົດ-ໃຊ້ຖະໜົນ, ກວດທາດເຫຼົ້າ, ຈັບຄວາມໄວ ແລະ ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ແລະອື່ນໆ ອຸບັດຕິເຫດກໍຍັງບໍ່ມີທ່າອ່ຽງທີ່ຈະຫຼຸດລົງ ຍັງພົ້ນເດັ່ນແມ່ນຍັງຢູ່ຕົວເມືອງໃຫຍ່ເຊັ່ນ: ນະຄອນຫຼວງວຽງຈັນ, ຈໍາປາສັກ ແລະ ສະຫວັນນະເຂດ ເປັນຕົ້ນ, ສໍາລັບພາຫະນທີ່ເກີດອຸບັດຕິເຫດຫຼາຍກວ່າໝູ່ແມ່ນປະເພດ ລົດຈັກ ແລະ ເວລາທີ່ເກີດອຸບັດຕິເຫດນັບແຕ່ 17:00 ໂມງ-23:00 ໂມງ ສ່ວນໃຫຍ່ແມ່ນເກີດຂຶ້ນວັນສຸກ-ວັນອາທິດ.


ໃນຕໍ່ໜ້າຈະສຸມໃສ່ຈັດຕັ້ງປະຕິບັດ, ໂດຍໂຄສະນາດໍາລັດ188/ນຍ ວ່າດ້ວຍການປັບໃໝ ແລະ ມາດຕະການຕ່າງໆຕໍ່ຜູ້ທີ່ລ່ວງລະເມີດກົດໝາຍກ່ຽວກັບຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ ເພື່ອການປູກຈິດສໍານຶກຂອງຜູ້ຂັບຂີ່ໃນການໃຊ້ລົດ-ໃຊ້ຖະໜົນ, ຈັດຕັ້ງໂຄສະນາໃຫ້ຄວາມຮູ້, ດ້ານກົດລະບຽບການສັນຈອນ, ສະພາບການລະເມີດ ແລະ ສະພາບເກີດອຸບັດຕິເຫດທາງບົກ ໃຫ້ແກ່ທຸກຊັ້ນຄົນໃນສັງຄົມ, ຢູ່ໃນບ້ານ ແລະ ກຸ່ມບ້ານ, ຊາວຄ້າຊາຍຕາມຕະຫຼາດ, ສູນການຄ້າ, ກໍາມະກອນຢູ່ຕາມໂຮງຈັກ, ໂຮງງານ, ພະນັກງານຕາມອົງການຂອງລັດ, ເອກະຊົນຕະຫຼອດຮອດນັກຮຽນ-ນັກສຶກສາໃຫ້ທົ່ວເຖິງ.


ທີ່ມາ: ນສພ ປກສ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.