Header Ads

ນາຍົກເລັ່ງການເງິນປະຕິຮູບວຽກຢ່າງຮອບດ້ານ ແລະ ແຂງແຮງ ເພື່ອໃຫ້ລາຍຮັບເປັນໄປຕາມແຜນ


ເພື່ອເຮັດໃຫ້ແຜນຍຸດທະສາດທີ່ລັດຖະບານໄດ້ຮັບຮອງໃຫ້ມີຄວາມຄືບໜ້າໄວ ແລະ ຮັບປະກັນການເກັບລາຍຮັບໃຫ້ໄດ້ຕາມແຜນການ ແລະ ລື່ນແຜນນັ້ນນາຍົກໄດ້ເນັ້ນໜັກໃຫ້ຂະແໜງການເງິນເລັ່ງປະຕິຮູບວຽກງານຢ່າງຮອບດ້ານ ແລະ ແຂງແຮງ, ຫັນເອົາການຄຸ້ມຄອງລາຍຮັບເຂົ້າສູ່ລະບົບທັນສະໄໝໃຫ້ສຳເລັດທັງໝົດບໍ່ກາຍປີ 2020 ເພື່ອສະກັດກັ້ນການຮົ່ວໄຫຼ, ແກ້ໄຂປາກົດການຫຍໍ້ທໍ້ໃນຂົງເຂດລາຍຮັບຢ່າງຂາດຕົວຂະນະທີ່ໃນປີ 2019 ລັດຕັ້ງເປົ້າໃຫ້ລາຍຮັບບັນລຸ 26,305 ຕື້ກີບ ແລະ ຈະຄວບຄຸມລາຍຈ່າຍບໍ່ໃຫ້ເກີນ 33,394 ຕື້ກີບ.

ຕາມຂໍ້ມູນການລາຍງານຂອງທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະ ຕິບັດວຽກງານການເງິນປະຈໍາປີ 2018 ແລະ ທິດທາງແຜນການປະຈໍາປີ 2019 ທີ່ຈັດຂຶ້ນບໍ່ດົນມານີ້ວ່າ: ລາຍຮັບງົບປະມານລວມທັງໝົດ ປີ 2019 ໄດ້ຕັ້ງເປົ້າໝາຍໄວ້ຈຳນວນ 26,305 ຕື້ກີບ, ທຽບໃສ່ແຜນປີ 2018 ແມ່ນເພີ່ມຂຶ້ນ 3.35%, ຖ້າທຽບໃສ່ຄາດຄະເນປະຕິບັດປີ 2018 ເພີ່ມຂຶ້ນ 3.17%, ຊຶ່ງເປັນລາຍຮັບພາຍໃນ 24,240 ຕື້ກີບ ແລະລາຍຮັບຈາກການຊ່ວຍເຫຼືອລ້າ 2,065 ຕື້ກີບ.

ສໍາລັບລາຍຮັບພາຍໃນຈໍານວນ 24,240 ຕື້ກີບ ທຽບໃສ່ແຜນ 2018 ເພີ່ມຂຶ້ນ 6.78% ໃນນີ້ ສ່ວຍສາອາກອນຈໍານວນ 12,320 ຕື້ກີບ ເພີ່ມຂຶ້ນ 6.21%, ພາສີ 7,520 ຕື້ກີບ ເພີ່ມຂຶ້ນ 4.44%, ການຄຸ້ມຄອງຊັບສິນຂອງລັດ 2,050 ຕື້ກີບເພີ່ມຂຶ້ນ 5.13% ແລະ ພັດທະນາລັດວິສາຫະກິດ ແລະ ການປະກັນໄພ 2,350 ຕື້ກີບ ເພີ່ມຂຶ້ນ 62.07% ຍ້ອນຄາດວ່າຈະຂາຍຊັບສິນຂອງລັດຈຳນວນໜຶ່ງປະມານ 600-800 ຕື້ກີບ.

ສ່ວນລາຍຮັບຈາກການຊ່ວຍເຫຼືອລ້າຈໍານວນ 2,065 ຕື້ກີບ ຖືວ່າຫຼຸດລົງ 24.95% ທຽບໃສ່ແຜນປີ 2018 ໃນນັ້ນມີລາຍຮັບຊ່ວຍເຫຼືອລ້າທີ່ກະຊວງແຜນການ ແລະ ການລົງທຶນຄຸ້ມຄອງ 1,232 ຕື້ກີບ ເພີ່ມຂຶ້ນ 6.07%; ເງິນຊ່ວຍເຫຼືອລ້າດັດແກ້ມະຫາພາກຈຳນວນ 251.94 ຕື້ ກີບ ແລ ະລາຍຮັບຊ່ວຍເຫຼືອລ້າທີ່ກະຊວງການເງິນຄຸ້ມຄອງ 580.85 ຕື້ກີບ ຫຼຸດລົງ 65.47% ທຽບໃສ່ແຜນປີ 2018 ຍ້ອນບັນດາຜູ້ໃຫ້ທຶນໄດ້ມີນະໂຍບາຍຫຼຸດຜ່ອນການຊ່ວຍເຫຼືອລ້າທີ່ຕິດພັນກັບໂຄງການເງິນກູ້ເພາະຕິດພັນກັນເງື່ອນໄຂການຂະຫຍາຍຕົວຂອງເສດຖະກິດ ສປປ ລາວ ທີ່ຖືກຈັດເປັນປະເທດທີ່ມີລາຍຮັບປານກາງຂັ້ນຕ່ຳແລ້ວ.

ຂະນະທີ່ເບື້ອງລາຍຈ່າຍໃນປີດຽວກັນທ່ານຮອງລັດຖະມົນຕີເປີດເຜີຍວ່າ: ຈະໃຫ້ຢູ່ໃນລະດັບບໍ່ເກີນ 33.39 ພັນຕື້ກີບ ເພີ່ມຂຶ້ນ 1.78% ທຽບໃສ່ປີ 2018 ໃນນີ້ ລາຍຈ່າຍບໍລິຫານປົກກະຕິຈຳນວນ 21,920 ຕື້ກີບ, ກວມເອົາ 65.64% ແລະ ລາຍຈ່າຍການລົງທຶນຂອງລັດ 11,473 ຕື້ກີບ, ກວມເອົາ 34.36% ຂອງແຜນລາຍຈ່າຍທັງໝົດ.

ຢ່າງໃດກໍຕາມໂອກາດເຂົ້າຮ່ວມ ແລະ ໂອ້ລົມກອງປະຊຸມດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ສັງເກດເຫັນວ່າ: ແຜນງົບປະມານແຫ່ງລັດປີ 2019 ຍັງແມ່ນແຜນຂາດດຸນ ແລະ ປະຈຸບັນຖານະໜີ້ສິນຕ່າງປະເທດກໍແມ່ນຍັງສູງຫຼາຍແລ້ວສະນັ້ນຖ້າລາຍຮັບບໍ່ໄດ້ ຕາມແຜນຍິ່ງຈະເຮັດໃຫ້ການຂາດດຸນຫຼາຍຂຶ້ນ ແລະຈະຕ້ອງໄດ້ກູ້ຢືມເພີ່ມຂຶ້ນອີກອັນຈະເຮັດໃຫ້ເປັນຜົນກະທົບຕໍ່ເສດຖະກິດມະຫາພາກຂອງປະເທດຢ່າງໜັກໜ່ວງ.

ທັງນີ້ ທ່ານ ທອງລຸນ ສີສຸລິດ ແນະນຳວ່າ: ຢາກເກັບລາຍຮັບໃຫ້ສູງຂຶ້ນຂະແໜງການເງິນຕ້ອງເລັ່ງປະຕິຮູບວຽກງານຢ່າງຮອບດ້ານ ແລະແຂງແຮງທຳອິດຕ້ອງເລີ່ມຈາກການເກັບກຳຖານຂໍ້ມູນ ທຸລະກິດ ແລະຖານລາຍຮັບໃຫ້ຖືກຕ້ອງຄົບຖ້ວນ, ຫັນການຄຸ້ມຄອງລາຍຮັບເຂົ້າສູ່ ລະບົບທັນສະໄໝໃຫ້ສຳເລັດ 100% ພາຍໃນປີ 2019-2020 ເພື່ອສະກັດກັ້ນການຮົ່ວໄຫຼພ້ອມແກ້ໄຂປະກົດການຫຍໍ້ທໍ້ ແລະຂໍ້ຄົງຄ້າງໃສຂົງເຂດລາຍຮັບຢ່າງຂາດໂຕ, ປັບປຸງດ່ານໃຫ້ເຂົ້າສູ່ລະບົບ, ຈັດຕັ້ງປະຕິບັດການເບີກຈ່າຍເງິນເດືອນໃຫ້ ທັນຕາມກຳນົດເວລາ ແລະ ມີຄວາມໂປ່ງໃສພ້ອມຍົກສູງປະສິດທິພາບໃນການຄຸ້ມຄອງໜີ້ສິນຂອງລັດຖະບານ. 


ທີ່ມາ: ໜັງສືພິມເສດຖະກິດ-ສັງຄົມ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.