Header Ads

ບັນຍາກາດການສະແດງທົດລອງ ກອງທັບປະຊາຊົນລາວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ




ຕອນເຊົ້າວັນທີ 14 ມັງກອນ 2019 ທີ່ວິທະຍາຄານກົມມະດຳ (ນ້ຳຊວງ) ເມືອງໂພນໂຮງ ແຂວງວຽງຈັນ ໄດ້ມີພິທີສະແດງທົບລອງກອງທັບປະຊາຊົນລາວ ເພື່ອກຽມໃສ່ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ເປັນກຽດເຂົ້າຮ່ວມຊົມມີທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງ ປ້ອງກັນປະເທດ, ມີພະນັກງານອາວຸໂສບໍານານ, ບັນດານາຍ ແລະ ພົນທະຫານ, ຕາງໜ້າສາມອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍມວນຊົນເຂົ້າຮວ່ມຢ່າງຫຼວງຫຼາຍ. 





ສໍາລັບການສະແດງທົດລອງກອງທັບຄັ້ງນີ້ແລ້ວ ຈະມີການສະແດງທົດລອງອີກ ໃນວັນທີ 17 ມັງກອນ 2019 ນີ້ ກອ່ນຈະມີການສະແດງຮັບໃຊ້ມວນຢ່າງເປັນທາງການໃນວັນທີ 20 ມັງກອນ 2019 ທີ່ວິທະຍາຄານກົງມະດໍາ.








ພາບ ແລະ ຂ່າວ :  ຂປລ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.